ການຄຸ້ມຄອງ ແລະ ການກຳນົດເວລາ ເຂົ້າ-ອອກ ຕົວເມືອງ ສໍາລັບລົດຂົນສົ່ງສິນຄ້າຂະໜາດໃຫຍ່

ເພື່ອເຮັດໃຫ້ສະພາບການສັນຈອນຕາມທ້ອງຖະໜົນໃນຕົວເມືອງ ມີຄວາມເປັນລະບຽບຮຽບຮ້ອຍ, ຫຼຸດ ຜ່ອນການຈະລາຈອນແອອັດ, ການເກີດອຸບປະຕິເຫດ ແລະ ເພື່ອຄວາມເປັນເອກະພາບໃນການຄຸ້ມຄອງ ແລະ ການ ກຳນົດເວລາ ເຂົ້າ-ອອກ ຕົວເມືອງ ສໍາລັບລົດຂົນສົ່ງສິນຄ້າ ຂະໜາດໃຫຍ່. ຫ້ອງການ ກະຊວງໂຍທາທິການ ແລະ ຂົນສົ່ງ, ຈຶ່ງອອກແຈ້ງການ ກ່ຽວກັບ ການຄຸ້ມຄອງ ແລະ ກຳນົດເວລາ ເຂົ້າ-ອອກຕົວເມືອງ ສໍາລັບລົດຂົນສົ່ງສິນຄ້າ ຂະໜາດໃຫຍ່ ທີ່ມີຈຳນວນ 10 ລໍ້ຂຶ້ນໄປ ທີ່ເຂົ້າມາຮັບ ແລະ ສົ່ງສິນຄ້າ ປະເພດຕ່າງໆ ໃນຕົວເມືອງ ແມ່ນໃຫ້ ປະຕິບັດດັ່ງນີ້:

1. ຜູ້ປະກອບການຂົນສົ່ງ, ບໍລິສັດຂົນສົ່ງ, ຮ້ານຄ້າ, ສະຖານທີ່ບໍ່ຂຸດຄົ້ນ ດິນ, ສະຖານທີ່ກໍ່ສ້າງ, ສູນວາງສະແດງ ສິນຄ້າ ແລະ ອື່ນໆ ທີ່ມີຈຸດປະສົງຈະຂົນສົ່ງສິນຄ້າ ໂດຍນໍາໃຊ້ລົດຂົນສົ່ງສິນຄ້າ ຂະໜາດໃຫ່ຍ ແຕ່ 10 ລໍ້ ຂຶ້ນໄປ ເພື່ອໄປສົ່ງສິນຄ້າ ຕາມສະຖານທີ່ຕ່າງໆ ໃນເຂດເທດສະບານເມືອງ ທີ່ເຫັນວ່າມີຄວາມແອອັດ, ເສັ້ນທາງ ນ້ອຍ ແລະ ປະລິມານລົດ ເຂົ້າ-ອອກ ຫຼາຍ ແມ່ນເດັດຂາດ ບໍ່ອະນຸຍາດໃຫ້ລົດຂົນສົ່ງສິນຄ້າ ເຂົ້າ-ອອກ ຕົວເມືອງ ແຕ່ວັນຈັນ ຫາ ວັນສຸກ ໃນຊົ່ວໂມງຮີບດ່ວນ ຕອນເຊົ້າ ເລີ່ມແຕ່ເວລາ 07:00-08:30 ໂມງ, ຕອນທ່ຽງ ເລີ່ມ ແຕ່ເວລາ 12:00 ຫາ 13:30 ແລະ ຕອນແລງ ເລີ່ມແຕ່ເວລາ 16:00-18:00 ໂມງ. ກໍລະນີ ຫາກມີ ການລະເມີດ ຈະຕ້ອງປະຕິບັດມາດຕະການຕາມ ມາດຕາ 40 ຂອງດໍາລັດ ວ່າດ້ວຍ ການປັບໄໝ ແລະ ມາດ ຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບ ການຈະລາຈອນທາງບົກ ສະບັບເລກທີ 568/ລບ, ລົງວັນທີ 16 ກັນຍາ 2021.

2. ມອບໃຫ້ ພະແນກໂຍທາທິການ ແລະ ຂົນສົ່ງ ບັນດາແຂວງ, ນະຄອນຫຼວງວຽງຈັນ ກຳນົດຈຸດລໍຖ້າລົດຂົນສົ່ງ ສິນຄ້າ, ອອກແບບປ້າຍເຕືອນ ພ້ອມທັງກຳນົດຈຸດຕິດຕັ້ງປ້າຍຂະໜາດໃຫຍ່ (Truck Ban Overhang Sign) ຕາມມາດຕະຖານທີ່ຄັດຕິດມາພ້ອມ ແລະ ກຳນົດເສັ້ນທາງ ແລ່ນລົດຂົນສົ່ງສິນຄ້າ ສໍາລັບເຂົ້າ-ອອກ ຕົວເມືອງ ໂດຍສົມທົບກັບ ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ແຂວງ, ນະຄອນຫຼວງວຽງຈັນ ແລະ ອົງການປົກຄອງທ້ອງຖີ່ນ ໃຫ້ແທດເໝາະ ກັບສະພາບການຈະລາຈອນຕົວຈິງໃນແຕ່ລະເຂດ, ພ້ອມທັງສ້າງຄູ່ມືແນະນໍາ ການຄຸ້ມຄອງ ການເຂົ້າ-ອອກ ຕົວເມືອງ ຂອງລົດຂົນສົ່ງສິນຄ້າແຕ່ລະປະເພດ ໃຫ້ເໝາະສົມຕາມສະພາບຕົວຈິງ ຂອງແຕ່ລະ ເຂດ ເພື່ອໃຫ້ຜູ້ປະກອບການຂົນສົ່ງ, ພາກສ່ວນທີ່ກ່ຽວຂ້ອງ ຮັບຮູ້ ແລະ ເຂົ້າໃຈ.

3. ໃຫ້ບັນດາ ແຂວງ, ນະຄອນຫຼວງວຽງຈັນ ຈັດຕັ້ງໜ່ວຍງານກວດກາ ການຂົນສົ່ງ ຕາມຄໍາແນະນໍາ ວ່າດ້ວຍການ ຕິດຕາມ, ກວດກາວຽກງານການຂົນສົ່ງທາງບົກ ສະບັບເລກທີ 3408/ຍທຂ, ລົງວັນທີ 16 ກຸມພາ 2026 ເປັນ ບ່ອນອີງໃນການຈັດຕັ້ງປະຕິບັດ ໂດຍສົມທົບກັບເຈົ້າໜ້າທີ່ ຕຳຫຼວດຈະລາຈອນ ກຳນົດໃຫ້ມີການຕັ້ງດ່ານລົງ ກວດກາຮ່ວມກັນ ບົນພື້ນຖານການແບ່ງຄວາມຮັບຜິດຊອບຕາມຂອບເຂດສິດ ແລະ ພາລະບົດບາດທີ່ ກຳນົດ ໄວ້ໃນລະບຽບກົດໝາຍ, ພ້ອມທັງໃຫ້ ຕິດຕັ້ງປ້າຍແຈ້ງເຕືອນຂະໜາດໃຫຍ່ (Overhang Sign) ຕາມຈຸດ ເສັ້ນທາງທີ່ຈະກຳນົດເວລາ ເຂົ້າ-ອອກ ລົດຂົນສົ່ງສິນຄ້າ ພາຍໃນແຂວງຂອງຕົນ ເພື່ອໃຫ້ບັນດາຜູ້ປະກອບການ ແລະ ບໍລິການຂົນສົ່ງ ຊາບ ແລະ ປະຕິບັດ ຢ່າງເຄັ່ງຄັດ.

4. ກໍລະນີ ຫາກມີຄວາມຈໍາເປັນ ນໍາໃຊ້ລົດຂົນສົ່ງສິນຄ້າ ຂະໜາດໃຫຍ່ ແຕ່ 10 ລໍ້ຂຶ້ນໄປ ໃນການຂົນສົ່ງສິນຄ້າ ຂະໜາດໃຫຍ່ ທີ່ບໍ່ສາມາດແຍກຊິ້ນສ່ວນອອກຈາກກັນໄດ້ ຫຼື ສິນຄ້າທີ່ບໍ່ສາມາດຄ່ຽນຖ່າຍໄດ້ ເປັນຕົ້ນ: ຊີ້ນ ສ່ວນອຸປະກອນສໍາລັບອາຄານກໍ່ສ້າງ, ເຫຼັກໂຄງສ້າງສໍາເລັດຮູບ, ເບຕົງຫຼໍ່ສໍາເລັດຮູບ, ສິ່ງເສດເຫຼືອຈາກການທຸບ ມ້າງອາຄານ, ຢາປົວພະຍາດ ແລະ ສິນຄ້າທີ່ແຕກຫັກງ່າຍ. ກ່ອນຈະນໍາເຂົ້າ ກໍລະນີເປັນລົດຂົນສົ່ງ ທີ່ນໍາໃຊ້ລົດ ປ້າຍທະບຽນ ລາວ ຕ້ອງສະເໜີ ຂໍອະນຸຍາດ ຈາກຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງ, ນະຄອນ ຫຼື ພະ ແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນຫຼວງວຽງຈັນ ຕາມຄວາມເໝາະສົມ. ກໍລະນີ ນໍາໃຊ້ລົດ ຂົນສົ່ງສິນຄ້າ ທີ່ເປັນລົດຂົນສົ່ງຕ່າງປະເທດ ຕ້ອງສະເໜີ ຫາກົມຂົນສົ່ງ, ກະຊວງ ໂຍທາທິການ ແລະ ຂົນສົ່ງ ພາຍຫຼັງໄດ້ຮັບອະນຸຍາດແລ້ວ ຈຶ່ງແຈ້ງຕໍ່ ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ແຂວງ, ນະຄອນຫຼວງວຽງຈັນ ເພື່ອອຳ ນວຍຄວາມສະດວກໃຫ້ລົດຂົນສົ່ງ. ໃນເວລາເຄື່ອນຍ້າຍ ແຕ່ຕົ້ນທາງ ຫາ ປາຍທາງ ແລະ ໃນເວລາເຄື່ອນຍ້າຍ ວັດຖຸສິ່ງຂອງດັ່ງກ່າວອອກຈາກລົດຈົນສໍາເລັດ.

ລາຍລະອຽດຕາມແຈ້ງການດ້ານລຸ່ມ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles