ເນັ້ນໃສ່ຕິດຕາມພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ລົງກວດກາສະພາບການເໜັງຕີງລາຄາສິນຄ້າ

ວັນທີ 27 ມັງກອນ 2026, ພະແນກອຸດສາຫະກຳ ແລະ ການນຄ້າ ແຂວງຄໍາມ່ວນ ຮ່ວມກັບຂະແໜງມາດຕະຖານ ແລະ ວັດແທກ ພະແນກສາທາລະນະສຸກແຂວງ ໄດ້ລົງຕິດ ຕາມ, ກວດກາສະພາບ ການເໜັງຕີງຂອງລາຄາສີນຄ້າ ຢູ່ທີ່ຕະຫຼາດຫຼັກ 3 ເມືອງທ່າແຂກ,ໂດຍມີ ທ່ານ ສົມວິໄຊ ວົງທິ ລາດ ຫົວໜ້າພະ ແນກອຸດສາຫະກຳ ແລະ ການຄ້າ ແຂວງຄໍາມ່ວນ, ທ່ານ ຂັວນໃຈ ສຸວັນລາສີ ຮັກສາ ຫົວໜ້າຂະ ແໜງການຄ້າພາຍໃນ, ເຈົ້າໜ້າທີ່ການຄ້າ, ຂະແໜງມາດ ຕະຖານ ແລະ ວັດແທກ, ພ້ອມດ້ວຍພະແນກ ສາທາລະ ນະສຸກແຂວງ (ຂະແໜງອາຫານ ແລະ ຢາ) ເຂົ້າຮ່ວມ.

ໃນການລົງກວດກາຕິດຕາມ ໃນຄັ້ງນີ້ ແມ່ນໄດ້ເນັ້ນໃສ່ໃນການຕິດຕາມ, ກວດກາ ສິນຄ້າຄວບຄຸມ ບັນຊີ “ກ” ແລະ ສິນຄ້າທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ຂອງປະ ຊາຊົນບັນດາເຜົ່າ ເຊັ່ນ: ເຂົ້າສານ, ຊີ້ນງົວ, ຊີ້ນຄວາຍ, ຊີ້ນໝູ, ໄຂ່ໄກ່, ໄກ່, ປານິນ, ປາດຸກ, ພືດຜັກຕ່າງໆ ແລະ ກວດກາສິນຄ້າທີ່ບໍ່ໄດ້ ຄຸນນະພາບ ກໍ່ຄືສິນຄ້າໝົດອາຍຸ, ສິນຄ້າທີ່ມີສານ ເຈືອປົນ-ປົນເປື້ອນ ແລະ ສິນຄ້ານອກລະບົບ, ພ້ອມກັນນັ້ນກໍ່ໄດ້ມີການກວດກາ ຊິງຊັ່ງນໍ້າໜັກຂອງບັນ ດາຮ້ານຄ້າຕ່າງໆ ທີ່ຕະຫຼາດສຸກສົມບູນ (ຫຼັກ3).ນອກນັ້ນ, ຍັງໄດ້ ລົງກວດກາ ຊຸກຍູ້ ຕິດຕາມບັນດາຫ້າງຮ້ານຂາຍກະ ຕ່າຂອງຂວັນພາຍໃນເທດສະບານ, ຮ້ານສະດວກຊື້: ເຊເວັ້ນ-ອີເລເວັ້ນ, ສະກາຍມາກ ແລະ ຮ້ານຈີຣາຟ, ທັງນີ້ ກໍເພື່ອເປັນການປົກປ້ອງ ຄຸ້ມຄອງລາຄາ ໃຫ້ຖືກຕ້ອງສອດ ຄ່ອງກັບສະພາບການຕົວຈິງ, ຮັກສາສະຖຽນລະພາບທາງດ້ານລາຄາ, ທັງເປັນການປົກປ້ອງຜົນປະໂຫຍດຂອງຜູ້ຊົມໃຊ້ ແລະ ຫຼີກເວັ້ນການ ສວຍໂອກາດຂຶ້ນລາຄາສິນຄ້າທີ່ບໍ່ສົມເຫດສົມຜົນ ໃນຊ່ວງໄລຍະການ ສະເຫຼີມສະຫຼອງງານບຸນນະມັດສະການພຣະທາດ ສີໂຄດຕະບອງ, ເທດສະ ການປີໃໝ່ຊາວວຽດນາມ, ປີໃໝ່ຊາວຈີນ ແລະ ເທດສະການອື່ນໆ ແລະ ໃນຊ່ວງໄລຍະທີ່ ລັດຖະບານ ໄດ້ປັບຂຶ້ນເງິນເດືອນ ໃຫ້ແກ່ພະນັກງານລັດຖະກອນ ໃນປີ 2026 ນີ້.

ໃນການລົງເຄື່ອນໄຫວຕິດຕາມ, ກວດກາວຽກງານຕົວຈິງ ທີ່ຕະຫຼາດສຸກສົມບູນ (ຫຼັກ3) ຄັ້ງນີ້: ກໍເຫັນໄດ້ວ່າ ບັນ ດາ ສິນຄ້າຄວບຄຸມບັນຊີ “ກ” ໂດຍສະເພາະແມ່ນເຂົ້າສານ, ຊີ້ນງົວ, ຊີ້ນຄວາຍ, ຊີ້ນໝູ, ໄຂ່ໄກ່, ໄກ່ (ໄກ່ສາມສາຍພັນ), ປານິນ,ປາດຸກ, ພືດຜັກຕ່າງໆ ຖືວ່າຢູ່ໃນສະພາບລາຄາການ ຂາຍປົກກະຕິ, ໂດຍລວມແລ້ວ ພໍ່ຄ້າຊາວຂາຍໃນ ຕະຫຼາດດັ່ງກ່າວ ໄດ້ປະຕິບັດຖືກຕ້ອງຕາມລະບຽບກົດໝາຍດ້ວຍດີ.

ພ້ອມນີ້, ຄະນະທີມງານ ກໍໄດ້ແນະນໍາໃຫ້ ຜູ້ປະກອບການ ພໍ່ຄ້າ-ແມ່ຄ້າຊາວຄ້າຂາຍ ຕິດປ້າຍລາຄາ,ຕິດສະຫຼາກເປັນພາສາລາວ ຫ້າມບໍ່ໃຫ້ມີການກັກຕຸນສິນຄ້າ,ຫ້າມບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈ, ສະໜອງສິນ ຄ້າໃຫ້ພຽງພໍກັບຄວາມຕ້ອງການ,ມີສະຕິໃນການກວດກາ ສິນຄ້າເຊື່ອມຄຸນ ຫຼື ໝົດອາຍຸອຸປະໂພກ-ບໍລິໂພກ ຕົນເອງເປັນປະຈຳ ແລະ ຫ້າມບໍ່ໃຫ້ນຳເອົາຊິງຊັ່ງ ທີ່ບໍ່ໄດ້ມາດຕະ ຖານ ມານຳໃຊ້ ຫຼື ໃຫ້ບໍລິການ,ຖ້າກໍລະນີ ເຈົ້າໜ້າທີ່ການຄ້າ ກວດກາພົບເຫັນ ແມ່ນຈະໄດ້ປະຕິບັດມາດຕະການ ຕາມລະບຽບກົດໝາຍ ທີ່ວາງອອກຢ່າງເຂັ້ມງວດ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles