ຈີນຈະສືບຕໍ່ ເປັນກຳລັງຂັບເຄື່ອນສຳຄັນຂອງການເຕີບໂຕເສດຖະກິດໂລກ

ໃນຂະນະທີ່ໂລກກຳລັງປະເຊີນໜ້າ ກັບຄວາມສັບສົນ, ຄວາມວຸ້ນວາຍ, ແລະ ການປ່ຽນແປງທີ່ສ້າງສະຖານະການໂລກຄືນໃໝ່, ພາຍໃຕ້ຄວາມແຮງກົດດັນນີ້ ເສດຖະກິດຂອງຈີນຍັງຄົງກ້າວໜ້າ ດ້ວຍຄວາມຫມັ້ນຄົງ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ມີຄວາມໜັກແໜ້ນ ແລະ ມີພະລັງ, ການລົງທຶນທີ່ມີປະສິດທິຜົນໄດ້ສືບຕໍ່ຂະຫຍາຍຕົວ, ເຊິ່ງໄດ້ວາງພື້ນຖານອັນໜັກແໜ້ນ ໃຫ້ແກ່ການບັນລຸເປົ້າໝາຍການພັດທະນາເສດຖະກິດ ແລະ ສັງຄົມຕະຫຼອດປີ.

ອີງຕາມຂໍ້ມູນຂອງສຳນັກງານສະຖິຕິແຫ່ງຊາດ ການຄິດໄລ່ເປື້ອງຕົ້ນສະແດງໃຫ້ເຫັນວ່າ ໃນສາມໄຕມາດທຳອິດຂອງປີ 2025, ຜະລິດຕະພັນລວມພາຍໃນ (GDP) ຂອງຈີນບັນລຸ 101,503.6 ຕື້ຢວນ, ເຊິ່ງເພີ່ມຂຶ້ນ 5.2% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ດ້ວຍລາຄາທີ່ບໍ່ປ່ຽນແປງ, ການເຄື່ອນໄຫວຂອງເສດຖະກິດມີຄວາມໝັ້ນຄົງ ແລະ ຍັງຄົງກ້າວໜ້າ, ການພັດທະນາທີ່ມີຄຸນນະພາບສູງໄດ້ຮັບຜົນສຳ ເລັດຢ່າງຕັ້ງໜ້າ.

ອິດທິພົນຂອງຈີນໃນດ້ານມາດຕະຖານເຕັກໂນໂລຊີໂລກ ແລະ ລະບົບຕ່ອງໂສ້ການ ສະໜອງກຳລັງເພີ່ມຂຶ້ນ, ແລະ ຄວາມເປັນຜູ້ນຳໃນຂົງເຂດເຕັກໂນໂລຊີສີຂຽວຈະເລັ່ງການ ຫັນປ່ຽນພະລັງງານ ທົ່ວໂລກ. ໃນປີ 2023, ມູນຄ່າການສົ່ງອອກລວມຂອງລົດຍົນພະລັງງານໃໝ່, ໝໍ້ໄຟລີທຽມ, ແລະ ແຜງພະລັງງານແສງຕາເວັນ (photovoltaic) ໄດ້ທະລຸ ຫລາຍກວ່າ1000 ຕື້ຢວນ, ເຊິ່ງເປັນຄັ້ງທຳອິດທີ່ລື່ນກາຍ “ສິນຄ້າສົ່ງອອກແບບດັ້ງເດີມ

ສາມປະເພດເກົ່າ” ຄື ເຄື່ອງໃຊ້ໄຟຟ້າ, ເຄື່ອງເຟີນີເຈີ, ແລະ ໂຄມໄຟ, ແລະ ກາຍເປັນ “ສິນຄ້າສົ່ງອອກສາມປະເພດໃໝ່” ຂອງສິນຄ້າການຄ້າຕ່າງປະເທດ. ຮອດທ້າຍເດືອນ ເມສາ 2025, ກຳລັງການຜະລິດໄຟຟ້າຈາກພະລັງງານທົດແທນຂອງຈີນໄດ້ເກີນ 2 ພັນ ລ້ານກິໂລວັດ, ບັນລຸ 2.017 ຕື້ກິໂລວັດ; ໃນເຄິ່ງທຳອິດຂອງປີ 2025, ການສົ່ງອອກລົດຍົນພະລັງງານໃໝ່ໄດ້ເພີ່ມຂຶ້ນ 75.2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ຄວາມກ້າວໜ້າທາງດ້ານເຕັກໂນໂລຊີຂອງຈີນກຳລັງຫຼຸດຜ່ອນຕົ້ນທຶນການຫຼຸດຜ່ອນການປ່ອຍອາຍພິດຄາບອນທົ່ວໂລກຢ່າງຕໍ່ເນື່ອງ, ເຮັດໃຫ້ບັນດາປະເທດທີ່ກຳລັງພັດທະນາສາມາດເຂົ້າເຖິງພະລັງງານສະອາດໄດ້ງ່າຍຂຶ້ນ.

ຈີນມີປະຊາກອນ 1.4 ຕື້ຄົນ ແລະ ມີຕະຫລາດພາຍໃນປະເທດແບບໃຫຍ່ຫລວງ, ເຊິ່ງຕະຫລາດໃຫຍ່ຫລວງພິເສດນີ້ໄດ້ນຳມາເຊິ່ງຄວາມໄດ້ປຽບດ້ານ​ສະພາບ​ການ​ນຳ​ໃຊ້ ທີ່​ອຸດົມສົມບູນ ​ແລະ ຄວາມ​ໄດ້​ປຽບ​ດ້ານ​ຂະໜາດ,ເປັນການດຶງດູດກຳລັງແຮງດ້ານການ ປະດິດສ້າງທົ່ວໂລກໃຫ້ມາລວມຕົວກັນ. ວັນທີ 5 ຫາ 10 ເດືອນພະຈິກ, ນະຄອນຊຽງໄຮ້ໄດ້ຈັດງານວາງສະແດງສິນຄ້ານຳເຂົ້າສາກົນຈີນ (CIIE) ຄັ້ງທີ8.

ຈີນໄດ້ປະກາດ “ຄວາມເຫັນກ່ຽວກັບການ​ເລັ່ງລັດບໍາລຸງສ້າງ​ສະພາບ​ການ​ນຳ​ໃຊ້ ແລະ ການເປີດກວ້າງເພື່ອຊຸກຍູ້ ການນຳໃຊ້​ສະພາບ​ການ​ນຳ​ໃຊ້ໃໝ່ໃນຂອບເຂດກວ້າງ”, ເຊິ່ງຈະເລັ່ງການບໍາ

ລຸງສ້າງສະພາບ​ການ​ນຳ​ໃຊ້ 22 ປະເພດ, ລວມທັງຂົງເຂດປັນຍາປະດິດ(AI) ແລະ ລະບົບອັດຕະໂນມັດທີ່ບໍ່ມີຄົນຂັບໃນທຸກພື້ນທີ່, ພ້ອມທັງຊຸກຍູ້ການເປີດຊັບພະຍາກອນ ສະພາບແວດລ້ອມ.

ງານວາງສະແດງ CIIE ທັງ 8 ຄັ້ງ, ໂລກໄດ້ເປັນພະຍານເຖິງບັນຊີລາຍຊື່ທາງລົບຂອງຈີນໃນການເຂົ້າເຖິງການລົງທຶນຕ່າງປະເທດທີ່ສັ້ນລົງເລື້ອຍໆການເປີດກວ້າງທາງດ້ານສະຖາບັນທີ່ກວ້າງຂຶ້ນຢ່າງໝັ້ນຄົງ, ແລະ ການສ້າງຕັ້ງເຂດທົດລອງ ແລະ ຕົວແບບ ຄົບວົງຈອນໃນການຂະຫຍາຍການເປີດກວ້າງຂົງເຂດບໍລິການທີ່ໄດ້ຖືກຊຸກຍູ້ຢ່າງຕໍ່ເນື່ອງ. ໂລກກໍ່ໄດ້ເຫັນການເຕີບໂຕຂອງບັນດາວິສາຫະກິດທີ່ມາຈາກທຸກປະເທດຄຽງຄູ່ ກັບການພັດທະນາ ທີ່ມີຄຸນນະພາບສູງຂອງຈີນ, ໄດ້ເຫັນສິນຄ້າຕ່າງທີ່ມາຈາກບັນດາປະເທດໄດ້ສ້າງອາຊີບຄົງທີ, ລາຍຮັບ ແລະ ຊີວິດທີ່ດີກວ່າໃຫ້ແກ່ປະຊາຊົນໃນທ້ອງຖິ່ນ, ເຊິ່ງ: ໝາກເຜັດຈາກປະເທດຣວັນດາ(Rwanda), ຜ້າພົມຂົນສັດທີ່ເຮັດດ້ວຍມືຈາກປະເທດອັຟການິສຖານ (Afghanistan) ແລະ ສະບູໂບຮານ ຈາກປະເທດຊີເຣຍ.

