ພິທີວາງສີລາລຶກ ການກໍ່ສ້າງສວນພຶກສາສາດ ອາຊຽນ-ເກົາຫຼີ ຢູ່ ສປປ ລາວ ຈັດຂຶ້ນວັນທີ 28 ເມສາ 2026 ທີ່ເຂດດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ທ່ານ ຈັງ ຢຸງ ຊູ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາລາວ ມີຮອງຜູ້ອໍານວຍການອົງການຮ່ວມມືປ່າໄມ້ອາຊຽນ ຫົວໜ້າຫ້ອງການກະຊວງ ຫົວໜ້າ-ຮອງຫົວໜ້າກົມປ່າໄມ້ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ໃນພິທີ ທ່ານ ຮສ. ປອ. ທຸມທອນ ວົງວີສຸກ ຮອງຫົວໜ້າກົມປ່າໄມ້ໄດ້ຂຶ້ນລາຍງານກ່ຽວກັບຄວາມເປັນມາຂອງໂຄງການດັ່ງກ່າວໃຫ້ຮູ້ວ່າ ໂຄງການກໍ່ສ້າງສວນພຶກສາສາດ ອາຊຽນ-ເກົາຫຼີ ໄດ້ຮັບທຶນການສະໜັບສະໜູນຊ່ວຍເຫຼືອລ້າ ຈາກລັດຖະບານ ສ.ເກົາຫຼີ ໂດຍຜ່ານກົມໃຫຍ່ປ່າໄມ້ ສ.ເກົາຫຼີ ແລະ ອົງການຮ່ວມມືປ່າໄມ້ອາຊຽນ (AFoCO) ມູນຄ່າທັງໝົດ 1.152.959 ໂດລາສະຫະລັດ ຈຸດປະສົງຫຼັກຂອງໂຄງການແມ່ນເພື່ອສ້າງສວນດັງກ່າວໃຫ້ເປັນສູນກາງການຄົ້ນຄວ້າ ທາງດ້ານວິທະຍາສາດປ່າໄມ້ ເປັນສະຖານທີ່ແລກປ່ຽນວັດທະນາທໍາ ແລະ ກາຍເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ສໍາຄັນໃນເຂດນະຄອນຫຼວງວຽງຈັນ ໂຄງດັງກ່າວມີເນື້ອທີ່ 2 ເຮັກຕາ ໄລຍະການອອກແບບ-ກໍ່ສ້າງ 1 ປີ ໂຄງການກໍ່ສ້າງສວນພຶກສາສາດອາຊຽນ-ເກົາຫຼີ ເປັນໜຶ່ງໃນຫຼາຍໂຄງການໃນຂະແໜງການກະສິກໍາ ປ່າໄມ້ ແລະ ສິ່ງແວດລ້ອມທີ່ເປັນຜົນມາຈາກສາຍພົວພັນການຮ່ວມມືອັນດີງາມ ແລະ ແໜ້ນແຟ້ນ ລະຫວ່າງສອງລັດຖະບານກໍຄື ສປປ ລາວ-ສ.ເກົາຫຼີ.
ນອກຈາກນີ້ໃນພິທີທ່ານ ປອ. ໄຊນະຄອນ ອິນທະວົງ ແລະ ທ່ານ ຈັງ ຢຸງ ຊູ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາລາວ ໄດ້ຂຶນປະກອບຄໍາເຫັນຕໍ່ກັບໂຄງການດັ່ງກ່າວພ້ອມທັງລົງຢ້ຽມຢາມ ສະຖານທີ່ເຂດກໍ່ສ້າງຂອງໂຄງການກໍ່ສ້າງສວນພຶກສາສາດອາຊຽນ-ເກົາຫຼີຕື່ມອີກ.
ຂໍ້ມູນ: VientianeMai

