ໃນປີ 2025 ພາສີ ປະຈໍາແຂວງຫຼວງນໍ້າທາ, ໄດ້ວາງຄາດໝາຍສູ້ຊົນເກັບລາຍຮັບ, ມາດຕະການຈັດຕັ້ງປະຕິບັດຈໍານວນໜຶ່ງ, ເຊິ່ງພາຍຫຼັງໄດ້ຮັບຕົວເລກແຜນການຈັດເກັບລາຍຮັບເຂົ້າງົບປະມານທັງໝົດ 2,737 ຕື້ກີບ; ແຕ່ຜ່ານການຈັດເກັບລາຍຮັບຕົວຈິງສາມາດປະຕິບັດລາຍຮັບໄດ້ 3,243 ຕື້ກີບ ເທົ່າກັບ 118.49% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 28.87% ເປັນເງິນ 726 ຕື້ກີບ.
ທ່ານ ດາວ ກາລິຄໍາ ຮອງຫົວໜ້າພາສີ ປະຈໍາແຂວງຫຼວງນໍ້າທາ ໃຫ້ສໍາພາດວ່າ: ສະພາບລວມຈຸດພິເສດຂອງ ວຽກງານຂະແໜງພາສີ ປະຈໍາແຂວງຫຼວງນໍ້າທາ, ແມ່ນມີຊາຍແດນຕິດຈອດກັບ ສປ ຈີນ, ປະເທດມຽນມາ, ມີຊາຍແດນທາງບົກ, ທາງນໍ້າຕອນເໜື່ອຕິດຈອດກັນ.
ພາສີ ປະຈໍາແຂວງຫຼວງນໍ້າທາ ປະກອບມີ 2 ຂະແໜງຄື: ຂະແໜງສັງລວມ ແລະ ແກ້ໄຂຄະດີ; ຂະແໜງກວດການເຄື່ອນທີ່ສືບສວນ-ສອບສວນ ແລະ ຕ້ານການຄ້າຂາຍເຖື່ອນ; ປະກອບມີດ່ານພາສີສາກົນບໍ່ເຕັນ, ດ່ານພາສີທ້ອງຖິ່ນຊຽງກົກ, ດ່ານພາສີທ້ອງຖິ່ນປາງໄຮ, ດ່ານພາສີປະເພນີບ້ານມອມຂຶ້ນກັບເຊິ່ງເຮັດໜ້າທີ່ໃນການຄຸ້ມຄອງ,ອໍານວຍຄວາມສະດວກໃນເຄື່ອນຍ້າຍການນໍາເຂົ້າ-ສົ່ງອອກສິນຄ້າເຄື່ອງຂອງ ແລະ ການຜ່ານແດນ,ຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ.
ສ່ວນຕົວເລກລາຍຮັບລວມຂອງພາສີ ປະຈຳແຂວງ ຕາມຕົວເລກແຜນການທີ່ໄດ້ຮັບທັງໝົດ 2,737 ຕື້ກີບ; ຜ່ານການຈັດເກັບລາຍຮັບຕົວຈິງສາມາດປະຕິບັດໄດ້ 3,243 ຕື້ກີບເທົ່າກັບ 118.49% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 28.87% ຫຼື ເທົ່າກັບ 726 ຕື້ກີບ, ເຊິ່ງລາຍຮັບຕົ້ນຕໍໄດ້ຈາກຄ່າຊັກພິເສດ, ພາສີຂາເຂົ້າ, ສິນຄ້ານໍາເຂົ້າເພື່ອສົ່ງອອກ, ຄ່າບໍລິການຜ່ານດ່ານສາກົນ (ດ່ານພາສີສາກົນບໍ່ເຕັນ, ດ່ານພາສີທ້ອງຖິ່ນຊຽງກົກ, ດ່ານພາສີທ້ອງ ຖິ່ນປາງໄຮ) ຄັງແຮ່ນໍ້າມັນເຊື້ອໄຟ, ສິນຄ້າທົ່ວໄປ ແລະ ອື່ນໆ.
ທີ່ມາ: ກະຊວງການເງິນ




