ລາວ – ໄທ ພົບປະຮັດແໜ້ນການຮ່ວມມື ເພື່ອຄວາມໝັ້ນຄົງດ້ານພະລັງງານ

ໃນທ່າມກາງສະພາວະເສດຖະກິດໂລກທີ່ມີການປ່ຽນແປງ ແລະ ຄວາມບໍ່ແນ່ນອນດ້ານການສະໜອງພະລັງງານ, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ພົບປະຫາລືວຽກງານສອງຝ່າຍຮ່ວມກັບ ທ່ານ ອັກຄະນັດ ພ້ອມພັນ, ລັດຖະມົນຕີວ່າການກະຊວງພະລັງງານ ແຫ່ງ ຣາຊະອານາຈັກໄທ (ທີ່ຫາກໍໄດ້ຮັບການແຕ່ງຕັ້ງໃໝ່ໃນເດືອນມີນາ 2026 ທີ່ຜ່ານມາ).

ການພົບປະຄັ້ງນີ້ຖືເປັນຂີດໝາຍອັນສຳຄັນ ເນື່ອງຈາກເປັນການເຮັດວຽກຮ່ວມກັນຄັ້ງທຳອິດຂອງສອງລັດຖະມົນຕີ ເພື່ອແລກປ່ຽນທັດສະນະ ແລະ ວາງທິດທາງການຮ່ວມມືໃນສະພາວະທີ່ຕະຫຼາດພະລັງງານໂລກມີຄວາມຜັນຜວນສູງ. ທັງສອງຝ່າຍໄດ້ເນັ້ນໜັກເຖິງການສ້າງ “ຄວາມໝັ້ນຄົງ ແລະ ສະຖຽນລະພາບທາງດ້ານພະລັງງານ” ເພື່ອເປັນຮາກຖານອັນເຂັ້ມແຂງໃຫ້ແກ່ການຂະຫຍາຍຕົວຂອງເສດຖະກິດທັງສອງປະເທດ.

ສອງຝ່າຍໄດ້ຕີລາຄາສູງຕໍ່ບົດບາດຂອງຂະແໜງພະລັງງານ ທີ່ເປັນທ່າແຮງຫຼັກໃນການຊຸກຍູ້ການຄ້າ ແລະ ການລົງທຶນ, ເຊິ່ງມີຕົວເລກທີ່ພົ້ນເດັ່ນໃນປີ 2025 ດັ່ງນີ້:

ສປປ ລາວ ສົ່ງອອກໄຟຟ້າໄປຍັງ ໄທ ມີມູນຄ່າສູງເຖິງ 2,339 ລ້ານໂດລາສະຫະລັດ.

ສປປ ລາວ ນຳເຂົ້ານ້ຳມັນເຊື້ອໄຟຈາກ ໄທ ດ້ວຍມູນຄ່າປະມານ 1,500 – 1,800 ລ້ານໂດລາສະຫະລັດ.

ປັດຈຸບັນ, ນັກລົງທຶນຈາກຣາຊະອານາຈັກໄທ ໄດ້ເຂົ້າມາມີບົດບາດສຳຄັນໃນການພັດທະນາພະລັງງານຢູ່ ສປປ ລາວ ໂດຍມີມູນຄ່າການລົງທຶນລວມທັງໝົດສູງເຖິງ 14,763.4 ລ້ານໂດລາສະຫະລັດ, ແບ່ງອອກເປັນ:

​ໂຄງການທີ່ກຳລັງດຳເນີນການຜະລິດ (COD): ຈຳນວນ 16 ໂຄງການ, ກຳລັງການຕິດຕັ້ງ 7,688.9 MW, ມູນຄ່າການລົງທຶນ 9,482.6 ລ້ານໂດລາ.

ໂຄງການທີ່ຢູ່ໃນໄລຍະກໍ່ສ້າງ (CA): ຈຳນວນ 6 ໂຄງການ, ກຳລັງການຕິດຕັ້ງ 3,613.2 MW, ມູນຄ່າການລົງທຶນ 5,281.1 ລ້ານໂດລາ.

ໃນຕອນທ້າຍ, ທັງສອງຝ່າຍໄດ້ຢືນຢັນຄວາມມຸ່ງໝັ້ນທີ່ຈະຜັນຂະຫຍາຍການຮ່ວມມືພາຍໃຕ້ຂອບ “ຄູ່ຮ່ວມຍຸດທະສາດເພື່ອການເຕີບໂຕ ແລະ ການພັດທະນາແບບຍືນຍົງ”. ໂອກາດນີ້, ທ່ານ ມະໄລທອງ ກົມມະສິດ ໄດ້ໃຫ້ກຽດເຊື້ອເຊີນ ທ່ານ ອັກຄະນັດ ພ້ອມພັນ ພ້ອມດ້ວຍຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເພື່ອລົງເລິກລາຍລະອຽດການຮ່ວມມື ແລະ ຍົກລະດັບສາຍພົວພັນດ້ານພະລັງງານໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດສູງສຸດຂອງປະຊາຊົນທັງສອງຊາດ.

ທີ່ມາ: ຂ່າວສານ ກະຊວງອຸດສະຫະກຳ ແລະ ການຄ້າ (ອຄ)

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles