ນະຄອນຫລວງວຽງຈັນ ປະດັບປະດາເອ້ຍ້ອງຕົວເມືອງຢ່າງສວຍງາມ ດ້ວຍປ້າຍຄຳຂັວນ ທຸງພັກ ທຸງຊາດ ທຸງທິວ ຕາມເສັ້ນທາງສາຍຫລັກ ເສັ້ນທາງຕ່າງໆ ໃນຕົວເມືອງ, ນອກເມືອງ ແລະ ສະຖານທີ່ສຳຄັນຫລາຍແຫ່ງ ເປັນຕົ້ນ ສະຖານທີ່ທ່ອງທ່ຽວ ສວນສາທາລະນະ ສຳນັກງານອົງການ ບໍລິສັດຫ້າງຮ້ານ ເຮືອນຊານບ້ານຊ່ອງຂອງປະຊາຊົນ ເຮັດໃຫ້ເປັນລະບຽບງາມຕາ ສົມວ່າເປັນການມີສ່ວນຮ່ວມໃນການສ້າງຂະບວນສະເຫລີມສະຫລອງເນື່ອງໃນໂອກາດວັນຊາດທີ 2ທັນວາ ຄົບຮອບ50ປີ ເພື່ອສະແດງເຖິງຄວາມເອກອ້າງທະນົງໃຈ ແລະ ຄວາມເປັນຊາດລາວ ໃຫ້ແຂກ ທັງພາຍໃນ ແລະ ຕ່າງປະເທດ ໄດ້ເຫັນຄວາມຮຸ່ງເຮືອງສີວິໄລ ຂອງປະເທດຊາດລາວເຮົາ.
ທ່ານ ປັນຍາ ມະນີວົງ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງນະຄອນຫລວງວຽງຈັນ ໄດ້ສຳພາດຕໍ່ທີມຂ່າວ ໂທລະພາບ ນວ ໃຫ້ຮູ້ວ່າ: ຫ້ອງການຂອງພວກເຮົາ ແມ່ນຮັບຜິດຊອບໂດຍກົງ ຕໍ່ວຽກງານປະດັບປະດາ ແລະ ອານາໄມຮັກສາຄວາມສະອາດໃນຕົວເມືອງ ແລະ ເນື່ອງໃນໂອກາດວັນທີ່ມີຄວາມໝາຍຄວາມສຳຄັນນີ້ ກໍ່ໄດ້ມີການສົມທົບກັບບັນດາເມືອງ ວາງແຜນປະດັບປະດາ ເພື່ອງສ້າງສີສັນ ສ້າງຄວາມສວຍງາມ ໃນທົ່ວ ນວ ໃນນີ້ ໄດ້ຕິດທຸງຊຸມ ຫລາຍກວ່າ 16 ຈຸດ ແລະ ໄດ້ຕິດທຸງພັກທຸງຊາດ ຕາມເສັ້ນທາງຫລາຍກວ່າ 60ເສັ້ນທາງ ພ້ອມທັງໄດ້ມີການປັບປຸງວົງສຽນ ຂຶ້ນປ້າຍຄຳຂັວນໃສ່ຕາມເສັ້ນທາງ ສຳນັກງານ ແລະ ໃສ່ຈໍແອວອີດີ 16ຈຸດ ທັງເພີ້ມທະວີວຽກງານອານາໄມທຳຄວາມສະອາດ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ຄວາມສະອາດຈົບງາມໃນຕະຫລອດເສັ້ນທາງ ແລະ ໃນຕົວເມືອງ ເວົ້າລວມແລ້ວ ມາຮອດປະຈຸບັນ ການປະດັບປະດາແມ່ນສໍາເລັດຕາມແຜນທີ່ວາງໄວ້.
ທິ່ມາ: ວີທະຍຸ ນະຄອນຫຼວງ

