3 ພາກສ່ວນ ກຽມສະເໜີລັດຖະບານ ຮັບຮອງຂຶ້ນເງິນເດືອນຂັ້ນຕ່ຳໃຫ້ຊາວອອກແຮງງານລາວ

ນະຄອນຫຼວງວຽງຈັນ, 19 ມີນາ 2026 – ທີ່ຫ້ອງປະຊຸມສູນກາງສະຫະພັນກຳມະບານລາວ, ໄດ້ມີການຈັດກອງປະຊຸມຄະນະກຳມະການແຮງງານແຫ່ງຊາດ (ຄກຊ) ຄັ້ງທີ III ປະຈຳປີ 2026 ເພື່ອປຶກສາຫາລື ແລະ ພິຈາລະນາຕົວເລກການປັບເພີ່ມຄ່າແຮງງານຂັ້ນຕ່ຳໃໝ່ ໃຫ້ສອດຄ່ອງກັບສະພາບເສດຖະກິດ ແລະ ຄ່າຄອງຊີບໃນປັດຈຸບັນ.

ກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ວິໄລ ວົງຂະເສີມ, ຮອງປະທານສູນກາງສະຫະພັນກຳມະບານລາວ ແລະ ທ່ານ ປອ ໄຊບັນດິດ ຣາຊະພົນ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍຜູ້ຕາງໜ້າຈາກອົງການສາມຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ພົງສະຫວັນ ໄຊໂກສີ, ຫົວໜ້າກົມຄຸ້ມຄອງແຮງງານ ໄດ້ລາຍງານຜົນການຄົ້ນຄວ້າທີ່ອີງໃສ່ດັດສະນີລາຄາຊົມໃຊ້ (CPI) ເຊິ່ງມີການສະເໜີຕົວເລກຈາກ 3 ພາກສ່ວນຫຼັກ ດັ່ງນີ້:

ຝ່າຍຕົວແທນຜູ້ອອກແຮງງານ (ສູນກາງສະຫະພັນກຳມະບານລາວ): ສະເໜີໃຫ້ປັບຂຶ້ນເປັນ 4,100,000 ກີບ/ເດືອນ ໂດຍອີງໃສ່ຄ່າໃຊ້ຈ່າຍຕົວຈິງໃນທ້ອງຕະຫຼາດ ເພື່ອຄຸນນະພາບຊີວິດທີ່ດີຂຶ້ນຂອງກຳມະກອນ.

ຝ່າຍລັດຖະບານ (ກະຊວງແຮງງານ ແລະ ສະຫວັດດີການສັງຄົມ): ສະເໜີຕົວເລກຄິດໄລ່ຕາມ CPI ທີ່ 2,710,451 ກີບ/ເດືອນ. ຫາກລວມກັບເງິນອຸດໜູນຄ່າຄອງຊີບ 900,000 ກີບ ຈະເຮັດໃຫ້ລາຍຮັບລວມບັນລຸເຖິງ 3,610,451 ກີບ/ເດືອນ.

ຝ່າຍຜູ້ປະກອບການ (ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ): ສະເໜີຄ່າແຮງງານພື້ນຖານທີ່ 1,931,680 ກີບ/ເດືອນ. ເມື່ອລວມເງິນອຸດໜູນ 9 ແສນກີບ ຈະເທົ່າກັບ 2,831,680 ກີບ/ເດືອນ ເພື່ອຮັກສາຄວາມສົມດຸນຂອງທຸລະກິດ.

ສຳລັບແຜນການຂັ້ນຕໍ່ໄປ, ທ່ານ ຫົວໜ້າກົມຄຸ້ມຄອງແຮງງານ ເນັ້ນໜັກວ່າ:

ສະເໜີລັດຖະບານ: ຈະເລັ່ງນຳເອົາຜົນການຄົ້ນຄວ້າ ສະເໜີຕໍ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອພິຈາລະນາຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການພາຍໃນປີ 2026.

ພາຍຫຼັງມີຜົນບັງຄັບໃຊ້, ຈະມີການຕິດຕາມກວດກາຢ່າງໃກ້ຊິດ ເພື່ອໃຫ້ຫົວໜ່ວຍທຸລະກິດປະຕິບັດຕາມລະບຽບການໃໝ່ຢ່າງຖືກຕ້ອງ.

ຈະມີການປັບປຸງນິຕິກຳວ່າດ້ວຍການທົດສອບສີມືແຮງງານ ເພື່ອໃຫ້ຄ່າຈ້າງສອດຄ່ອງກັບຄວາມຮູ້ຄວາມສາມາດຕົວຈິງ.

ທ່ານ ພົງສະຫວັນ ໄຊໂກສີ ກ່າວເນັ້ນວ່າ: “ການປັບປຸງຄ່າແຮງງານຂັ້ນຕ່ຳໃນຄັ້ງນີ້ ມີຄວາມໝາຍສຳຄັນຢ່າງຍິ່ງໃນການຮັບປະກັນຊີວິດການເປັນຢູ່ຂອງຜູ້ອອກແຮງງານລາວ ໃຫ້ສາມາດຮັບມືກັບຄ່າຄອງຊີບທີ່ເພີ່ມຂຶ້ນ.”

ແຫຼ່ງຂໍ້ມູນ:ຂ່າວສານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ).

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles