ໃນວັນທີ 19 ກຸມພາຜ່ານມານີ້, ອາສາສະໝັກໄຈກາ (JOCVs) ທີ່ມາປະຈຳການໃໝ່ 11 ທ່ານ ໄດ້ເດີນທາງມາຮອດປະເທດລາວແລ້ວ ແລະ ພິທີຕ້ອນຮັບໄດ້ຖືກຈັດຂຶ້ນທີ່ສະຖານທູດຍີ່ປຸ່ນ ໃນນະຄອນຫຼວງວຽງຈັນ, ເຂົ້າຮ່ວມໂດຍທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ, ທ່ານນາງ ແພງຄ່ຽມ ໄຊຍະແກ້ວ ຮອງຫົວໜ້າກົມຮ່ວມມື ແລະ ການເງິນສາກົນ, ກະຊວງການເງິນ, ທ່ານນາງ ໂຄບະຢະຊິ ມິຢະໂກະ ຫົວໜ້າຫ້ອງການອົງການໄຈກາ, ພ້ອມດ້ວຍຕົວແທນຈາກບັນດາກະຊວງ ແລະ ອົງການທີ່ກ່ຽວຂ້ອງ.
ໃນພິທີດັ່ງກ່າວ, ທ່ານທູດໄດ້ໃຫ້ຄຳເຫັນວ່າ: “ດ້ວຍການຕ້ອນຮັບອາສາສະໝັກໃໝ່ຫຼາຍທ່ານໃນມື້ນີ້, ຈຳນວນອາສາສະໝັກໄຈກາທີ່ກຳລັງເຄື່ອນໄຫວໃນປະເທດລາວ ຈະລວມທັງໝົດເປັນ 51 ທ່ານ. ພວກເຮົາຮູ້ສຶກຍິນດີເປັນຢ່າງຍິ່ງທີ່ບັນດາອາສາສະໝັກໄຈກາຍັງສືບຕໍ່ເຄື່ອນໄຫວຢ່າງຫ້າວຫັນໃນປະເທດລາວ ຊຶ່ງເປັນປະເທດທຳອິດທີ່ຍີ່ປຸ່ນສົ່ງອາສາສະໝັກມາປະຈຳການໃນປີ 1965.”
ທ່ານທູດຍັງໄດ້ກ່າວຕື່ມວ່າ: “ລັດຖະບານລາວໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງອາສາສະໝັກໄຈກາສະເໝີມາ. ຂ້າພະເຈົ້າຂໍອວຍພອນໃຫ້ທັງ 11 ທ່ານ ມີສຸຂະພາບເຂັ້ມແຂງ, ປະຕິບັດໜ້າທີ່ດ້ວຍຄວາມມ່ວນຊື່ນ ແລະ ປະສົບຜົນສຳເລັດຢ່າງຈົບງາມ.”
ໃນມື້ດຽວກັນ, ອາສາສະໝັກໃໝ່ທັງ 11 ທ່ານ ໄດ້ມີໂອກາດສົນທະນາເປັນພາສາລາວ ເພື່ອສ້າງຄວາມລຶ້ງເຄີຍກັບບັນດາຜູ້ດູແລ ແລະ ເພື່ອນຮ່ວມງານຈາກບ່ອນທີ່ຈະໄປປະຈຳການໃນຕໍ່ໜ້າ. ໃນນີ້, ອາສາສະໝັກ 4 ທ່ານຈະໄດ້ປະຈຳການຢູ່ໃນນະຄອນຫຼວງວຽງຈັນ ແລະ ທ່ານອື່ນໆຈະໄປເຄື່ອນໄຫວຢູ່ແຂວງຫຼວງພະບາງ, ໄຊຍະບູລີ, ຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ ໃນໄວໆນີ້.
ທີ່ມາ: ສະຖານທູດຍີ່ປຸ່ນ ປະຈຳລາວ

