ສານກີລາໂລກ ພິຈາລະນາຄະດີ 7 ນັກເຕະ ໂອນສັນຊາດມາເລເຊຍ

ວົງການບານເຕະມາເລເຊຍກຳລັງຈັບຕາເບິ່ງຢ່າງໃກ້ຊິດ ເມື່ອ ສານອະນຸຍາໂຕຕຸລາການກິລາ (CAS) ທີ່ປະເທດສະວິດ ໄດ້ເປີດສາກໄຕ່ສວນຄັ້ງທຳອິດໃນວັນທີ 23 ກຸມພາ 2026 ເພື່ອພິຈາລະນາຄະດີທີ່ 7 ນັກເຕະຕົວຫຼັກຂອງທີມຊາດ “ເສືອເຫຼືອງ” ມາເລເຊຍ​ ຖືກ FIFA ສັ່ງແບນ.

ຈຸດຢືນຂອງສະຫະພັນບານເຕະມາເລເຊຍ (FAM)

ໃນການຍື່ນອຸທອນຄັ້ງນີ້, ທາງສະຫະພັນບານເຕະມາເລເຊຍ FAM ໄດ້ເລືອກໃຊ້ກົນລະຍຸດ “ຍອມຮັບ ແຕ່ຂໍຄວາມເມດຕາ”:

ບໍ່ໄດ້ປະຕິເສດຄວາມຜິດ: ຍອມຮັບເລື່ອງການລະເມີດກົດລະບຽບດ້ານເອກະສານ ແລະ ຄຸນສົມບັດ (Eligibility issues).

ເປົ້າໝາຍດຽວ: ແມ່ນການ “ຂໍຫຼຸດຜ່ອນໂທດ” ຈາກເດີມທີ່ຖືກສັ່ງພັກການແຂ່ງຂັນ 12 ເດືອນ (ຕັ້ງແຕ່ເດືອນກັນຍາ 2025).

ໄລຍະເວລາ ແລະ ການລໍຖ້າຜົນຕັດສິນ:

ການໄຕ່ສວນຄັ້ງນີ້ຄາດວ່າຈະຮູ້ຜົນຢ່າງວ່ອງໄວ ເພື່ອໃຫ້ທັນກັບການກຽມທີມໃນລາຍການສຳຄັນ:

ຜົນການຕັດສິນ: ຄາດວ່າຈະປະກາດອອກມາຢ່າງໄວທີ່ສຸດໃນ ເວລາ 05:00 ໂມງເຊົ້າ ຂອງວັນສຸກ ທີ 27 ກຸມພາ 2026 (ຕາມເວລາປະເທດມາເລເຊຍ).

ຜົນກະທົບຕໍ່ທີມຊາດມາເລເຊຍ:

ຫາກສານກິລາໂລກ CAS ມີຄຳສັ່ງຫຼຸດຜ່ອນໂທດ, ຈະຖືເປັນຂ່າວດີມະຫາສານສຳລັບທັບ “ເສືອເຫຼືອງ” ທີມຊາດ ມາເລເຊຍ​ ທີ່ຈະໄດ້ກຳລັງຫຼັກທັງ 7 ຄົນກັບມາຊ່ວຍທີມໃນໄວໆນີ້. ແຕ່ຖ້າຫາກຜົນການຕັດສິນຍັງຄືເກົ່າ, ມາເລເຊຍກໍຈະຕ້ອງປະເຊີນກັບວິກິດການຂາດແຄນນັກເຕະຕົວເກັ່ງຕໍ່ໄປຈົນກວ່າຈະຄົບກຳນົດໂທດ.

ທີ່ມາ: ASEAN FOOTBALL

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles