ອີງຕາມແຈ້ງການຂອງຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 0786/ຫກ ລົງວັນທີ 19 ມີນາ 2026 ເລື່ອງ: ຫ້າມຊື້-ຂາຍ ໝູຊີ້ນ (ໝູເປັນໜ້າຟາມ) ຕໍ່າກວ່າຕົ້ນທຶນການລ້ຽງ.
ເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເນື້ອໃນ ມາດຕາ 6 ຂອງດຳລັດ ວ່າດ້ວຍການຄຸ້ມຄອງ ລາຄາສິນຄ້າ ແລະ ຄ່າບໍລິການ ກ່ຽວກັບການປະຕິບັດບັນດາມາດຕະການຄວບຄຸມລາຄາ ແລະ ໂດຍສະເພາະ ແມ່ນມາດຕະການກຳນົດລາຄາສູງສຸດ, ລາຄາຕໍ່າສຸດ ຫຼື ຂອບເຂດລາຄາ ເພື່ອຮັກສາສະຖຽນລະພາບທາງດ້ານລາຄາ ຂອງຊີ້ນໝູ ໃນທ້ອງຕະຫຼາດ ທັງເປັນການປົກປ້ອງ ແລະ ຊຸກຍູ້ສົ່ງເສີມຜູ້ປະກອບການຜະລິດ/ລ້ຽງໝູຊີ້ນ ໃຫ້ມີຄວາມໝັ້ນຄົງ, ຮັບປະກັນການສະໜອງຊີ້ນໝູ ໃຫ້ແກ່ຕະຫຼາດກໍຄືສັງຄົມຢ່າງພຽງພໍ ແລະ ລາຄາເໝາະສົມ ຕາມກົນໄກຕະຫຼາດ ໃນແຕ່ລະໄລຍະ ໂດຍຜ່ານການປະສານສົມທົບກັບ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ເພື່ອຈັດຕັ້ງປະຕິບັດ ດັ່ງນີ້:
1. ຫ້າມຜູ້ປະກອບການລ້ຽງໝູ ແລະ ນາຍຮ້ອຍ ຊື້-ຂາຍ ຕໍ່າ ຫຼື ສູງກວ່າ ໂຄງປະກອບລາຄາຕົ້ນທຶນການຜະລິດໝູຊີ້ນ ແລະ ຊາກໝູ ທີ່ຂະແໜງກະສິກຳ ແລະ ສິ່ງແວດລ້ອມ ຄິດໄລ່ ແລະ ຢັ້ງຢືນ ໃນແຕ່ລະເດືອນ.
2. ຫາກພົບເຫັນການລະເມີດ ຂໍ້ 1 ຂ້າງເທິງ ຫຼື ມີພຶດຕິກຳອື່ນ ເພື່ອສ້າງຄວາມປັ່ນປ່ວນ ກ່ຽວກັບລາຄາ ຫຼື ບິດເບືອນ ກົນໄກຕະຫຼາດ ເຮັດໃຫ້ເກີດຄວາມບໍ່ສະຫງົບໃນສັງຄົມ ຊຶ່ງສົ່ງຜົນກະທົບຕໍ່ລາຄາ ຈະຖືກປະຕິບັດມາດຕະການ ດັ່ງນີ້:
2.1 ສໍາລັບນາຍຮ້ອຍ:
1. ລະເມີດຄັ້ງທີ ໜຶ່ງ: ຈະຖືກເຮັດບົດບັນທຶກ ແລະ ປັບໃໝ 10% ຂອງມູນຄ່າການຊື້-ຂາຍ;
2. ລະເມີດຄັ້ງທີ ສອງ: ຈະຖືກເຮັດບົດບັນທຶກ ແລະ ປັບໃໝ 50% ຂອງມູນຄ່າການຊື້-ຂາຍ;
3. ລະເມີດຄັ້ງທີ ສາມ: ຈະຖືກເຮັດບົດບັນທຶກ ແລະ ປັບໃໝ 100% ຂອງມູນຄ່າການຊື້-ຂາຍ, ພ້ອມທັງ ສະເໜີໂຈະເປັນເວລາຫົກເດືອນ ຫາ ໜຶ່ງປີ, ຢຸດ ຫຼື ຖອນໃບອະນຸຍາດຕ່າງໆ.
2.2 ສໍາລັບຜູ້ປະກອບການຟາມລ້ຽງໝູ່ຂະໜາດນ້ອຍ:
1. ລະເມີດຄັ້ງທີ ໜຶ່ງ: ຈະຖືກເຮັດບົດບັນທຶກ ແລະ ປັບໃໝ 2,000,000 ກີບ;
2. ລະເມີດຄັ້ງທີ ສອງ: ຈະຖືກເຮັດບົດບັນທຶກ ແລະ ປັບໃໝ 3,000,000 ກີບ,
3. ລະເມີດຄັ້ງທີ ສາມ: ຈະຖືກເຮັດບົດບັນທຶກ ແລະ ປັບໃໝ 5,000,000 ກີບ, ພ້ອມທັງ ສະເໜີໂຈະເປັນເວລາຫົກເດືອນ ຫາ ໜຶ່ງປີ, ຢຸດ ຫຼື ຖອນໃບອະນຸຍາດຕ່າງໆ.
2.3. ສໍາລັບຜູ້ປະກອບການຟາມລ້ຽງໝູຂະໜາດໃຫຍ່:
1. ລະເມີດຄັ້ງທີ ໜຶ່ງ: ຈະຖືກເຮັດບົດບັນທຶກ ແລະ ປັບໃໝ 5,000,000 ກີບ;
2. ລະເມີດຄັ້ງທີ ສອງ: ຈະຖືກເຮັດບົດບັນທຶກ ແລະ ປັບໃໝ 10,000,000 ກີບ;
3. ລະເມີດຄັ້ງທີ ສາມ: ຈະຖືກເຮັດບົດບັນທຶກ ແລະ ປັບໃໝ 20,000,000 ກີບ, ພ້ອມທັງ ສະເໜີໂຈະເປັນເວລາຫົກເດືອນ ຫາ ໜຶ່ງປີ, ຢຸດ ຫຼື ຖອນໃບອະນຸຍາດຕ່າງໆ.
Lao Youth Radio FM90MHz


