ວັນທີ 18 ທັນວາ 2025 ນີ້ ທີ່ສວນຊາກຸຣະລາວ-ຢີ່ປຸ່ນ ທີ່ເມືອງວຽງໄຊ ແຂວງຫົວພັນ ໄດ້ເປີດງານທ່ຽວຊົມດອກຊາກຸຣະ ສະເຫຼີມສະຫຼອງຄົບຮອບ 10 ປີ ການປູກຕົ້ນຊາກຸຣະ ທີ່ສວນຊາກຸຣະລາວ-ຢີ່ປຸ່ນ ທີ່ເມືອງວຽງໄຊ ໂດຍມີທ່ານ ນ.ລ້ອງຄໍາ ພອນມີໄຊ ຮອງປະທານຄະນະກໍາມະການປົກຄອງແຂວງ, ທ່ານ ທີສຸໂຕມຸ ໂຄອິຊຸມິ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ແສງສຸວັນ ວົງຄໍາ ຫົວຫນ້າພະ ແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ, ມີປະທານອົງການໄຈກາປະຈໍາລາວ, ປະທານອົງການຄົນພິການອາຊີເພື່ອການພັດທະນາ ພາກສ່ວນກ່ຽວຂ້ອງ ລາວ-ຍີ່ປຸ່ນ ເຂົ້າຮ່ວມ.
ສວນຊາກຸຣະແຫ່ງນີ້ ເປັນສັນຍາລັກແຫ່ງສາຍພົວພັນລະຫວ່າງສອງຊາດ ລາວ-ຍີ່ປຸ່ນ. ເລີ່ມແຕ່ປີ 2022 ເປັນຕົ້ນມາດອກຊາກຸຣະ ຢູ່ຊາກຸຣະ ລາວ-ຢີ່ປຸ່ນ ທີ່ເມືອງວຽງໄຊ ໄດ້ອອກດອກເບັ່ງບານສວຍງາມ ແລະ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດຶງດູດ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເດີນທາງເຂົ້າມາທ່ຽວຊົມຄວາມງາມຂອງດອກຊາກຸຣະໃນທຸກໆປີ, ຍ້ອນໄດ້ຮັບຄວາມເອົາໃຈ ແລະ ສະຫນັບສະຫນູນຈາກລັດຖະບານຍີ່ປຸ່ນກໍ່ຄືສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ອົງການຄົນພິການອາຊີເພື່ອການພັດທະນາ (ADDP) ທີ່ໃຫ້ການສະຫນັບສະຫນູນດ້ານງົບປະມານ ໃນການສ້າງກິດຈະກໍາສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການສ້າງຈຸດຖ່າຍຮູບ ເພື່ອດຶງດູດນັກທ່ອງທ່ຽວ ເຊິ່ງໄດ້ເຮັດໃຫ້ການທ່ຽວຊົມດອກຊາກຸຣະບານຢູ່ສວນແຫ່ງນີ້ແຕ່ລະປີມີບັນຍາກາດຟົດຟື້ນ ແລະ ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວຢ່າງຫຼວງຫລາຍ. ການຈັດພິທີເປີດງານທ່ຽວຊົມດອກຊາກຸຣະ ໃນຄັ້ງນີ້ກໍເພື່ອເປັນການສົ່ງເສີມການທ່ອງທ່ຽວຢູ່ເມືອງວຽງໄຊ ກໍຄືແຂວງຫົວພັນໃຫ້ນັບມື້ຫລາຍຂຶ້ນ.
