ໃນວັນທີ 18 ພຶດສະພາ 2026, ໃນໂອກາດທີ່ຊາວຫວຽດນາມກຳລັງສະເຫຼີມສະຫຼອງວັນເກີດປະທານ ໂຮ່ຈີມິນ ຄົບຮອບ 136 ປີ, ທີ່ຕາແສງດ້າຍເຫວະ, ແຂວງເຫງະອານ, ສສ ຫວຽດນາມ ໄດ້ຈັດພິທີເປີດໂຄງການກໍ່ສ້າງເສັ້ນທາງດ່ວນທາງບົກແຕ່ ວິງ-ແທັງຖຸ້ຍ ຊຶ່ງມີຄວາມຍາວກວ່າ 60 ກິໂລແມັດ, ຜ່ານ 9 ຕາແສງຂອງແຂວງເຫງະອານ, ມີ 4-6 ຊ່ອງທາງ, ມູນຄ່າການກໍ່ສ້າງເກືອບ 24 ຕື້ດົ່ງ (ສະກຸນເງິນຫວຽດນາມ).

ເສັ້ນທາງດັ່ງກ່າວນີ້ ນັບວ່າເປັນໂຄງການກໍ່ສ້າງພື້ນຖານໂຄ່ງລາງຄົມມະນາຄົມທີ່ມີຄວາມໝາຍສຳຄັນເປັນພິເສດສຳລັບແຂວງເຫງະອານ, ເຂດພາກກາງຕອນເໜືອຂອງຫວຽດນາມ, ເປັນເສັ້ນທາງເຊື່ອມຕໍ່ເສັ້ນທາງດ່ວນ ຮ່າໂນ້ຍ-ວຽງຈັນ ແລະ ແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກລະຫວ່າງ ສສ ຫວຽດນາມ ແລະ ສປປ ລາວ.


ພາຍຫຼັງກໍ່ສ້າງສຳເລັດ, ເສັ້ນທາງນີ້ຈະປະກອບສ່ວນເປີດກວ້າງການພັດທະນາ, ເພີ່ມການເຊື່ອມຈອດລະຫວ່າງເຂດ, ຊຸກຍູ້ວຽກງານການຄ້າ, ການທ່ອງທ່ຽວ, ການຂົນສົ່ງ, ດຶງດູດການລົງທືນ; ຍົກສູງທ່າແຮງໃນການແຂ່ງຂັນຂອງທ້ອງຖິ່ນ ແລະ ຂົງເຂດ; ປະກອບສ່ວນຮັບປະກັນດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງສອງປະເທດຫວຽດນາມ-ລາວ.
ຂ່າວ: ສະຖານທູດລາວທີ່ຮ່າໂນ້ຍ
ພາບ: Báo Thát thanh-Truyền hình Nghệ An

