ຈຳປາສັກ – ເຊກອງ: ເມື່ອບໍ່ດົນມານີ້ (15-19 ທັນວາ 2025), ອົງການອາຫານໂລກ (WFP) ໄດ້ສຳເລັດການນຳພາຄະນະສື່ມວນຊົນລາວ ລົງຕິດຕາມຄວາມຄືບໜ້າຂອງໂຄງການພັດທະນາ ເພື່ອເປັນກະບອກສຽງສະທ້ອນໃຫ້ເຫັນເຖິງການປ່ຽນແປງທີ່ເກີດຂຶ້ນຈິງໃນຊຸມຊົນ.

“ພວກເຮົາຈະບໍ່ຖິ້ມໃຜໄວ້ທາງຫຼັງ” ທ່ານນາງ ອິລດີໂກ ຮາມົສ (Ildiko Hamos), ຜູ້ປະສານງານດ້ານການສື່ສານຂອງ WFP ປະຈຳລາວ ໄດ້ແບ່ງປັນມຸມມອງທີ່ໜ້າສົນໃຈວ່າ: ໃນຂະນະທີ່ຕົວເມືອງໃຫຍ່ກ້າວກະໂດດໄປໄກ ແຕ່ປະຊາຊົນໃນເຂດຫ່າງໄກສອກຫຼີກ ເຊັ່ນທີ່ແຂວງເຊກອງ ຍັງຄົງຕ້ອງການການສະໜັບສະໜູນຢ່າງຕໍ່ເນື່ອງ ເພື່ອໃຫ້ເຂົາເຈົ້າສາມາດກ້າວທັນ “ຂະບວນລົດໄຟແຫ່ງການພັດທະນາ” ນີ້ໄດ້.

3 ພາລະກິດຫຼັກ ທີ່ WFP ກຳລັງຂັບເຄື່ອນ:
- ອາຫານໃນໂຮງຮຽນ: ບໍ່ແມ່ນແຕ່ການໃຫ້ອີ່ມທ້ອງ, ແຕ່ແມ່ນການສ້າງອະນາຄົດໃຫ້ເດັກນ້ອຍມີສຸຂະພາບແຂງແຮງ ແລະ ມີຜົນການຮຽນທີ່ດີຂຶ້ນ.
- ການຮັບມືກັບສະພາບອາກາດ: ສອນໃຫ້ຊຸມຊົນຮູ້ຈັກປັບຕົວ ແລະ ຜະລິດສະບຽງອາຫານໄດ້ຢ່າງຍືນຍົງ ທ່າມກາງການປ່ຽນແປງຂອງທຳມະຊາດ.
- ພະລັງຍິງ-ຊາຍ: ສົ່ງເສີມໃຫ້ແມ່ຍິງມີບົດບາດສຳຄັນໃນການບໍລິຫານຈັດການອາຫານ ແລະ ເສດຖະກິດໃນຄົວເຮືອນ.

ເປັນຫຍັງສື່ມວນຊົນຈຶ່ງສຳຄັນ? WFP ເນັ້ນໜັກວ່າ ການທີ່ນັກຂ່າວນຳສະເໜີເລື່ອງລາວເຫຼົ່ານີ້ ບໍ່ພຽງແຕ່ເຮັດໃຫ້ສັງຄົມຮັບຮູ້ເທົ່ານັ້ນ, ແຕ່ຍັງເປັນການ “ສ້າງຄວາມເຊື່ອໝັ້ນຕໍ່ຜູ້ໃຫ້ທຶນສາກົນ” ເພື່ອໃຫ້ມີງົບປະມານເຂົ້າມາຊ່ວຍເຫຼືອລັດຖະບານລາວ ແລະ ພັດທະນາບ້ານເຮືອນຂອງພວກເຮົາຢ່າງຕໍ່ເນື່ອງ.
ການເປັນເຈົ້າການຂອງຊຸມຊົນ ຄືກຸນແຈສຳຄັນ! ເມື່ອປະຊາຊົນມີຄວາມຮູ້ (Knowledge), ເຂົາເຈົ້າກໍຈະສາມາດກຸ້ມຕົນເອງໄດ້ຢ່າງຍືນຍົງ.



















