ໃນວັນອັງຄານ ວັນທີ 10 ມີນາ 2026 ທີ່ຜ່ານມາ ໄດ້ມີປະຊາຊົນເຂົ້າໄປປ່າ ເພື່ອຫາເກັບເຫັດ ເກັບຜັກ ຂຸດໜໍ່ໄມ້ ໃນເຂດປ່າ ຈາກນັ້ນໄດ້ເຂົ້າໄປໃນຖ້ຳເຂດເມືອງລ່ອງຊານ ແຂວງໄຊສົມບູນ ຈົນໄດ້ພົບເຫັນພຣະພຸດທະຮູບຫີນ ຢູ່ໃນຖ້ຳແຫ່ງນັ້ນ.
ຮູບຮ່າງລັກສະນະຂອງພຣະພຸດທະຮູບຫີນທີ່ພົບເຫັນໃນຖ້ຳແຫ່ງນີ້ ແມ່ນມີລັກສະນະຄືກັບພຣະພຸດທະຮູບຫີນເກົ່າແກ່ ຄືກັນກັບພຣະພຸດທະຮູບວຽງຈັນໃນຍຸກຕົ້ນ ແລະ ຄືກັບ ພຣະພຸດທະຮູບ ຖ້ຳວັງຊ້າງ ເມືອງໂພນໂຮງ ແຂວງວຽງຈັນ.
ສະຖານທີ່ຖ້ຳທີ່ພົບພຣະພຸດທະຮູບ ແມ່ນຢູ່ຈອມພູຂອງບ້ານຜາດ່າງ ເມືອງລ່ອງຊານ ແຂວງໄຊສົມບູນ.



ທີ່ມາ: Art and Culture of Laos
ພາບຈາກ: บ่าวเตียงคำนากาย