ທ່ານ ທີສຸໂຕມຸ ໂຄອິຊຸມິ ເອກອັກຄະລັດຖະທູດຍີ່ປຸ່ນປະຈໍາ ສປປ ລາວ ກ່າວວ່າ: ການທີ່ຕົ້ນຊາກຸຣະຂອງຍີ່ປຸ່ນຢູ່ເມືອງວຽງໄຊ ແຫ່ງນີ້ ໄດ້ຄົບຮອບ 10 ປີ ຊຶ່ງມີຄວາມໝາຍຄວາມສໍາຄັນຫຼາຍ ແລະ ສ້າງຄວາມປິຕິຍິນດີໃຫ້ແກ່ຂ້າພະເຈົ້າໃນຖານະ ເອກອັກຄະລັດຖະທູດ ທີ່ໄດ້ປະຈຳການໃນຊ່ວງເວລານີ້. ການປູກຕົ້ນຊາກຸຣະໃນສະພາບແວດລ້ອມທີ່ແຕກຕ່າງຈາກຍີ່ປຸ່ນນັ້ນ ບໍ່ແມ່ນເລື່ອງງ່າຍເລີຍ ສວນຊາກຸຣະຈະເກີດຂຶ້ນໄດ້ກໍຍ້ອນຄວາມພະຍາຍາມຂອງຫຼາຍພາກສ່ວນ ເຊັ່ນ: ແຂວງຫົວພັນ, ເມືອງວຽງໄຊ, ບັນດາຜູ້ຊ່ຽວຊານຊາວຍີ່ປຸ່ນ, ແລະ ອົງການຄົນພິການອາຊີເພື່ອການພັດທະນາ (ADDP). ລັດຖະບານຍີ່ປຸ່ນຍັງຈະໄດ້ສືບຕໍ່ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງໃນການສ້າງຕັ້ງສູນຝຶກວິຊາຊີບໃຫ້ແກ່ຄົນພິການ ທີ່ຕັ້ງຢູ່ໃນບໍລິເວນສວນດອກຊາກຸຣະເມືອງວຽງໄຊ ທີ່ດຳເນີນໂດຍ ອົງການຄົນພິການອາຊີເພື່ອການພັດທະນາ ADDP, ພ້ອມທັງໂຄງການພັດທະນາຊຸມຊົນໂດຍນຳໃຊ້ທ່າແຮງການທ່ອງທ່ຽວຂອງເມືອງວຽງໄຊ.
ທ່ານ ເອຕະ ຢາຊິໂຣະ ທີ່ປຶກສາປະທານ ອົງການຄົນພິການອາຊີເພື່ອການພັດທະນາ ADDP ຫຼືເປັນທີ່ຮູ້ຈັກກັນໃນນາມ “ຊາຍແຫ່ງດອກຊາກຸຣະ,” ກ່າວວ່າ: ມື້ນີ້ ຂ້າພະເຈົ້າ ພ້ອມທັງຄະນະຜູ້ບໍລິຫານ ແລະ ທີມງານ ຈາກ ອົງການຄົນພິການອາຊີເພື່ອການພັດທະນາ ADDP ປະເທດລາວ ແລະ ຍີ່ປຸ່ນ ມີຄວາມຮູ້ສຶກປິຕິຍິນດີຢ່າງຍິ່ງ ທີ່ໄດ້ມາຮອດມາເຖິງ ແລະ ເຕົ້າໂຮມຮ່ວມກັບບັນດາທ່ານ. ນັບຕັ້ງແຕ່ໄດ້ປູກເບ້ຍດອກຊາກຸຣະ ດ້ວຍຄວາມເປັນຫ່ວງວ່າ “ດອກຊາກຸຣະຈະສາມາດເຕີບໃຫຍ່ຢູ່ພື້ນແຜນດິນລາວແຫ່ງນີ້ໄດ້ແທ້ບໍ..”, ຈາກມື້ນັ້ນ ເຖິງມື້ນີ້ ເວລາກໍໄດ້ຜ່ານໄປຢ່າງໄວວາເຖິງ 13 ປີແລ້ວ. ຕົ້ນຊາກຸຣະທີ່ນ້ອຍໆນັ້ນ ໄດ້ເຕີບໃຫຍ່ຢ່າງສະຫງ່າງາມ ແລະ ໄດ້ອອກດອກເບັ່ງບານໃຫ້ເຫັນຢ່າງສວຍງາມ ເຖິງແມ່ນວ່າຍັງມີເບ້ຍນ້ອຍໆທີ່ຫາກໍກໍາລັງແຕກດອກອອກກິ່ງ, ແຕ່ດອກຊາກຸຣະຂອງຍີ່ປຸ່ນ ຈະສືບຕໍ່ເບັ່ງບານຢ່າງສວຍງາມໃນອີກຫຼາຍສິບປີ ຫຼື ຫຼາຍຮ້ອຍປີຕໍ່ໜ້າ ໃນສັນຍາລັກທີ່ວ່າ “ດອກຊາກຸຣະແຫ່ງມິດຕະພາບ” ແລະ ເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ຂອງເມືອງວຽງໄຊ ຕະຫຼອດໄປໃນອະນາຄົດ.
ທີ່ມາ: ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ

