ຍິ່ງໃຫຍ່ອະລັງການ! ບຸນວັດພູຈຳປາສັກ 2026 ກຽມສະແດງໂດຣນ 590 ລຳ ເທິງທ້ອງຟ້າ ພ້ອມສະເຫຼີມສະຫຼອງ 25 ປີ ແຫ່ງການເປັນມໍລະດົກໂລກ
ຄະນະຈັດງານບຸນນະມັດສະການຜາສາດຫີນວັດພູ ຈຳປາສັກ ປະຈຳປີ 2026ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ:ໃນການຈັດ ງານບຸນນະມັດສະການຜາສາດຫີນວັດພູ ຈຳປາສັກປີນີ້ ຈະຈັດຂຶ້ນໃນລະຫວ່າງວັນທີ 31 ມັງກອນ ຫາ 2 ກຸມພາ 2026 ເຊິ່ງຈະມີການສະແດງ ໂດຣນ 590 ລຳ ເທິງທ້ອງຟ້າ ແລະ ຍິງພຸໄຟຫຼາກສີສັນຢ່າງອະລັງການ, ຊົມລະຄອນຢ້ອນຍຸກໂດຍມີນັກສະແດງກວ່າ 350 ທ່ານ.
ນອກນັ້ນ, ຍັງມີຈຸດເຊັກອິນຖ່າຍຮູບ ແລະ ອຸໂມງໄຟທີ່ສວຍງາມ, “ຊຸ້ມອາຫານຈຳປາເດີ” ແລະ ຕະຫຼາດຢ້ອນຍຸກ, ຊົມສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນຫຼື ODOP ຈາກ 9 ຕົວເມືອງ 1 ນະຄອນຂອງແຂວງຈຳປາສັກ.ພ້ອມສໍາຜັດຄວາມງາມຂອງຜາສາດຫີນວັດພູ, ຊິມປີ້ງໄກ່, ເຂົ້າປຸ້ນຫາບ,ເຂົ້າຫຼາມຮ້ອນໆ ແລະ ກິດຈະກໍາອື່ນໆ.
ທີ່ມາ: ໜັງສືພິມຈໍາປາໃໝ່