ນະຄອນໄກສອນ ພົມວິຫານ ໄດ້ຮັບລາງວັນເມືອງທ່ອງທ່ຽວສະອາດອາຊຽນ 2026-2028

ຖືວ່າເປັນຂ່າວທີ່ໜ້າຍິນດີ ແລະ ເປັນຄວາມພາກພູມໃຈຂອງຊາວແຂວງສະຫວັນນະເຂດ! ເມື່ອ ນະຄອນໄກສອນ ພົມວິຫານ ໄດ້ຮັບການຢັ້ງຢືນໃຫ້ເປັນ 1 ໃນ 4 ເມືອງຂອງລາວ ທີ່ໄດ້ຮັບລາງວັນ “ເມືອງມາດຕະຖານທ່ອງທ່ຽວສະອາດອາຊຽນ” ຢ່າງເຕັມພາກພູມ. 🌟

ເປັນຫຍັງນະຄອນໄກສອນ ພົມວິຫານ ຈຶ່ງໄດ້ຮັບລາງວັນ?

ຍ້ອນມີມາດຕະຖານທີ່ໂດດເດັ່ນໃນຫຼາຍດ້ານ:

ມີການຄຸ້ມຄອງສິ່ງແວດລ້ອມ ແລະ ການກຳຈັດສິ່ງເສດເຫຼືອທີ່ດີ.

ມີຄວາມສະອາດ, ປອດໄພ ແລະ ມີຄວາມສະຫງົບຮຽບຮ້ອຍໃນຕົວເມືອງ.

ມີພື້ນທີ່ສີຂຽວ ແລະ ພື້ນຖານໂຄງລ່າງດ້ານການທ່ອງທ່ຽວທີ່ຄົບຊຸດ.

ປະຊາຊົນມີຈິດສຳນຶກສູງໃນການຮັກສາຄວາມສະອາດ ແລະ ສຸຂະອະນາໄມ.

ມາທ່ຽວສະຫວັນນະເຂດ ຕ້ອງບໍ່ພາດ “3 ໄຫວ້, 4 ເບິ່ງ, 5 ຊົມ”

ນີ້ຄືວົງແຫວນແຫ່ງການທ່ອງທ່ຽວທີ່ເປັນເອກະລັກ:

3 ໄຫວ້ (ສິ່ງສັກສິດຄູ່ບ້ານຄູ່ເມືອງ):

– ໄຫວ້ພະທາດອິງຮັງ.

– ໄຫວ້ພະທາດໂພ່ນ.​

– ໄຫວ້ຫໍໄຕປີດົກ (ບ່ອນສະສົມຄັງໃບລານ).​

4 ເບິ່ງ (ຮຽນຮູ້ປະຫວັດສາດ):

– ເບິ່ງຫໍພິພິທະພັນສະຫວັນນະເຂດ.​

– ເບິ່ງຫໍພິພິທະພັນໄດໂນເສົາ.​

– ເບິ່ງຫໍພິພິທະພັນຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ.​

– ເບິ່ງມໍລະດົກສະຖານໜອງເຮືອທອງ.​

5 ຊົມ (ຄວາມງາມທາງທຳມະຊາດ ແລະ ວັດທະນະທຳ):

– ຊົມຕົວເມືອງເກົ່າ, ໜອງຫຼົ່ນ ແລະ ປ່າສະຫງວນດົງນາຕາດ.

– ຊົມຝູງລີງ, ປາຝາ ແລະ ຝາຍສຸຍຈຳພອນ.

– ຊົມໂອງ-ມັ້ງ, ນົກຍາງຂາວ ແລະ ແຫຼ່ງຂຸດຄົ້ນໄດໂນເສົາຊົນນະບູລີ.

– ຊົມເຮືອນຫີນໄຊພູທອງ, ເມືອງບູຮານສີສະເກດ ແລະ ດອນຫີນດ້າງ.

– ຊົມພະທາດນາງຂາວ, ພະເຈົ້າອົງແສນ ແລະ ນໍ້າເກົ້າແຄ ວິລະບູລີ.

ສິລະປະທີ່ເປັນເອກະລັກ: ແຂວງສະຫວັນນະເຂດ ຍັງໄດ້ສ້າງສັນບົດເພງກອນລຳ 4 ຈັງຫວະ (ລຳບ້ານຊອກ, ລຳຄອນສະຫວັນ, ລຳຕັ້ງຫວາຍ ແລະ ລຳຜູ້ໄທ) ເພື່ອສ້າງສີສັນ ແລະ ເອກະລັກໃນການຕ້ອນຮັບນັກທ່ອງທ່ຽວ.

ລາງວັນນີ້ຈະຊ່ວຍຍົກລະດັບມາດຕະຖານການບໍລິການທ່ອງທ່ຽວໃນລາວໃຫ້ດີຂຶ້ນ, ສ້າງຄວາມໝັ້ນໃຈໃຫ້ນັກທ່ອງທ່ຽວ ແລະ ເປັນໂອກາດດີໃຫ້ແກ່ຜູ້ປະກອບການໃນການສົ່ງເສີມການຕະຫຼາດ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາຫຼາຍຂຶ້ນໃນອະນາຄົດ.

​ທີ່ມາ: ປະເທດລາວ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles