ໃນວັນທີ 12 ພຶດສະພາ 2026, ທີ່ທໍານຽບປະທານປະເທດ, ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ໄດ້ຕ້ອນຮັບການເຂົ້າ ຢ້ຽມອໍາລາຂອງ ທ່ານ ເປໂດ ສະວາເລັນ (H.E. Pedro Zwahlen) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະມາພັນທະລັດ ສະວິດ ປະຈໍາ ສປປ ລາວ ຊຶ່ງມີສໍານັກງານສະຖານທູດ ຕັ້ງຢູ່ບາງກອກ, ລາຊະອານາຈັກໄທ.
ໃນໂອກາດນີ້, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດ ໃນການປະຕິບັດໜ້າທີ່ການທູດ ຂອງ ທ່ານ ເປໂດ ສະວາເລັນ ຢູ່ ສປປ ລາວ ຕະຫລອດໄລຍະເວລາ 3 ປີກວ່າ, ທ່ານໄດ້ປະກອບສ່ວນຢ່າງຫ້າວຫັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການ ຮ່ວມມື ລະຫວ່າງ ສປປ ລາວ ແລະ ສະມາພັນທະລັດ ສະວິດ. ພ້ອມກັນນີ້, ທ່ານ ນາງ ວຽງທອງ ສີພັນດອນ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນສະວິດ ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ຕະຫລອດມາ.
ທ່ານ ເອກອັກຄະລັດຖະທູດ ເປໂດ ສະວາເລັນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ສປປ ລາວ ກໍຄື ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມືຕະຫລອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ຈົນໄດ້ຮັບຜົນສໍາເລັດເປັນຢ່າງດີ, ພ້ອມທັງໄດ້ຢືນຢັນວ່າ ສະມາພັນທະລັດ ສະວິດ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍ ເຫລືອ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.
ທີ່ມາ: ຂ່າວ: ສົມຫວັງ ພາບ: ສໍານານ


