ໄພງຽບໃກ້ຕົວ! ເຕືອນສະຕິການແຜ່ລະບາດ “ຢາເສບຕິດຊະນິດໃໝ່” ທີ່ມາໃນຮູບແບບງານສັງສັນ ແລະ ສື່ສັງຄົມອອນລາຍ

ບັນຫາຢາເສບຕິດໃນປັດຈຸບັນໄດ້ມີການຫັນປ່ຽນຮູບແບບທີ່ອັນຕະລາຍ ແລະ ແນບນຽນຍິ່ງຂຶ້ນ ໂດຍສະເພາະແມ່ນການນໍາໃຊ້ງານລ້ຽງ ແລະ ສື່ສັງຄົມອອນລາຍເປັນເຄື່ອງມືໃນການມົ້ວສຸມ ແລະ ຕົວະຍົວະເຍົາວະຊົນໃຫ້ຕົກເປັນເຫຍື່ອ.

​ຢາເສບຕິດຮູບແບບໃໝ່: ອັນຕະລາຍກວ່າທີ່ຄິດ

​ປັດຈຸບັນມີການແຜ່ລະບາດຂອງສານເສບຕິດທີ່ຖືກດັດແປງໃຫ້ເບິ່ງຄືເຄື່ອງດື່ມ ຫຼື ສິນຄ້າທົ່ວໄປ ເຊັ່ນ:

• ​ກາເຟປະສົມສານເສບຕິດ / ຄໍລາເຈນ

• ​ນໍ້າກະທ້ອມ / ຢາສູບໄຟຟ້າ (Vape)

• ​ສານໄນຕັດອ໋ອກຊາຍ (ລູກປຸມເປົ້າ) ສິ່ງເຫຼົ່ານີ້ມັກຖືກນຳໄປມົ້ວສຸມຕາມສະຖານທີ່ບັນເທີງ ເຊັ່ນ: ເທັກ, ບາ, ຄາຣາໂອເກະ ລວມໄປເຖິງງານດອງ ແລະ ງານບຸນປະເພນີຕ່າງໆ.

ຢາເສບຕິດຄໍລະເຈນ: ຢາເສບຕິດຊະນິດນີ້ບໍ່ແມ່ນຄໍລະເຈນແທ້, ແຕ່ເປັນການນຳເອົາ ຢາເສບຕິດຫຼາຍຊະນິດມາປະສົມກັນ ແລ້ວບັນຈຸໃສ່ໃນຊອງທີ່ອອກແບບໃຫ້ຄືກັບຊອງຄໍລະເຈນ ຫຼື ເຄື່ອງດື່ມບຳລຸງສຸຂະພາບທົ່ວໄປ ເພື່ອຕົບຕາເຈົ້າໜ້າທີ່ ແລະ ດຶງດູດໄວຮຸ່ນ.

​ສ່ວນປະກອບສ່ວນໃຫຍ່ທີ່ກວດພົບ:

• ​ຢາອີ່ (Ecstasy/MDMA): ເຮັດໃຫ້ເກີດອາການເຄີບເຄີ້ມ, ມ່ວນຊື່ນຜິດປົກກະຕິ.

• ​ຢາເຄ (Ketamine): ອອກລິດກົດປະສາດ ແລະ ເຮັດໃຫ້ເກີດພາບຫຼອນ.

• ​ຢານອນຫຼັບ (Nimetazepam): ເພີ່ມລິດການມຶນເມົາ.

• ​ຄາເຟອີນ (Caffeine): ກະຕຸ້ນໃຫ້ຫົວໃຈເຕັ້ນໄວ ແລະ ຕື່ນຕົວ

ຮູບແບບການເສບ ແລະ ການລະບາດ

• ​ວິທີການ: ມັກຈະນຳມາປະສົມກັບນ້ຳດື່ມ, ນ້ຳອັດລົມ ຫຼື ເຄື່ອງດື່ມມຶນເມົາ ເພື່ອດື່ມໃນງານສັງສັນ.

• ​ລັກສະນະ: ເປັນຜົງສີຂາວ ຫຼື ສີບົວອ່ອນ ບັນຈຸໃນຊອງນ້ອຍໆ ທີ່ມີຮູບຊົງທັນສະໄໝ.

• ​ກຸ່ມເປົ້າໝາຍ: ເນັ້ນໃສ່ໄວຮຸ່ນ ແລະ ນັກທ່ຽວກາງຄືນ ໂດຍການໂຄສະນາຊວນເຊື່ອວ່າ “ກິນແລ້ວມີຄວາມສຸກ, ບໍ່ອັນຕະລາຍ”.

ອັນຕະລາຍຕໍ່ຮ່າງກາຍ

​ຍ້ອນມັນເປັນ “ຢາປະສົມ” (Cocktail Drugs), ຮ່າງກາຍຈຶ່ງໄດ້ຮັບສານເຄມີຫຼາຍຢ່າງພ້ອມກັນ ເຊິ່ງສົ່ງຜົນກະທົບຮຸນແຮງດັ່ງນີ້:

• ​ລະບົບປະສາດ: ເກີດພາບຫຼອນ, ອາການຫວາດລະແວງ, ເສຍສະຕິ ແລະ ສູນເສຍການຄວບຄຸມຕົນເອງ.

• ​ລະບົບຫົວໃຈ: ຫົວໃຈເຕັ້ນໄວຜິດຈັງຫວະ, ຄວາມດັນເລືອດສູງຂຶ້ນຢ່າງກະທັນຫັນ.

• ​ພາວະ Shock: ຫາກຮ່າງກາຍຮັບບໍ່ໄຫວ ອາດເຮັດໃຫ້ລະບົບຫາຍໃຈລົ້ມເຫຼວ ຫຼື ຫົວໃຈວາຍໄດ້.

• ​ການເສບຕິດ: ອອກລິດຮຸນແຮງກວ່າຢາເສບຕິດຊະນິດດ່ຽວ ເຮັດໃຫ້ຕິດໄດ້ງ່າຍ ແລະ ເລີກຍາກ.

​ກົນອຸບາຍທີ່ໜ້າຢ້ານກົວ ສິ່ງທີ່ທ້າທາຍທີ່ສຸດແມ່ນການ “ບັງຄັບ ຫຼື ລັກປະສົມ” ໃສ່ເຄື່ອງດື່ມ ເພື່ອຕົວະຍົວະໃຫ້ຄົນທີ່ບໍ່ຮູ້ເລື່ອງທົດລອງເສບ. ມີໄວໜຸ່ມຈຳນວນບໍ່ໜ້ອຍທີ່ຕົກເປັນເຫຍື່ອໂດຍບໍ່ຮູ້ຕົວ ເຊິ່ງບາງກໍລະນີຮ້າຍແຮງເຖິງຂັ້ນ “ຊ໋ອກ ແລະ ເສຍຊີວິດ” ຢ່າງໜ້າເສຍດາຍ.

​ວິທີປ້ອງກັນ ແລະ ແກ້ໄຂ ເພື່ອຮ່ວມກັນກໍາຈັດບັນຫານີ້

• ​ມີສະຕິ ແລະ ຮອບຄອບ: ບໍ່ຊຸກຍູ້ ຫຼື ສົ່ງເສີມພຶດຕິກຳທີ່ຜິດກົດໝາຍໃນທຸກຮູບແບບ.

• ​ແຈ້ງເຈົ້າໜ້າທີ່: ເມື່ອເຫັນເຫດການມົ້ວສຸມ ຫຼື ການກະທຳທີ່ບໍ່ເໝາະສົມ ໃຫ້ແຈ້ງອົງການປົກຄອງຂັ້ນຕ່າງໆທັນທີ.

• ​ເພີ່ມການຕິດຕາມ: ເຈົ້າໜ້າທີ່ຕ້ອງເພີ່ມຄວາມເຂັ້ມງວດໃນການກວດກາ ແລະ ແກ້ໄຂບັນຫາໃຫ້ເດັດຂາດ ແລະ ທັນສະພາບການ.

​ຢ່າປ່ອຍໃຫ້ຄວາມມ່ວນຊື່ນຊົ່ວຄາວ ກາຍເປັນຄວາມເສົ້າຕະຫຼອດຊີວິດ. ຮ່ວມກັນຕ້ານຢາເສບຕິດ ເພື່ອສັງຄົມທີ່ປອດໄພ!

ທີ່ມາ: ກົມສື່ມວນຊົມ ປກສ

Lao Youth​ ​Radio​ FM​ 90.0​ MHz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles