ອີງຕາມແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ໃນວັນທີ 30 ມີນາ 2026, ທ່ານ ຫັດສະໄນ ສີບຸນເຫລືອງ ເລຂາພັກເມືອງຊານໄຊ ແຂວງອັດຕະປື ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂອງເມືອງ ລົງຕິດຕາມ ແລະ ກວດກາສະພາບຄວາມເສຍຫາຍຕົວຈິງ ຈາກເຫດການພະຍຸໜາກເຫັບຕົກ ໃນວັນທີ 27 ມີນາ 2026 ຢູ່ບ້ານດາກສະມໍ.
ທ່ານ ນຽມນ້ອຍ ນາຍບ້ານດາກສະມໍ ລາຍງານໃນເບື້ອງຕົ້ນໃຫ້ຮູ້ວ່າ: ໃນວັນທີ 27 ມີນາ ຜ່ານມາ ໄດ້ເກີດມີພະຍຸຝົນໝາກເຫັບ ທີ່ມີຂະໜາດໃຫຍ່ຕົກລົງມາໃສ່ຫລັງຄາເຮືອນຂອງປະຊາຊົນ ເຮັດໃຫ້ຫລັງຄາສັງກະສີ ເປ່ເພເສຍຫາຍ, ຊຶ່ງສ່ວນຫລາຍແມ່ນເຮືອນທີ່ຫລັງຄາມຸງດ້ວຍສັງກະສີ ຖືກຝົນໝາກເຫັບເຈາະເປັນຮູ, ຜ່ານການເກັບກຳຂໍ້ມູນເບື້ອງຕົ້ນ ມີເຮືອນຂອງປະຊາຊົນ ໄດ້ຮັບຄວາມເສຍຫາຍທັງໝົດ 69 ຫລັງ, ໃນນັ້ນ, ເສຍຫາຍໜັກ 18 ຫລັງ ແລະ ເສຍຫາຍປານກາງ 43 ຫລັງ, ເສຍຫາຍເລັກນ້ອຍ 8 ຫລັງ, ສ່ວນມູນຄ່າຄວາມເສຍຫາຍພວມເກັບກຳຂໍ້ມູນຢ່າງລະອຽດ ແລະ ຈະແຈ້ງໃຫ້ຊາບຕາມພາຍຫລັງ.
ໃນໂອກາດລົງຕິດຕາມສະພາບຄັ້ງນີ້, ທ່ານ ເລຂາພັກເມືອງຊານໄຊ ໄດ້ນຳເອົາເຂົ້າສານຈຳນວນ 3 ເປົາ ແລະ ເງິນສົດ 40 ລ້ານກີບ ມອບໃຫ້ປະຊາຊົນບ້ານດາກສະມໍ ເພື່ອເປັນການບັນເທົາທຸກໃນເບື້ອງຕົ້ນ.
ໂອກາດນີ້, ທ່ານ ຫັດສະໄນ ສີບຸນເຫລືອງ ໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງ ແລະ ອຳນາດການປົກຄອງບ້ານ ຂຸ້ນຂ້ຽວສະຫລຸບຕົວເລກຄວາມເສຍຫາຍໃຫ້ລະອຽດຈະແຈ້ງ ເພື່ອວາງແຜນການຊ່ວຍເຫລືອດ້ານວັດສະດຸອຸປະກອນ ເປັນຕົ້ນ ສັງກະສີ ແລະ ເຄື່ອງອຸປະໂພກ-ບໍລິໂພກ, ຊຶ່ງທາງເມືອງຈະໄດ້ມີການສົມທົບກັບພາກສ່ວນກ່ຽວຂ້ອງ ຫາແຫລ່ງທຶນມາສົມທົບຕື່ມອີກ. ພ້ອມທັງ ໄດ້ເນັ້ນໜັກໃຫ້ປະຊາຊົນພາຍ ຈົ່ງມີສະຕິລະວັງຕົວສູງຕໍ່ກັບສະພາບການປ່ຽນແປງຂອງໄພທໍາມະຊາດ ເພື່ອປ້ອງກັນ ແລະ ຫລຸດຜ່ອນຜົນກະທົບທີ່ຈະເກີດຂຶ້ນຕໍ່ຊີວິດ ແລະ ຊັບສິນໃນຕໍ່ໜ້າ.


