ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ຮ່ວມກັນແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ

ວັນທີ 8 ພຶດສະພາ 2026 ທີ່ອົງການກວດສອບແຫ່ງລັດ ໄດ້ມີກອງປະຊຸມ ປຶກສາຫາລືເພື່ອຮັດແໜ້ນການຮ່ວມມື, ການປະສານສົມທົບ ລະຫວ່າງ ອົງການກວດກາແຫ່ງລັດ ກັບ ອົງການກວດສອບແຫ່ງລັດ ຂຶ້ນໂດຍການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ເຂົ້າຮ່ວມ ມີຮອງປະທານອົງການກວດກາແຫ່ງລັດ ແລະ ທ່ານຮອງປະທານອົງການກວດສອບແຫ່ງລັດ ຫົວໜ້າຫ້ອງການ, ຄະນະກົມ ແລະ ພະນັກງານທັງສອງພາກສ່ວນເຂົ້າຮ່ວມ.

ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ກ່າວວ່າ: ກອງປະຊຸມປຶກສາຫາລື ເພື່ອຮັດແໜ້ນການຮ່ວມມື, ການປະສານສົມທົບ ລະຫວ່າງ ອົງການກວດກາແຫ່ງລັດ ກັບ ອົງການກວດສອບແຫ່ງລັດ ໃນຄັ້ງນີ້ ຈຸດປະສົງ ແມ່ນແນ່ໃສ່ຮັດແໜ້ນການພົວພັນຮ່ວມມື, ການປະ ສານສົມທົບ ຊຶ່ງກັນ ແລະ ກັນ ລະຫວ່າງສອງອົງການ ຊຶ່ງປະຕິບັດໜ້າທີ່ຄ້າຍຄືກັນ, ຍູ້ໜູນເຊິ່ງກັນ ແລະ ກັນ ໃນການຮັບໃຊ້ໜ້າທີ່ການເມືອງ ຕາມແນວທາງຂອງພັກ ໃຫ້ມີຄວາມກົມກຽວ, ໜັກແໜ້ນ, ບຸກທະລຸ ແລະ ເກີດໝາກຜົນ ທີ່ເປັນຮູບປະທໍາ ຍິ່ງຂື້ນ. ຜ່ານມາ ພວກເຮົາ ກໍໄດ້ມີການສ້າງຕັ້ງກົນໄກຮ່ວມມື ຈຳນວນໜຶ່ງ ຂື້ນມາແລ້ວ ເປັນຕົ້ນແມ່ນ ໃນບາງມາດຕາຂອງກົດໝາຍ ທັງສອງພາກສ່ວນ ກໍໄດ້ກຳນົດສາຍພົວພັນລະຫວ່າງ ສອງພາກສ່ວນພວກເຮົາ. ພ້ອມນັ້ນ, ພວກເຮົາກໍຍັງໄດ້ມີບົດບັນທຶກ ຊ່ວຍຈຳ ວ່າດ້ວຍ ການປະສານງານນຳກັນ, ຊຶ່ງການຈັດຕັ້ງປະຕິບັດ ຜ່ານມາ ກໍມີບາງອັນເຮັດໄດ້ ແລະ ບາງອັນເຮັດບໍ່ໄດ້ດີ ເທົ່າທີຄວນ.

ດັ່ງນັ້ນ, ໃນກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ພ້ອມກັນ ທົບທວນຄືນ ຜົນການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳ ທີ່ໄດ້ເຊັນກັນໃນປີ 2024; ກວດກາຄືນ ບາງເນື້ອໃນຈິດໃຈ ທີ່ໄດ້ກໍານົດ ຢູ່ໃນກົດໝາຍ ຂອງທັງສອງພາກສ່ວນທີ່ເວົ້າເຖິງສາຍພົວພັນລະຫວ່າງ ສອງອົງການພວກເຮົາ ວ່າມີອັນໃດເຮັດໄດ້, ອັນໃດທີ່ຍັງບໍ່ໄດ້ເຮັດ ແລະ ຈະມີທິດທາງປັບປຸງແກ້ໄຂຄືແນວໃດ. ໃນກອງປະຊຸມຄັ້ງນີ້ ພວກເຮົາ ຈະໄດ້ຮັບຟັງການສະເໜີບົດ ສະຫຼຸບຕີລາຄາການຮ່ວມມືກັນຜ່ານມາ ລະຫວ່າງ ສອງພາກສ່ວນພວກເຮົາ; ຈາກນັ້ນ ກໍຈະໄດ້ຮ່ວມກັນປະກອບຄຳເຫັນຕໍ່ບັນຫາທີ່ຕັ້ງຂຶ້ນ. ທັງນີ້ ກໍເພື່ອຊ່ວຍໃຫ້ ທັງສອງອົງການ ພວກເຮົາ ສາມາດເປັນເຈົ້າການທີ່ເຂັ້ມແຂງ ໃນການຊ່ວຍພັກ, ຊ່ວຍຊາດ ແລະ ປະຊາຊົນ ໃນການຊຸກຍູ້ການສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ, ມີປະສິດທິພາບ ປະສິດທິຜົນ ໂດຍຜ່ານການ ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໃນການຄຸ້ມຄອງເສດຖະກິດ-ສັງຄົມ, ການລະເມີດກົດໝາຍ, ລະເມີດວິໄນແຜນການ-ການເງິນ, ການລະເມີດລະບຽບຂອງພັກ ກໍຄືການສົ່ງເສີມການຄຸ້ມຄອງລັດດ້ວຍກົດໝາຍ.

ທີ່ມາ: ຂ່າວເສດຖະກິດ-ການຄ້າ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles