ລັດຖະບານລາວ ຈັບມືພັນທະມິດຍັກໃຫຍ່ ພັດທະນານິຄົມອຸດສາຫະກຳ “AI-ອາລູມິນຽມສີຂຽວ” ຢູ່ແຂວງອຸດົມໄຊ

ສປປ ລາວ ກຽມພິກໂສມໜ້າເສດຖະກິດຈາກການ “ສົ່ງອອກຊັບພະຍາກອນດິບ” ສູ່ການເປັນ “ຖານການຜະລິດອຸດສາຫະກຳສີຂຽວ” ທີ່ທັນສະໄໝ ດ້ວຍໂຄງການຍັກໃຫຍ່ທີ່ລວມເອົາເຕັກໂນໂລຊີປັນຍາປະດິດ (AI) ແລະ ພະລັງງານສະອາດເຂົ້າໄວ້ນຳກັນ ຢູ່ແຂວງອຸດົມໄຊ.

​ພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ໃນໂຄງການ “ນິຄົມອຸດສາຫະກຳເອໄອ (AI) ພະລັງງານສີຂຽວ ແລະ ອາລູມິນຽມນິເວດອຸດົມໄຊ” ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ ລະຫວ່າງ:

• ​ພາກລັດ: ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ.

• ​ພາກທຸລະກິດ: ບໍລິສັດ ກຣິດຕະພົງ ກຣຸບ ຈຳກັດ ແລະ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂນຢີ (ລາວ) ຈຳກັດ.

​ພິທີດັ່ງກ່າວໄດ້ຈັດຂຶ້ນພາຍໃຕ້ການເປັນສັກຂີພະຍານຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງ ອຄ ແລະ ທ່ານ ນາງ ຟາງ ຫົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ລາວ, ພ້ອມດ້ວຍ ທ່ານ ບຸນຄົງ ຫຼ້າຈຽມພອນ, ເລຂາພັກແຂວງອຸດົມໄຊ ແລະ ຄະນະນຳຈາກທັງສອງຝ່າຍ.

​ໂຄງການນີ້ມີແຜນພັດທະນາໃນພື້ນທີ່ລວມປະມານ 6,279 ເຮັກຕາ (ກວມເອົາ 2 ເມືອງໃນແຂວງອຸດົມໄຊ) ໂດຍມີພັນທະມິດຍັກໃຫຍ່ຢ່າງ ບໍລິສັດ ກວາງຊີ ການລົງທຶນ ກຣຸບ (ກວາງໂຖ ກຣຸບ) ເປັນຜູ້ລົງທຶນຫຼັກ ເພື່ອກໍ່ສ້າງຖານອຸດສາຫະກຳອາລູມິນຽມທີ່ເປັນມິດຕໍ່ສິ່ງແວດລ້ອມ:

• ​ຂັບເຄື່ອນດ້ວຍພະລັງງານສະອາດ: ສ້າງຖານພະລັງງານສະອາດກຳລັງການຜະລິດ 2,000 MW ເພື່ອເປັນແກນຫຼັກໃນການສະໜອງໄຟຟ້າສີຂຽວ.

• ​ການຜະລິດອາລູມິນຽມນິເວດ: ຕັ້ງເປົ້າຜະລິດອາລູມິນຽມໄຟຟ້າ 500,000 ໂຕນ ໂດຍນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ຫຼຸດຜ່ອນການປ່ອຍມົນລະພິດ.

• ​ປະຕິວັດດ້ວຍ AI: ນຳໃຊ້ປັນຍາປະດິດ (Artificial Intelligence) ເຂົ້າມາຊ່ວຍໃນຂະບວນການຜະລິດ ເພື່ອສ້າງຄວາມເປັນເລີດທາງດ້ານອຸດສາຫະກຳ.

• ​ຄົບວົງຈອນ: ມຸ່ງເນັ້ນການຂະຫຍາຍຕົວໃຫ້ກາຍເປັນຖານອຸດສາຫະກຳອາລູມິນຽມຄົບວົງຈອນ ທີ່ສ້າງມູນຄ່າເພີ່ມສູງສຸດໃຫ້ແກ່ຊັບພະຍາກອນພາຍໃນ.

​ໂຄງການນີ້ຖືເປັນບາດກ້າວສຳຄັນທີ່ຈະຊ່ວຍຊຸກຍູ້ໃຫ້ ສປປ ລາວ “ກ້າວຂ້າມຜ່ານທາງປະຫວັດສາດ” ຈາກເສດຖະກິດທີ່ເພິ່ງພາການ “ສົ່ງອອກຊັບພະຍາກອນດິບ” ໄປສູ່ເສດຖະກິດ “ການຜະລິດອຸດສາຫະກຳສີຂຽວ” ຢ່າງເຕັມຮູບແບບ.

​ໂດຍການຖືເອົາຂໍ້ໄດ້ປຽບທາງດ້ານແຫຼ່ງພະລັງງານສະອາດທີ່ລາວມີຢູ່ ມາຜະສົມຜະສານກັບເຕັກໂນໂລຊີຍຸກໃໝ່ ເພື່ອເສີມຂະຫຍາຍການຮ່ວມມືດ້ານການພັດທະນາສີຂຽວລະຫວ່າງ ລາວ-ຈີນ ໃຫ້ເລິກເຊິ່ງຍິ່ງຂຶ້ນ.

​ໃນໂອກາດດຽວກັນນີ້, ຍັງໄດ້ມີພິທີເປີດປ້າຍ “ສະຖາບັນຄົ້ນຄວ້າມາດຕະຖານ ແຫຼ່ງພະລັງງານສະອາດລາວ” ເພື່ອເປັນຮາກຖານທາງດ້ານວິຊາການ ແລະ ມາດຕະຖານໃນການພັດທະນາພະລັງງານສະອາດຂອງຊາດໃນອະນາຄົດ.

ທີ່ມາ: laoedaily

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles