ການນຳຂັ້ນສູງທຸກພາກສ່ວນກ້ອນກຳລັງ ປກຊ- ປກສ ສືບຕໍ່ເອົາໃຈໃສ່ຫຼາຍຢ່າງ ເພື່ອກຽມຮັບໃຊ້ ວັນຊາດ 2 ທັນວາ ຄົຍຮອບ 50 ປີ

ກ້ອນສວນສະໜາມກໍາລັງ ປກຊ-ປກສ ໄດ້ຮ່ວມກັນຝຶກຊ້ອມ ຄັ້ງທີ 3 ແລະ ເປັນຄັ້ງທີ 1 ທີ່ສະໜາມຈິງ ( ເດີ່ນພະທາດຫຼວງ ) ໃນວັນທີ 12 ພະຈິກ 2025, ໂດຍການເຂົ້າ ຮ່ວມຕິດຕາມ-ຮັບຊົມຂອງ ທ່ານ ບຸນທອງ ຈິດມະນີ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະ ເທດ, ພົອ ຈັນສະໜອນ ຈັນຍາລາດ ຮອງນາຍົກລັດຖະ ມົນຕີ ຜູ້ຊີ້ນໍາວຽກງານ ປກຊ-ປກສ, ພົທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ,ມີຄະນະນໍາກະຊວງ,ກົມໃຫຍ່,ພ້ອມດ້ວຍຫ້ອງວ່າການ, ອະນຸກໍາມະການ ແລະ ຄະນະຄູຝຶກ ເຂົ້າ ຮ່ວມ.

ຫຼັງຈາກສໍາເລັດການສະແດງຝຶກຊ້ອມ,ບັນດາການນຳຂັ້ນສູງແຕ່ລະທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາ ຍັງທຸກພາກສ່ວນ ເປັນຕົ້ນ: ອະນຸກໍາມະການ, ຄະນະຮັບ ຜິດຊອບກ້ອນກໍາລັງ,ຄູຝຶກ ໂດຍສະເພາະ ກ້ອນກໍາລັງທຸກສະຫາຍທີ່ມີຄວາມອົດທົນພະຍາຍາມຫັດແອບ,ຝຶກຊ້ອມ ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ບັນດາຄະນະຮັບ ຜິດຊອບແຕ່ລະກ້ອນກໍາລັງສືບຕໍ່ເອົາໃຈໃສ່ຫຼາຍຢ່າງ ໂດຍສະເພາະ ປັບປຸງບ່ອນທີ່ຍັງຄົງຄ້າງ ເປັນຕົ້ນ ຈັງວະທ່າທີ່ຕ່າງໆ, ໄລຍະຫາງແຕ່ລະກ້ອນ, ລະດັບການຍົກແຂນຂາ ຕ້ອງສູງຕໍ່າສະເໝີກັນ,ສຽງເສບກັບສຽງພາກຕ້ອງໃຫ້ເຂົ້າ ກັນ ແລະ ກໍານົດຈຸດແຕ່ລະໜ້າວຽກໃຫ້ລະອຽດຊັດເຈນ.

ທັງນີ້, ກໍເພື່ອໃຫ້ມີຄວາມເປັນເອກະພາບ, ງົດງາມ ພ້ອມທັງຮັບປະກັນບໍ່ໃຫ້ມີຄວາມຜິດພາດ ແລະ ສາມາດສະ ແດງອອກມາ ໄດ້ສົມບູນທີ່ສຸດໃນມື້ສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ( 2 ທັນວາ 1975 – 2 ທັນວາ 2025 ) ທີ່ຈະມາເຖິງໃນມໍ່ໆນີ້ ໃຫ້ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ, ມີບັນຍາກາດຟົດຟື້ນ ແລະ ສະແດງໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວ ຂອງປະ ເທດຊາດ ກໍຄື ກໍາລັງ ປກຊ-ປກສ ທັງເປັນການລະນຶກເຖິງວັນສໍາຄັນທາງປະຫວັດສາດຂອງຊາດ, ເອກອ້າງຜົນງານໃນການສ້າງສາ ແລະ ພັດທະນາປະເທດຊາດ ຕະຫຼອດໄລຍະ 50 ປີ ຜ່ານມາ.

ທີມາ: ຄວາມສະຫງົບ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles