ວັນທີ 21 ກຸມພາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະ ເຊິ່ງມີຫົວໜ້າຫ້ອງການກະຊວງ, ຫົວໜ້າກົມນໍ້າປະປາ, ມີພະນັກງານວິຊາການໄດ້ລົງຕິດຕາມ ແລະ ຊຸກຍູກການສະໜອງນໍ້າປະປາພາຍໃນນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ທ່ານ ໄຊຍາ ໄຊມຸງຄຸນ ຜູ້ອໍານວຍການ ລັດວິສາຫະກິດ ນໍ້າປະປານະຄອນຫຼວງວຽງຈັນ ເຊິ່ງມີຮອງຫົວໜ້າພະແນກ ຍທຂ.ນວ, ບໍລິສັດທໍ່ນໍ້າລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນການລົງຕິດຕາມຄັ້ງນີ້ ໄດ້ຕິດຕາມເບິ່ງການກໍ່ສ້າງໂຮງງານຜະລິດນໍ້າປະປາ ບ້ານຍາພະ ເມືອງສີໂຄດຕະບອງ, ໂຮງງານຜະລິດນໍ້າປະປາ ບ້ານທາດຂາວ ເມືອງສີສັດຕະນາກ ແລະ ໂຮງງານຜະລິດນໍ້າປະປາ ຈີ່ນາຍໂມ້.
ທ່ານ ເຫຼັກໄຫຼ ສີວິໄລ ໄດ້ກ່າວວ່າ: ນໍ້າປະປາມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດຕໍ່ການດໍາລົງຊີວິດຂອງຄົນເຮົາ ເຊິ່ງນະຄອນຫຼວງວຽງຈັນ ເປັນນະຄອນຫຼວງ ທັງເປັນໃຈກາງຂອງການພັດທະນາ ຍິ່ງມີຄວາມຕ້ອງການນໍ້າປະປາຊົມໃຊ້ ເພື່ອຮັບປະກັນການສະໜອງນໍ້າປະປາ ໃຫ້ສັງຄົມໄດ້ຊົມໃຊ້ ທ່ານໄດ້ເນັ້ນບາງບັນຫາຄື:
ການແກ້ໄຂບັນຫາສະເພາະໜ້າ ແມ່ນໃຫ້ເນັ້ນ ໃສ່ ຈຸດທີ່ໂຮງງານຜະລິດໄດ້ແລ້ວ ໂດຍສະເພາະ ໂຮງງານຜະລິດນໍ້າປະປາ ບ້ານຍາພະ ແມ່ນໃຫ້ສຸມໃສ່ຈັດຕັ້ງປະຕິບັດ ວຽກລະບົບທໍ່ກະຈາຍນໍ້າປະປາ ຈຸດໃດ ທີ່ສາມາດຈັດຕັ້ງປະຕິບັດໄດ້ແມ່ນໃຫ້ດໍາເນີນການທັນທີ, ສ່ວນຈຸດທີ່ ຍັງບໍ່ສາມາດຕົກລົງກັນໄດ້ ແມ່ນໃຫ້ ກົມນໍ້າປະປາ, ພະແນກ ຍທຂ ນະຄອນຫຼວງ ແລະ ລັດວິສາຫະກິດນໍ້າປະປາ ນະຄອນຫຼວງ ຮ່ວມມືກັນສຸມໃສ່ໃນການຈັດຕັ້ງປະຕິບັດ ໃຫ້ສໍາເລັດຕາມແຜນການ ຮັບປະກັນການສະໜອງນໍ້າ ໃຫ້ໄດ້ໄວ ເພື່ອປະຊາຊົນໄດ້ຊົມໃຊ້ນໍ້າສະດວກ;
ສໍາລັບໂຮງງານຜະລິດນໍ້າປະປາ ທາດຂາວ ທີ່ການກໍ່ສ້າງສໍາເລັດ 95% ແມ່ນໃຫ້ເອົາໃຈໃສ່ ສືບຕໍ່ຈັດຕັ້ງປະຕິບັດໃຫ້ສໍາເລັດຕາມແຜນການ ເພື່ອສະໜອງນໍ້າເຂົ້າໃນລະບົບ ທໍ່ສົ່ງໃນຕົວເມືອງ ໃຫ້ທັນການສະໜອງນໍ້າໃຫ້ພຽງພໍ;
ບັນຫານໍ້າຂອງບົກແຫ້ງ ແມ່ນໃຫ້ສົມທົບກັນ ຕິດຕາມຊອກຫາສາຍເຫດຕົ້ນຕໍທີ່ນໍ້າຂອງບົກແຫ້ງໄວ ແລະ ເລັ່ງແກ້ໄຂ ໂດຍໃຫ້ຫ້ອງການຫະຊວງເປັນໃຈກາງປະສານເບິ່ງຕື່ມກັບກະຊວງກ້ຽວຂ້ອງ ໂດຍສະເພາະການປ່ອຍນໍ້າເຂື່ອນ ແລະ ອື່ນໆ ພ້ອມນັ້ນ ໃຫ້ລັດວິສາຫະກິດ ຄົ້ນຄວ້າທາງເລືອກ ຫຼື ຈໍາເປັນຕ້ອງມີລະບົບ ຫຼື ແຜນສໍາຮອງອື່ນໆ ຕ້ອງກະກຽມໄວ້;
ຕໍ່ກັບການແກ້ໄຂສະພາບນໍ້າປະປາຮົ່ວໄຫຼ ເຊິ່ງເປັນບັນຫາທີ່ທ້າທາຍ ຕ້ອງໄດ້ພ້ອມກັນຄົ້ນຄວ້າ ນໍ້າໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍ ຫຼື ຖອດຖອນບົດຮຽນຈາກເພື່ອນມິດສາກົນ. ອາດຈະເລີ່ມສໍາຫຼວດເປັນເຂດ ຫຼື ເປັນໂຊນໄປເລີຍ ຕ້ອງແກ້ໄຂໃຫ້ຂາດຕົວຖາວອນ ແລະ ເປັນແຕ່ລະໄລຍະ ທີ່ສໍາຄັນແມ່ນໃຫ້ສັງຄົມເປັນເຈົ້າການກວດກາ ຕິດຕາມ ແລະ ມີສ່ວນຮ່ວມ.
ທີ່ມາ: ເສດຖະກິດ-ການຄ້າ