ໃນການປະເຊີນໜ້າກັບກະແສຕ້ານໂລກາພິວັດ, ຈີນໄດ້ສ້າງຄວາມໄດ້ປຽບດ້ານການ ແຂ່ງຂັນຄືນໃໝ່ ດ້ວຍການເປີດກວ້າງທາງດ້ານສະຖາບັນ, ຫັນປ່ຽນຈາກ “ການເປີດກວ້າງປະເພດການໄຫຼວຽນ ຂອງສິນຄ້າແລະປັດໄຈ” ໄປສູ່ “ການເປີດກວ້າງທາງດ້ານສະຖາບັນ”, ເພື່ອຕ້ານຄວາມສ່ຽງໃນດ້ານ “ການຕັດສາຍພົວພັນ”. ຮອດເດືອນເມສາ 2024, ຈີນໄດ້ລົງນາມໃນສັນຍາການຄ້າເສລີ 22 ສະບັບກັບ 29 ປະເທດ ແລະ ເຂດແຄວ້ນ, ເຊິ່ງກວມເອົາຫຼາຍກວ່າ 30% ຂອງ GDP ໂລກ; ເຂດທົດລອງການຄ້າເສລີພາຍໃນປະເທດໄດ້ຂະຫຍາຍຈາກ 1 ເຂດເປັນ 22 ເຂດ.

ຕາມການຈັດຕັ້ງການຫຼຸດຜ່ອນພາສີຂອງ RCEP, ຫຼາຍກວ່າ 90%ຂອງຜະລິດຕະພັນພາຍໃນພາກພື້ນຈະຕ້ອງບັນລຸການຍົກເວັ້ນພາສີເທື່ອລະກ້າວ, ເຊິ່ງໄດ້ຊຸກຍູ້ການເຕີບໂຕຢ່າງວ່ອງໄວຂອງການຄ້າສິນຄ້າຂັ້ນກາງ, ແລະ ຄວາມແໜ້ນແຟ້ນຂອງຕ່ອງໂສ້ມູນຄ່າພາກພື້ນໄດ້ເພີ່ມຂຶ້ນຢ່າງເຫັນໄດ້ຊັດ.

ປະເຊີນໜ້າກັບກະແສຄື້ນຟອງຕ້ານໂລກາພິວັດ, ໂລກກຳລັງຢູ່ໃນ ຈຸດສຳຄັນທາງປະຫວັດສາດອີກຄັ້ງໜຶ່ງ ທີ່ກຳນົດອະນາຄົດແລະຊະຕາກຳຂອງມະນຸດ. ຕ້ອງກ້າວອອກຈາກແນວຄິດຈັກກະພັດ, ແນວຄິດສົງຄາມເຢັນ, ແນວຄິດ ຄອບຄອງ, ແລະ ແນວຄິດໂດດດ່ຽວ, ຮັກສາລະບຽບການສາກົນ, ກົດລະບຽບສາກົນ, ແລະ ລະບົບການຄຸ້ມຄອງທົ່ວໂລກທີ່ອີງໃສ່ກົດບັດສະຫະປະຊາຊາດ. ຈີນຈະສຸມໃສ່ຄວາມພະຍາຍາມຕົ້ນຕໍໃນການແກ້ໄຂບັນຫາຂອງຕົນເອງ, ຊຸກຍູ້ການສ້າງປະຊາຄົມທີ່ມີອະນາຄົດຮ່ວມກັນ ຂອງມະນຸດ, ແລະ ສືບຕໍ່ເປັນກຳລັງຂັບເຄື່ອນທີ່ສຳຄັນຂອງການເຕີບໂຕ

ເສດຖະກິດໂລກ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles