ອອກມາແລ້ວ! ຜົນການຈັບສະຫຼາກ ກິລາບານເຕະຊາຍ ໃນງານກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025

ອອກມາແລ້ວ! ຜົນການຈັບສະຫຼາກ ກິລາບານເຕະຊາຍ ໃນງານກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ມີ 18 ທີມເຂົ້າຮ່ວມຊິງໄຊປະກອບມີ:

✔️ສາຍ ກໍ : ແຂວງໄຊຍະບູລີ, ແຂວງສະຫວັນນະເຂດ, ແຂວງບໍລິຄຳໄຊ, ແຂວງອຸດົມໄຊ ແລະ ແຂວງເຊກອງ.

✔️ສາຍ ຂໍ : ແຂວງວຽງຈັນ ຫລຽນຄຳ ຄັ້ງທີ XI, ແຂວງສາລະວັນ, ແຂວງຫລວງນໍ້າທາ, ແຂວງຊຽງຂວາງ ແລະ ແຂວງຄໍາມ່ວນ.

✔️ສາຍ ຄໍ : ນະຄອນຫຼວງວຽງຈັນ ເຈົ້າພາບ, ແຂວງບໍ່ແກ້ວ, ແຂວງຫົວພັນ ແລະ ແຂວງອັດຕະປື.

✔️ສາຍ ງໍ: ແຂວງຫລວງພະບາງ, ກະຊວງປ້ອງກັນປະເທດ, ແຂວງຈຳປາສັກ ແລະ ກະຊວງປ້ອງກັນຄວາມສະຫງົບ.

ການແຂ່ງຂັນເຕະບານຊາຍ ຈະແຂ່ງຂັນໃນລະຫວ່າງ 9-24 ພະຈິກ 2025 ນີ້, ຮູບແບບການແຂ່ງຂັນ​ ແມ່ນແບບພົບກັນໝົດໃນສາຍ ແລ້ວຄັດເອົາທີມອັນດັບ 1-2 ເຂົ້າສູ່ຮອບ 8 ທີມສຸດທ້າຍຕໍ່ໄປ.

ທີ່ມາ: ຂ່າວກິລາ​ ໂທລະພາບແຫ່ງຊາດລາວ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles