ກອງປະຊຸມສະໄຫມສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລາຍງານການດຳເນີນວຽກຂອງລັດຖະບານ ດ້ານການຂະຫຍາຍຕົວທາງດ້ານເສດຖະກິດ ໃນຊ່ວງ 5 ປີຜ່ານມາ ພ້ອມຊີ້ໃຫ້ເຫັນວ່າ ເສດຖະກິດ ສປປ ລາວ ສາມາດສືບຕໍ່ຂະຫຍາຍຕົວໄດ້ຢ່າງມີສະຖຽນລະພາບ ສະເລ່ຍ 5 ປີຢູ່ໃນລະດັບ 4.24%, ແລະ ຄາດວ່າໃນປີ 2025 ຈະຂະຫຍາຍຕົວໄດ້ປະມານ 4.8%.
ທ່ານ ສອນໄຊ ສີພັນດອນ ລາຍງານວ່າ: ການຂະຫຍາຍຕົວທາງດ້ານເສດຖະກິດ ພາຍຫຼັງການລະບາດຂອງພະຍາດໂຄວິດ 19 ລັດຖະບານ ໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດເປັນຕົ້ນ ການຊຸກຍູ່ການຜະລິດພາຍໃນເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ, ການຈັດຕັ້ງປະຕິບັດໂຄງການທົດລອງແຮ່ທາດ ລວມທັງ ໂຄງການຂະໜາດໃຫຍ່ຈຳນວນໜື່ງ ແລະ ການຊຸກຍູ້ການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ການສະໜອງສິນເຊື່ອເພື່ອຟື້ນຟູເສດຖະກິດ ແລະ ອື່ນໆ ຈື່ງເຮັດໃຫ້ເສດຖະກິດສາມາດສືບຕໍ່ຂະຫຍາຍຕົວ ຕາມແຜນການ 5 ປີກຳນົດ ສະເລ່ຍ 5 ປີ ຢູ່ໃນລະດັບ 4.24% (ສຳລັບປີ 2025 ຄາດວ່າຈະຂະຫຍາຍຕົວໃນລະດັບ 4.8%),ໃນນີ້: ຂະແໜງກະສິກຳ ຂະຫຍາຍຕົວສະເລ່ຍ 2.9%, ກວມເອົາ 19.4% ຂອງ GDP (ແຜນການ 5 ປີ: ຂະຫຍາຍຕົວ 2.5% ແລະ ກວມເອົາ 15.3% ຂອງ GDP); ຂະແໜງອຸດສາຫະກໍາ ຂະຫຍາຍຕົວສະເລ່ຍ 4.7%, ກວມເອົາ 32.5% ຂອງ GDP (ແຜນການ 5 ປີ: ຂະຫຍາຍຕົວ 4.1% ແລະ ກວມເອົາ 32.3% ຂອງ GDP); ຂະແໜງບໍລິການ ຂະຫຍາຍຕົວສະເລ່ຍ ສະເລ່ຍ 4.5%, ກວມເອົາ 36.6% ຂອງ GDP (ແຜນການ 5 ປີ: ຂະຫຍາຍຕົວ 6% ແລະ ກວມເອົາ 41.3% ຂອງ GDP) ແລະ ພາສີອາກອນຜະລິດຕະພັນສຸດທິ ຂະຫຍາຍຕົວສະເລ່ຍ 3.8%, ກວມເອົາ 11.5% ຂອງ GDP (ແຜນການ 5 ປີ: ຂະຫຍາຍຕົວ 5.8% ແລະ ກວມເອົາ 11.7% ຂອງ GDP).
ປັດໄຈຕົ້ນຕໍທີ່ຊຸກຍູ້ການເຕີບໂຕ ແມ່ນມາຈາກການຜະລິດສະບຽງອາຫານເພື່ອບໍລິໂພກພາຍໃນ ແລະ ສົ່ງອອກຈຳນວນໜື່ງ, ການຜະລິດຂອງຂະແໜງໄຟຟ້າ ແລະ ບໍ່ແຮ່, ອຸດສະຫະກໍາປຸງແຕ່ງ ແລະ ການຂົນສົ່ງ. ເຖິງແນວໃດກໍ່ຕາມ ເຫັນວ່າ ຂະແໜງບໍລິການ ແລະ ພາສີ-ອາກອນຜະລິດຕະພັນສຸດທິ ມີທ່າອ່ຽງອາດບໍ່ບັນລຸຕາມຄາດໝາຍ ຍ້ອນໄດ້ຮັບຜົນກະທົບຈາກສະພາບອາກາດທີ່ບໍ່ເອື້ອອໍານວຍ, ໄພທຳມະຊາດ, ການລະບາດຂອງພະຍາດໂຄວິດ 19 ເຊິ່ງໄດ້ສົ່ງຜົນກະທົບທົ່ວສັງຄົມ ໂດຍສະເພາະ ພາກທຸລະກິດທີ່ເຮັດໃຫ້ບໍ່ສາມາດດຳເນີນການດເຄື່ອນໄຫວໄດ້ຢ່າງເປັນປົກກະຕິ. ພ້ອມນີ້ ຍັງມີປັດໄຈພາຍນອກຈຳນວນໜື່ງທີ່ສົ່ງຜົນກະທົບຕໍ່ການເຕີບໂຕເສດຖະກິດລາວ ເປັນຕົ້ນ ຄວາມຜັນຜວນຂອງສະພາບການຢູ່ ພາກພື້ນ ແລະ ສາກົນ, ການຟື້ນຕົວເສດຖະກິດຂອງບາງປະເທດໃນພາກພື້ນ ຫຼຸດຄາດໝາຍທີ່ກຳນົດໄວ້, ການປັບນະໂຍບາຍແຮງງານຂອງປະເທດເພື່ອນບ້ານ ແລະ ຄວາມກົດດັນດ້ານເງິນຕາເຮັດໃຫ້ແຮງງານລາວຫຼັ່ງໄຫຼອອກໄປເຮັດວຽກຢູ່ຕ່າງປະເທດ ແລະ ອື່ນໆ.
ທີ່ມາ: ຂ່າວເສດຖະກິດສັງຄົມ

