ລັດຖະບານ ຈະເລີ່ມໃຊ້ລະບົບການສຶກສາໃຫມ່ 6+3+3 ໃນສົກຮຽນ 2028-2029 ນີ້

ທ່ານ ສອນໄຊ ສີພັນດອນ ໄດ້ລາຍງານໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ທີ່ຈັດຂຶ້ນໃນວັນທີ 6 ກໍລະກົດ 2026 ນີ້ວ່າ: ໃນໄລຍະຜ່ານມາ, ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ ດ້ວຍວິທີການຕ່າງໆ ເປັນຕົ້ນແມ່ນ ໄດ້ປັບປຸງລະບົບສາຍສຶກສາສາມັນ ຈາກ 5+4+3 ເປັນ 6+3+3 ໄປຄູ່ຂະໜານກັບການສົ່ງເສີມວິຊາຊີບ ແລະ ປັບປຸງປ່ຽນແປງໂຄງສ້າງຫຼັກສູດ ທັງ 12 ຊັ້ນຮຽນ ເຊິ່ງມີລາຍອຽດດັ່ງນີ້:

ຊັ້ນປະຖົມສຶກສາ ປ.1 ຫາ ປ.6 ເພີ່ມຂຶ້ນມາ 1 ປີ (ຈາກເດີມມີຮອດ ປ.5);

ຊັ້ນມັດທະຍົມສຶກສາຕອນຕົ້ນ ມ.1 ຫາ ມ.3 ຫຼຸດລົງ 1 ປີ (ຈາກເດີມມີຮອດ ມ.4);

ຊັ້ນມັດທະຍົມສຶກສາຕອນປາຍ ມ.4 ຫາ ມ.6 ຄືເກົ່າ ມີ 3 ປີ).

ຄຽງຄູ່ກັນນັ້ນ, ໄດ້ມີການພັດທະນາປຶ້ມແບບຮຽນ, ຄູ່ມືຄູ ຕາມທິດທັນສະໄໝ; ນອກຈາກນີ້, ຍັງໄດ້ມີການປະຕິຮູບສະຖາບັນການສ້າງຄູ ໂດຍຍຸບໂຮມເຂົ້າກັນ ແລະ ສ້າງເປັນມະຫາວິທະຍາໄລສ້າງຄູແຫ່ງຊາດ ແລະ ກະກຽມສ້າງຕັ້ງມະຫາວິທະຍາໄລມິດຕະພາບລາວ-ຫວຽດນາມ ແລະ ໂຮງຮຽນມິດຕະພາບລາວ-ຣັດເຊຍ; ໄດ້ແກ້ໄຂບັນຫາຄູອາສາສະໝັກ ສໍາເລັດໂດຍພື້ນຖານ ດ້ວຍການບັນຈຸໂກຕາຫຼັກສູດເຂົ້າໃນຕຳແໜ່ງລັດຖະກອນ ແລະ ບັນຈຸໂກຕາທົດແທນຕາມຈຳນວນທີ່ສູນເສຍ.

ຜ່ານການຈັດສອບເສັງນັກຮຽນເກັ່ງ ແລະ ສອບເສັງຈົບຊັ້ນ ມ.4 ແລະ ມ.7 ທົ່ວປະເທດ, ໃນ 6 ເດືອນຕົ້ນປີ ເຫັນວ່າຕົວຊີ້ບອກຂອງຂະແໜງສຶກສາ ແລະ ກິລາ ເຊິ່ງມີທັງໝົດ 13 ຕົວຊີ້ບອກ ສາມາດບັນລຸຄາດໝາຍ ແລະ ມີຄວາມຄືບໜ້າດີ 4 ຕົວຊີ້ບອກ ຄື: ອັດຕາເຂົ້າໃໝ່ສຸດທິຊັ້ນ ປ.1 ໃນຊັ້ນປະຖົມສຶກສາ, ອັດຕາເຂົ້າຮຽນລວມ ຊັ້ນມັດທະຍົມຕອນຕົ້ນ ແລະ ອັດຕາເລື່ອນຊັ້ນຂອງນັກຮຽນຈົບ ປ.5 ຂຶ້ນ ມ.1 ເພີ່ມຂຶ້ນ, ອັດຕາປະລະຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນ ຫຼຸດລົງ, ແຕ່ກໍຍັງມີ 3 ຕົວຊີ້ບອກ ທີ່ບໍ່ສາມາດບັນລຸໄດ້ ສາເຫດຍ້ອນສະພາບຄວາມຍາກລຳບາກດ້ານເສດຖະກິດ-ການເງິນ, ໄພເງິນເຟີ້ ແລະ ບັນຫາສະພາບແວດລ້ອມອື່ນໆ ແລະ ມີ 6 ຕົວຊີ້ບອກທີ່ກຳລັງປະຕິບັດ ແລະ ຄາດວ່າຈະຖອນຄືນໝໍ້ໃນທ້າຍໄຕມາດທີ 3.

ນອກນັ້ນ, ດ້ານວຽກງານກິລາ ໄດ້ສົ່ງເສີມການຝຶກແອບ ແລະ ສົ່ງຕົວແທນນັກກິລາ ເຂົ້າຮ່ວມແຂ່ງຂັນກິລາໃນພາກພື້ນ ແລະ ສາກົນ ສາມາດຍາດໄດ້ຫຼຽນປະເພດຕ່າງໆ ໂດຍສະເພາະແມ່ນນັກກິລາບານເຕະຮຸ່ນເຍົາວະຊົນ.

ເພື່ອສືບຕໍ່ພັດທະນາຂົງເຂດດັ່ງກ່າວ, ລັດຖະບານ ໄດ້ກຳນົດທິດທາງຈຸດສຸມທີ່ຕ້ອງເລັ່ງຈັດຕັ້ງປະຕິບັດ ຄື: ສືບຕໍ່ກະກຽມຄວາມພ້ອມດ້ານຕ່າງໆ ເພື່ອປັບປຸງລະບົບການສຶກສາສາມັນ 6+3+3 ໃຫ້ສຳເລັດທັນນໍາໃຊ້ໃນສົກປີ 2028-2029; ສືບຕໍ່ແກ້ໄຂບັນຫາການຂາດແຄນຄູ ແລະ ການປະລະການຮຽນ ແລະ ສົ່ງເສີມວຽກງານກິລາ, ການຄົ້ນຄວ້າວິທະຍາສາດ ໃຫ້ມີຄວາມເຂັ້ມແຂງໃນອະນາຄົດ.

​ທີ່ມາ: ຂ່າວສຶກສາວິທະຍາສາດ ແລະ​ກິລາ

​Lao Youth​ ​Radio​ FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles