30 C
Vientiane
Friday, January 16, 2026

ຊົມເຊີຍ ວັນສ້າງຕັ້ງອົງການໄອຍະການ ປະຊາຊົນສູງສຸດ ຄົບຮອບ 36 ປີ

ຊົມເຊີຍ! ວັນສ້າງຕັ້ງ ອົງການໄອຍະການປະຊາຊົນສູງສຸດ ຄົບຮອບ 36 ປີ (09 ມັງກອນ 1990 ຫາ 09 ມັງກອນ 2026).

ນັບ​ແຕ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1990 ຕາມ​ກົດ​ໝາຍ​ວ່າ​ດ້ວຍ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ ຊຶ່ງມາຮອດປີນີ້ ມີອາຍຸຄົບຮອບ 35 ປີພໍດີ, ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ ກໍ​ໄດ້​ຕັ້ງ​ໜ້າເຄື່ອນໄຫວປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງ​ຕົນ ຕາມລັດຖະທຳມະນູນ ແລະ ກົດໝາຍຢ່າງ​ເຂັ້ມ​ງວດ ແລະ ເຕີບໃຫຍ່ເຂັ້ມ​ແຂງ​ໃນ​ທຸກ​ດ້ານ.

ອົງການໄອຍະການປະຊາຊົນ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສັບສົນ ແລະ ໄດ້ປະເຊີນໜ້າກັບສິ່ງທົດສອບ ແລະ ທ້າທາຍຫຼາຍປະການ ແຕ່ໂດຍພາຍໃຕ້ການນຳພາຂອງສູນກາງພັກ, ໂດຍຍຶດໝັ້ນລັດຖະທຳມະນູນ ແຫ່ງ ສປປ ລາວ ແລະ ຄວາມບຸກບືນຜ່ານຜ່າຂອງພະນັກງານ-ສະມາຊິກພັກທຸກທົ່ວໜ້າ, ອົງການໄອຍະການປະຊາຊົນ ແຕ່ສູນກາງລົງຮອດທ້ອງຖິ່ນ ໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ເຮັດລ້ອນໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍໃຫ້ເປັນຢ່າງດີ.

ມາຮອດປັດຈຸບັນ, ອົງການໄອຍະການປະຊາຊົນ ປະກອບດ້ວຍ ອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນ 3 ພາກ, ອົງການໄອຍະການປະຊາຊົນແຂວງ 17 ແຂວງ, 1 ນະຄອນ ຫລວງວຽງຈັນ, ອົງການໄອຍະການປະຊາຊົນເຂດ 46 ເຂດ ແລະ ຫ້ອງການອົງການໄອຍະການປະຊາຊົນເຂດປະຈໍາເມືອງ ມີ 13 ເມືອງ ໃນຂອບເຂດທົ່ວປະເທດ ແລະ ອົງການໄອຍະການທະຫານ ປະກອບດ້ວຍ ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການທະຫານພາກ, ອົງການໄອຍະການທະຫານແຂວງ-ນະຄອນຫລວງ ເຊິ່ງປະຕິບັດໜ້າທີ່ຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍໃນທົ່ວກອງທັບ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ຕາມກົດໝາຍ.

ລະ​ບົບ​ການ​ຈັດ​ຕັ້ງຂອງອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ ໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງເປັນກ້າວໆ ແລະ ຮັດກຸມກວ່າເກົ່າ; ​ຮັບ​ປະ​ກັນໄດ້ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ; ຖັນແຖວພະນັກງານໄອຍະການສ່ວນຫຼາຍໄດ້ຮັບການກໍ່ສ້າງ-ບຳລຸງຍົກລະດັບທາງດ້ານຄຸນທາດການເມືອງ ແລະ ວິຊາສະເພາະ, ມີທັດສະນະຫຼັກໝັ້ນການເມືອງ, ມີຄຸນສົມບັດສິນທຳປະຕິວັດຮັບໃຊ້ປະຊາຊົນ ແລະ ຄູ່ຄວາມດ້ວຍຄວາມໂປ່ງໃສ ແລະ ຍຸຕິທຳ, ມີຈິດໃຈສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກເຮັດລ້ອນໜ້າທີ່ອັນໜັກໜ່ວງ, ສັບສົນ ເປັນ​ຢ່າງ​ດີ.

ໃຕ້ຮົ່ມທຸງຂອງພັກ ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ ​ໄດ້​ມີ​ຄວາມ​ເຕີບ​ໃຫຍ່​ເຂັ້ມ​ແຂງ​ຮອບ​ດ້ານ, ສາ​ມາດ​ປະ​ຕິ​ບັດ​ພາ​ລະ​ບົດ​ບາດ, ສິດ ແລະ ໜ້າ​ທີ່ຂອງ​ຕົນ ໃນ​ການ​ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ທົ່ວ​ສັງ​ຄົ​ມ​ ແລະ ສັ່ງ​ຟ້ອງ​ຜູ້​ຖືກ​ຫາ​ຂຶ້ນ​ສານຕາມ​ລັດ​ຖະ​ທຳ​ມະ​ນູນ ແລະ ກົດ​ໝາຍ ຢ່າງ​​ສັກ​ສິດ, ປະ​ກອບ​ສ່ວນເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂໃຫ້ປະຊາຊົນໄດ້ທໍາມາຫາກິນ, ດໍາລົງຊີວິດຢ່າງຜາສຸກ, ປະ​ເທດ​ຊາດໄດ້​ຮັບການພັດທະນາ​ທາງ​ດ້ານ​ເສດ​ຖະ​ກິດ-ສັງ​ຄົມ ຂະ ຫຍາຍຕົວ ແລະ ຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງສູ່ຈຸດໝາຍສັງຄົມນິຍົມ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles