ລັດຖະບານອົດສະຕາລີ ຊ່ວຍເຫຼືອດ້ານຄວາມປອດໄພອາຫານ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ ໃນລາວ ມູນຄ່າ 1,5 ລ້ານໂດລາ

ວັນທີ 20 ກຸມພາ 2026 ກະຊວງສາທາລະນະສຸກ ໄດ້ຈັດພິທີລົງນາມບົດບັນທຶກເຂົ້າໃຈລະຫວ່າງກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ແລະ ອົງການ CHAI ປະຈຳ ສປປ ລາວ ຂອງໂຄງການສ້າງຄວາມເຂັ້ມແຂງໃນວຽກງານເຝົ້າລະວັງ, ປ້ອງກັນ ແລະ ຕອບໂຕ້ ດ້ານຄວາມປອດໄພອາຫານ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າໃນ ສປປ ລາວ. ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ; ລົງນາມບົດບັນທຶກໂດຍ ທ່ານ ດຣ. ສຸກສົມຄວນ ຈັນທະມາດ ຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ກາແຣ໊ດ ຢັງ ຜູ້ອຳນວຍການອົງການ CHAI , ທ່ານ ນ. ເບັນຕິຕາ ຊຳເມີວິວ ຮອງເອກອັກຄະລັດຖະທູດອົດສະຕາລີ ປະຈຳ ສປປ ລາວ, ທ່ານ Timothy Armstrong ຫົວໜ້າອົງການ WHO ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂຄງການນີ້, ແມ່ນໂຄງການຊ່ວຍເຫຼືອດ້ານວິຊາການ ແລະ ງົບປະມານ ຈາກລັດຖະບານ Australia ໂດຍມີ Clinton Health Access Initiative (CHAI) ເປັນຜູ້ບໍລິຫານໂຄງການ ແລະ ຮ່ວມມືຢ່າງໃກ້ຊິດກັບ ກົມອາຫານ ແລະ ຢາ ເພື່ອຍົກລະດັບລະບົບກນເຝົ້າລະວັງ, ປ້ອງກັນ, ໂຕ້ຕອບດ້ານຄວາມປອດໄພອາຫານ ແລະ ເຄື່ອງດື່ມທີ່ມີທາດເຫລົ້າ ຢູ່ໃນ ສປປ ລາວ. ກ່ອນການຈັດຕັ້ງປະຕິບັດຈະຖືກດໍາເນີນຜ່ານການລົງນາມ MOU ລະຫວ່າງ ອົງການ (CHAI) ປະຈໍາ ສປປ ລາວ ແລະ ຄູ່ຮ່ວມງານຫຼັກ ກົມອາຫານ ແລະ ຢາ ເພື່ອກໍານົດຂອບເຂດການຮ່ວມມືຢ່າງຊັດເຈນ. ງົບປະມານທັງໝົດ 1,500,000 ດອນລາອົດສະຕາລີ

ຂໍ້ມູນ: ກົມອາຫານ ແລະ ຢາ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles