ທີມງານອົງການຊ່ວຍເຫຼືອລັດນໍເວ (NPA) ໄດ້ປະຕິບັດພາລະກິດທຳລາຍລະເບີດເຮືອບິນຊະນິດ MK82 ທີ່ມີນ້ຳໜັກເຖິງ 500 ປອນ (ປະມານ 227 ກິໂລກຼາມ) ທີ່ຕົກຄ້າງມາແຕ່ປາງສົງຄາມ ຢູ່ທີ່ເຂດບ້ານແຕນ, ເມືອງຕະໂອ້ຍ, ແຂວງສາລະວັນ ຢ່າງມີຜົນສຳເລັດ ແລະ ປອດໄພ.
ລະເບີດລູກດັ່ງກ່າວຖືກພົບເຫັນຢູ່ພື້ນທີ່ສວນປູກມັນຕົ້ນຂອງປະຊາຊົນ, ເຊິ່ງຫ່າງຈາກເຂດຊຸມຊົນພຽງແຕ່ 4 ກິໂລແມັດ. ຕາມການຕີລາຄາທາງດ້ານເຕັກນິກ, ລະເບີດ MK82 ມີລັດສະໝີທຳລາຍທີ່ຮຸນແຮງ ຫາກເກີດການແຕກຂຶ້ນ ສະເກັດລະເບີດສາມາດກະຈາຍຕົວໄປໄດ້ໄກເຖິງ 1,5 ກິໂລແມັດ, ເຊິ່ງຖືເປັນໄພຄຸກຄາມອັນໃຫຍ່ຫຼວງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນໃນບໍລິເວນນັ້ນ.
ມາຮອດປັດຈຸບັນ, ທີມງານ NPA ໄດ້ສຸມໃສ່ການກວດກູ້ ແລະ ທຳລາຍລະເບີດໃນເຂດເນື້ອທີ່ການຜະລິດ (ປູກມັນຕົ້ນ ແລະ ປູກເຂົ້າ) ໃນບໍລິເວນດັ່ງກ່າວ ໄດ້ທັງໝົດ 10 ໜ່ວຍ. ການກວດກູ້ຄັ້ງນີ້ບໍ່ພຽງແຕ່ແມ່ນການກຳຈັດຄວາມສ່ຽງ, ແຕ່ຍັງແມ່ນການຄືນຄວາມເຊື່ອໝັ້ນໃຫ້ແກ່ຊາວກະສິກອນໃນການທຳມາຫາກິນ.
ພາຍຫຼັງສຳເລັດການກວດກູ້ ແລະ ທຳລາຍຢ່າງຮອບຄອບ, ທີມງານມີແຜນຈະຈັດພິທີມອບເນື້ອທີ່ດິນດັ່ງກ່າວຄືນໃຫ້ແກ່ປະຊາຊົນຜູ້ໄດ້ຮັບຜົນປະໂຫຍດຈຳນວນ 37 ຄົນ ໃນໄວໆນີ້ ເພື່ອໃຫ້ພວກເຂົາສາມາດນຳໃຊ້ດິນເຂົ້າໃນການຜະລິດກະສິກຳຢ່າງເຕັມຮູບແບບ ແລະ ມີຄວາມປອດໄພ 100%.
ຂໍ້ມູນຈາກ: Norwegian People’s Aid Lao PDR

