ເຮັດທັງທຸລະກິດ ເຮັດທັງກະສິກຳ ເພາະກະສິກຳຄືທາງລອດ

ປັດຈຸບັນ, ໄດ້ມີຫຼາຍໆຄອບຄົວທີ່ມີຄວາມສົນໃຈ ແລະຫັນສູ່ການຜະລິດກະສິກຳປູກຝັງລ້ຽງສັດ ເພື່ອຮັບໃຊ້ພາຍໃນຄອບຄົວໃຫ້ພຽງພໍ, ຫຼຸດຜ່ອນການຊື້ຈາກພາຍນອກ ຕາມນະໂຍບາຍຂອງພັກ ແລະ​ ລັດຖະບານ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຄືດັ່ງຄອບຄົວຂອງທ່ານ ວົງວິໄລ ພະສຸວໍ ຫຼື ເປົາຈະເລີນຊັບ ເຈົ້າຂອງບໍລິສັດ ເປົາຈະເລີນຊັບ ຮັບເໝົາກໍ່ສ້າງຂົວທາງ, ເຄຫະສະຖານ​ ຈຳກັດຜູ້ດຽວ ທີ່ນອກຈາກເຮັດທຸລະກິດແລ້ວ, ຍັງໄດ້ນຳພາຄອບຄົວ ເຮັດກະສິກຳແບບປະສົມປະສານ ໂດຍການພັດທະນາພື້ນທີ່ແຫ້ງແລ້ງ ໃຫ້ກາຍເປັນພື້ນທີ່ທີ່ອຸດົມສົມບູນ.

ທ່ານ ເປົາຈະເລີນຊັບ ໄດ້ກ່າວ​ວ່າ: ຕົນເອງ ແລະ​ ຄອບຄົວ ແມ່ນເກີດໃນຊົນຊັ້ນຊາວນາ, ມີໃຈມັກຮັກໃນການເຮັດກະສິກຳແບບປະສົມປະສານ ຈຶ່ງໄດ້ນຳໃຊ້ທຶນຮອນທີ່ມີ ມາພັດທະນາດິນປ່າໂຄກ ທີ່ຕັ້ງຢູ່ບ້ານໂນນສົມບູນ ເມືອງສອງຄອນ ແຂວງສະຫວັນນະເຂດ ໃຫ້ກາຍເປັນສວນກະສິກຳແບບປະສົມປະສານ.​ ເມື່ອກ່ອນ ພື້ນທີ່ດັ່ງກ່າວ ແມ່ນເປັນປ່າໂຄກແຫ້ງແລ້ງ.​ ດັ່ງນັ້ນ, ຕົນເອງ ແລະຄອບຄົວ ຈິ່ງໄດ້ພ້ອມກັນພັດທະນາພື້ນທີ່ສວນໃນເນື້ອທີ່ທັງໝົດ 8 ເຮັກຕາ ໃຫ້ກາຍເປັນພື້ນທີ່ປູກຝັງ-ລ້ຽງສັດແບບປະສົມປະສານທີ່ມີຄວາມອຸດົມສົມບູນ ໂດຍໄດ້ມີການຂຸດໜອງປາ ແລະຂຸດຮ່ອງນໍ້າ​ ​(9 ຮ່ອງ) ແລະ​ ເຈາະນໍ້າບາດານໃຊ້ແຜງໂຊລາເຊວພະລັງງານແສງຕາເວັນ ເພື່ອດູດນໍ້າຈາກພື້ນດິນຂຶ້ນມາປ່ອຍໃສ່ຮ່ອງນໍ້າຕ່າງໆ ໄຫຼລົງສູ່ໜອງ ເປັນບ່ອນເກັບກັກນໍ້າ ໃຫ້ມີລະບົບໝຸນວຽນນ້ຳພາຍໃນສວນ ທີ່ສາມາດຫົດເນື້ອທີ່ປູກຕ່າງໆ​ ພາຍໃນສວນໄດ້ຢ່າງທົ່ວເຖິງ.

ທ່ານ ເປົາຈະເລີນຊັບ ກ່າວໃຫ້ຮູ້ອີກວ່າ: ພາຍໃນສວນ ໄດ້ແບ່ງອອກເປັນເຂດລ້ຽງໝູປ່າ, ແບ້ ແລະງົວຈຳນວນໜຶ່ງ, ແບ່ງເຂດຜະລິດເຂົ້າທີ່ເຮັດເປັນນາໄຮ່ໃຫຍ່ ຈຳນວນ 4 ໄຮ່ ໃນເນື້ອທີ່ 2 ເຮັກຕາ, ແບ່ງເຂດເພື່ອປູກພືດຕ່າງໆ​ ເຊັ່ນວ່າ: ກ້ວຍ, ອ້ອຍ, ໝາກຫຸ່ງ, ພືດຜັກຊະນິດຕ່າງໆ.​ ນອກຈາກນີ້, ຍັງໄດ້ລ້ຽງປາດຸກ, ປາຄໍ່, ປາເຂັງ, ປາປາກ, ປານີນ ແລະ​ ປາຊະນິດອື່ນໆ​ ໃສ່ໜອງ ແລະ ຮ່ອງ, ທັງນີ້ກໍເພື່ອໃຫ້ສາມາດກຸ້ມຕົນເອງພາຍໃນຄອບຄົວ ແລະມີແຜນຈະຂາຍເປັນສິນຄ້າໃນອະນາຄົດ.

ສຳລັບແຜນການໃນຕໍ່ໜ້າ,​ ແມ່ນຈະໄດ້ມີການຈັດສັນພື້ນທີ່ປູກຜັກເຮືອນຮົ່ມປອດສານພິດ ເພື່ອສົ່ງຂາຍຕາມທ້ອງຕະຫຼາດ ສ້າງລາຍຮັບແກ່ຄອບຄົວຕື່ມອີກ ພ້ອມທັງຈະສືບຕໍ່ພັດທະນາສວນແຫ່ງນີ້ (ສວນແສນສຸກຄອບຄົວເປົາຈະເລີນຊັບ) ໃຫ້ກາຍເປັນສວນທີ່ເປັນບ່ອນພັກຜ່ອນຢ່ອນໃຈ ແລະ​ ສາມາດມາທ່ຽວຊົມເບິ່ງການປູກ-ການລ້ຽງພາຍໃນສ່ວນແຫ່ງນີ້ໄດ້.

ທີ່ມາ: ແຂວງສະຫວັນນະເຂດ,​ ປະຊາຊົນ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles