ຫຼັງຈາກທີ່ຜ່ານສົງຄາມການເຮັດວຽກມາຕະຫຼອດ 5 ວັນ (ວັນຈັນ-ວັນສຸກ) ດ້ວຍຄວາມອິດເມື່ອຍ ແລະ ນອນບໍ່ພໍຫຼາຍຄົນມັກຈະຕັ້ງຄວາມຫວັງໄວ້ວ່າ “ວັນເສົາ-ທິດນີ້ລະ ຈະນອນໃຫ້ເຕັມອີ່ມເພື່ອຊົດເຊີຍ” ແຕ່ໃນທາງວິທະຍາສາດແລ້ວການນອນທົດແທນແບບນີ້ມີປະສິດທິພາບແທ້ບໍ່? ມາຫາຄຳຕອບນຳກັນເລີຍ.
ຜົນວິໄຈບອກວ່າແນວໃດ?
ອີງຕາມຜົນການສຶກສາຈາກ ມະຫາວິທະຍາໄລ Colorado Boulder ທີ່ຕີພິມໃນວາລະສານ Current Biology ລະບຸວ່າ: ການນອນຊົດເຊີຍໃນວັນພັກ “ບໍ່ສາມາດ” ແກ້ໄຂຜົນເສຍທີ່ເກີດຈາກການອົດນອນມາຕະຫຼອດທັງອາທິດໄດ້ຢ່າງສົມບູນ.
1. ລະບົບເຜົາຜານເຮັດວຽກຜິດປົກກະຕິ: ການນອນຊົດເຊີຍອາດຊ່ວຍໃຫ້ຮູ້ສຶກສົດຊື່ນຂຶ້ນໃນໄລຍະສັ້ນ ແຕ່ມັນບໍ່ໄດ້ຊ່ວຍໃຫ້ລະບົບການຈັດການນ້ຳຕານໃນເລືອດ ກັບມາເປັນປົກກະຕິ. ເຊິ່ງອາດສົ່ງຜົນໃຫ້ມີຄວາມສ່ຽງຕໍ່ພະຍາດເບົາຫວານ ແລະ ພະຍາດຕຸ້ຍເພີ່ມຂຶ້ນ.
2. ໂມງຊີວິດປັ່ນປວນ: ການຕື່ນສວາຍໃນວັນເສົາ-ທິດ ຈະເຮັດໃຫ້ “ໂມງຊີວິດ” ຂອງເຮົາປ່ຽນໄປ. ເມື່ອຮອດຄືນວັນອາທິດ ເຮົາຈະນອນຫຼັບຍາກຂຶ້ນ ແລະ ເຮັດໃຫ້ວັນຈັນກາຍເປັນວັນທີ່ອ່ອນເພຍກວ່າເກົ່າ.
ແລ້ວມີສ່ວນດີແດ່ບໍ່?
ເຖິງແມ່ນວ່າການນອນຊົດເຊີຍຈະບໍ່ແມ່ນທາງອອກທີ່ດີທີ່ສຸດ ແຕ່ຜົນວິໄຈຈາກ ສະຖາບັນ Karolinska ໃນຊູແອດພົບວ່າ: ສຳລັບຜູ້ທີ່ນອນໜ້ອຍກວ່າ 5 ຊົ່ວໂມງໃນມື້ທຳມະດາ ການນອນເພີ່ມໃນວັນພັກອາດຊ່ວຍ “ຫຼຸດຄວາມສ່ຽງໃນການເສຍຊີວິດກ່ອນໄວອັນຄວນ” ໄດ້ເມື່ອທຽບກັບຜູ້ທີ່ນອນໜ້ອຍຕະຫຼອດທັງອາທິດໂດຍບໍ່ພັກຜ່ອນເລີຍ.
ຄຳແນະນຳເພື່ອສຸຂະພາບທີ່ດີທີ່ສຸດ
ຖ້າທ່ານຈຳເປັນຕ້ອງນອນຊົດເຊີຍແທ້ໆ, ນັກວິທະຍາສາດແນະນຳໃຫ້:
1. ຢ່ານອນຕື່ນສາຍເກີນ 1-2 ຊົ່ວໂມງ ຈາກເວລາຕື່ນປົກກະຕິ.
2. ໃຊ້ວິທີ “ງີບຫຼັບ” ໃນຕອນບ່າຍປະມານ 20-30 ນາທີ ແທນການນອນຕື່ນສວາຍຈົນເກີນໄປ.
3. ພະຍາຍາມຮັກສາເວລານອນໃຫ້ຄົງທີ່ ໃຫ້ໄດ້ຢ່າງໜ້ອຍ 7-9 ຊົ່ວໂມງຕໍ່ຄືນ ເພາະການນອນທີ່ມີຄຸນນະພາບແມ່ນ “ຢາວິເສດ” ທີ່ດີທີ່ສຸດ.
ແຫຼ່ງອ້າງອີງ: Current Biology Journal, Harvard Health Publishing, Sleep Foundation

