ໃນວັນທີ 21 ເມສາ 2026, ທ່ານ ເພັງນິລັນ ຄຳພັນເພັງ ເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການກໍ່ສ້າງພື້ນຖານໂຄງລ່າງ ຢູ່ເມືອງແກ່ນທ້າວ ເພື່ອຮັບປະກັນໃຫ້ການກໍ່ສ້າງດຳເນີນໄປຕາມແຜນການ ແລະ ໄດ້ມາດຕະຖານເຕັກນິກ.
ວຽກກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມນ້ຳເຫືອງ ໃນການລົງຕິດຕາມຄັ້ງນີ້, ທ່ານເລຂາພັກແຂວງ ໄດ້ລົງກວດກາໜ້າວຽກຕົວຈິງ ຂອງໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມນ້ຳເຫືອງ (ເຂດບ້ານພວນ) ເຊິ່ງແບ່ງອອກເປັນ 2 ຈຸດສຳຄັນ:
• ຈຸດທີ 1: ມີຄວາມຍາວທັງໝົດ 590 ແມັດ, ມູນຄ່າການກໍ່ສ້າງ 17 ຕື້ກວ່າກີບ, ຮັບເໝົາກໍ່ສ້າງໂດຍ ບໍລິສັດ ຈັນທະວົງ ກໍ່ສ້າງ-ຂົວທາງ ຈຳກັດ. ປັດຈຸບັນ, ການຈັດຕັ້ງປະຕິບັດໜ້າວຽກມີຄວາມຄືບໜ້າແລ້ວ 87%.
• ຈຸດທີ 2 (ຈຸດທີ່ມີຄວາມສ່ຽງ): ການນຳແຂວງ ແລະ ເມືອງ ໄດ້ຕົກລົງອະນຸມັດໃຫ້ ບໍລິສັດ ຈັນທະວົງ ກໍ່ສ້າງ-ຂົວທາງ ຈຳກັດ ເປັນຜູ້ຮັບຜິດຊອບໃນການປະຕິບັດໜ້າວຽກລັອກຕີນ ເພື່ອປ້ອງກັນການເຈື່ອນໄຫຼໃນໄລຍະຍາວ ເຊິ່ງມີຄວາມຍາວ 300 ແມັດ.
ໂຄງການສ້ອມແປງ ແລະ ຟື້ນຟູເສັ້ນທາງເທດສະບານເມືອງ ທ່ານເລຂາພັກແຂວງ ຍັງໄດ້ຕິດຕາມຄວາມຄືບໜ້າ ຂອງໂຄງການສ້ອມແປງ ແລະ ຟື້ນຟູເສັ້ນທາງປູຢາງພາຍໃນເທດສະບານເມືອງ:
• ລາຍລະອຽດ: ໂຄງການດັ່ງກ່າວປະກອບມີທັງໝົດ 21 ເສັ້ນ, ລວມຄວາມຍາວ 8,6 ກິໂລແມັດ.
• ງົບປະມານ: ມູນຄ່າການກໍ່ສ້າງ 21,16 ຕື້ກີບ.
• ຄວາມຄືບໜ້າ: ຮັບເໝົາກໍ່ສ້າງໂດຍ ບໍລິສັດ ສົມວັນຈະເລີນ ກໍ່ສ້າງຂົວ-ທາງ ແລະ ເຄຫະສະຖານ ຈຳກັດ, ເຊິ່ງມາຮອດປັດຈຸບັນ ປະຕິບັດໄດ້ແລ້ວ 91,5%
ທີ່ມາ: ຂ່າວເສດຖະກິດການຄ້າ

