6 ເດືອນຕົ້ນປີ ສປປລາວ ມ້າງຄະດີຢາເສບຄິດໄດ້ ກວ່າ 1ພັນຄະດີ ຈັບຜູ້ຖືກຫາໄດ້ກວ່່າ 4 ພັນຄົນ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວໃນກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດຊຸດທີ X ໃນເຊົ້າວັນທີ 6 ກໍລະກົດ 2026 ນີ້ວ່າ: ຕໍ່ກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນ 6 ເດືອນຕົ້ນປີ​ 2026​ ເຈົ້າໜ້າທີ່ໄດ້ສຸມໃສ່ວຽກງານກໍ່ສ້າງຮາກຖາມການເມືອງ ຕິດພັນກັບການພັດທະນາຊົນນະບົດຢ່າງມີຈຸດສຸມ ສະກັດກັ້ນ ແລະ ຕ້ານທຸກການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ໂດຍໄດ້ສຸມໃສ່ແກ້ໄຂບັນຫາຢາເສບຕິດ ຊຶ່ງສາມາດມ້າງຄະດີໄດ້ທັງໝົດ 1,786 ເລື່ອງ ຈັບຜູ້ຖືກຫາໄດ້ 4,025 ຄົນ ໃນນັ້ນເປັນຄົນຕ່າງປະເທດ 93 ຄົນ, ຢຶດຂອງກາງຢາເສບຕິດໄດ້ຈຳນວນຫຼາຍ​ ລວມທັງພາຫະນະຈຳນວນໜຶ່ງ.

ພ້ອມດຽວກັນນີ້ໄດ້ນຳເອົາເປົ້າໝາຍຜູ້ເສບຢາເສບຕິດ ເຂົ້າສູນບຳບັດ-ປິ່ນປົວ, ຟື້ນຟູສຸຂະພາບ 7,046 ຄົນຍິງ 412 ຄົນ ປົວດີ ໄດ້ກັບບ້ານແລ້ວ 2,769 ຄົນຍິງ 217 ຄົນ.

ນອກນັ້ນ, ຍັງສາມາດແກ້ໄຂກຸ້ມແກ້ງສໍ້ໂກງຊັບທາງເອເລັກໂຕຣນິກ ຫຼື ອາຊະຍາກຳທາງໄຊເບີ ໄດ້ທັງໝົດ 44 ຄັ້ງ,​ ລວມແລ້ວ 4,482 ຄົນ ໃນນັ້ນເປັນຍິງ 1,032 ຄົນ ລວມມີ 25 ສັນຊາດ ໃນນີ້ມີຄົນລາວ 779 ຄົນ ຍິງ 203 ຄົນ.

ທີ່ມາ: ຄວາມສະຫງົບ

Lao Youth​ Radio​ FM​90​MHz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles