ປີ 2026 ນີ້ ແຂວງຫຼວງພະບາງ ຈະປູກຕົ້ນໄມ້ໃຫ້ໄດ້ 1ລ້ານຕົ້ນ ເພື່ອຟື້ນຟູປ່າໃຫ້ໄດ້ 300ເຕັກຕ້າ

ເພື່ອສຸມໃສ່ການກະກຽມ ຂະບວນການປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ່ 1 ມິຖຸນາ ແລະ​ ສະເຫຼີມສະຫຼອງ ວັນສີ່ງແວດລ້ອມໂລກ-ວັນສິ່ງແວດລ້ອມແຫ່ງຊາດ ວັນທີ 5 ມິຖຸນາ, ໃນປີນີ້ ໃຫ້ຟົດຟື້ນ ກວ້າງຂວາງ ຄະນະນຳພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ ໄດ້ສົມທົບກັບບັນດາເມືອງ ສຳຫຼວດພື້ນທີ່ປູກຕົ້ນໄມ້, ມາຮອດປັດຈຸບັນມີຄວາມພ້ອມແລ້ວທຸກເມືອງ ຄາດວ່າຈະປູກຕົ້ນໄມ້ຟື້ນຟູໃຫ້ໄດ້ 1.​000.​000 ເບ້ຍ ໃນເນື້ອທີ່ 300 ກວ່າເຮັກຕ່າ.

ທ່ານ ສົມແວວເພັດ ດວງປະສິດ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ໄດ້ໃຫ້ສຳພາດວ່າ: ສຳລັບພິທີປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ, ຂະບວນການໃຫຍ່ຂອງແຂວງ ໄດ້ກະກຽມສະຖານທີ່ປູກ ຢູ່ເຂດປ່າປ້ອງກັນພູພືງ ບ້ານດອນກາງ ນະຄອນ ຫຼວງພະບາງ, ໂດຍຈະປູກເບ້ຍໄມ້ຮັກສາແຫຼ່ງນ້ຳ ເຊັ່ນ: ໄມ້ສົ້ມຝາດ, ໄມ້ແຕ້ຂ່າ, ໄມ້ຕິ້ວ ແລະອື່ນໆ.

ປັດຈຸບັນກໍາລັງກະກຽມຄວາມພ້ອມແຕ່ລະດ້ານ ໃນການຈັດພິທີ​ ຄາດວ່າ ຈະຈັດພິທີຕົວຈິງໃນວັນທີ 1 ມິຖຸນາ 2026, ສ່ວນບັນດາເມືອງທີ່ມີເງື່ອນໄຂ ອາດຈະຈັດກ່ອນ ຫຼື ຫຼັງວັນທີ່ 1 ເພື່ອໃຫ້ຄົບຕາມເນື້ອທີ່ ທີ່ໄດ້ກໍານົດ 300 ກວ່າເຮັກຕ່າ. ນອກນັ້ນ, ຈະມີບັນດາບໍລິສັດ ແລະ​ ໂຄງການສົ່ງເສີມການປູກຕົ້ນໄມ້ຢູ່ບັນດາເມືອງ ລວມທັງປະຊາຊົນບັນດາເຜົ່າ ຈະຈັດພິທີປູກຕົ້ນໄມ້ ຢູ່ພື້ນທີ່ຂອງຕົນຈົນກວ່າຈະສິ້ນສຸດລະດູຝົນ ຕື່ມອີກ. ສ່ວນການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ​ ວັນສິ່ງແວດລ້ອມແຫ່ງຊາດ ໃນປີນີ້ ແຂວງຫຼວງພະບາງ ໄດ້ຮັບກຽດເປັນເຈົ້າພາບຈັດຂະບວນການໃຫຍ່ໃນທົ່ວປະເທດ ເຊິ່ງຈະມີການຈັດພິທີປູກຕົ້ນໄມ້ ຢູ່ບໍລິເວນສະຖານີລົດໄຟ, ທັງຈະມີການວາງສະແດງຮູບພາບ ແລະ​ ຜະລິດຕະພັນທີ່ປະດິດຈາກສິ່ງເສດເຫຼືອ ໂດຍມອບໃຫ້ຄະນະກຳມະການປົກຄອງ ນະຄອນ ຫຼວງພະບາງ ເປັນເຈົ້າການຮ່ວມກັບພາກສ່ວນກ່ຽວຂ້ອງ ພ້ອມກັນຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ.

ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ ໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານມາ, ຄະນະນຳພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ໄດ້ຊີ້ນຳໃຫ້ທຸກພາກສ່ວນ, ພ້ອມກັນປົກປັກຮັກສາ ແລະບົວລະບັດຕົ້ນໄມ້ທີ່ປູກໄປແລ້ວ ໃຫ້ມີການຈະເລີນເຕີບໂຕ ແລະ​ ກວດກາຄືນ ບັນດາຕົ້ນໄມ້ທີ່ຕາຍ ແລະ​ ເສຍຫາຍ ເພື່ອຈັດຕັ້ງການປູກທົດແທນຄືນ, ພ້ອມນັ້ນ ທ່ານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ນັບທັງພາກລັດ, ພາກທຸລະກິດ-ເອກະຊົນ, ລວມທັງປະຊາຊົນບັນດາເຜົ່າ ພ້ອມກັນປະກອບສ່ວນ ແລະ​ ເຂົ້າຮ່ວມຂະບວນການປູກຕົ້ນໄມ້ ໂອກາດແຂວງຫຼວງພະບາງ ຈັດຂະບວນການປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ ແລະສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ-ວັນສິ່ງແວດລ້ອມແຫ່ງຊາດ ໃນປີນີ້, ເພື່ອເຮັດໃຫ້ອັດຕາສ່ວນການປົກຫຸ້ມຂອງປ່າໄມ້ ບັນລຸຕາມແຜນການທີ່ລັດຖະບານ ກໍຄືອົງການປົກຄອງທ້ອງຖີ່ນວາງອອກ.

ທີ່ມາ: ໂທລະພາບແຂວງຫລວງພະບາງ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles