ຂໍ້ມູນຫຼ້າສຸດຈາກ Meta ເຈົ້າຂອງແພລດຟອມ Facebook ສະແດງໃຫ້ເຫັນວ່າ ໃນຊ່ວງທ້າຍປີ 2025 ປະເທດລາວມີຜູ້ໃຊ້ Facebook ສູງເຖິງ 4,6 ລ້ານບັນຊີ ສະທ້ອນໃຫ້ເຫັນວ່າ Facebook ຍັງເປັນສື່ສັງຄົມອັນດັບຕົ້ນທີ່ຄົນລາວນິຍົມນຳໃຊ້.
ເມື່ອປຽບທຽບກັບເດືອນຕຸລາ 2024 ພົບວ່າ ຈຳນວນຜູ້ໃຊ້ທີ່ສາມາດເຂົ້າເຖິງຜ່ານລະບົບໂຄສະນາຂອງ Facebook ໃນລາວ ເພີ່ມຂຶ້ນອີກ 650.000 ບັນຊີ ຫຼື ປະມານ 16,5% ໃນໄລຍະ 1 ປີ. ຂະນະດຽວກັນ ໃນໄລຍະ 3 ເດືອນລ່າສຸດ ລະຫວ່າງເດືອນກໍລະກົດ-ຕຸລາ 2025 ຈຳນວນຜູ້ໃຊ້ຍັງເພີ່ມຂຶ້ນອີກ 50.000 ບັນຊີ ຫຼື 1,1%.
ສະຖິຕິຍັງຊີ້ວ່າ ຜູ້ໃຊ້ Facebook ໃນລາວ ຄິດເປັນ 58,2% ຂອງປະຊາກອນທັງໝົດ ແລະ ຖ້ານັບສະເພາະກຸ່ມອາຍຸ 13 ປີຂຶ້ນໄປ ພົບວ່າມີຜູ້ໃຊ້ສູງເຖິງ 78,7% ຂອງປະຊາກອນກຸ່ມນີ້.
ສຳລັບກຸ່ມຜູ້ໃຫຍ່ອາຍຸ 18 ປີຂຶ້ນໄປ ອັດຕາການນຳໃຊ້ Facebook ໃນລາວສູງເຖິງ 91,3% ຂະນະທີ່ຜູ້ໃຊ້ອິນເຕີເນັດໃນລາວກວ່າ 91,5% ສາມາດເຂົ້າເຖິງ Facebook ໄດ້.
ໃນດ້ານໂຄງສ້າງຜູ້ໃຊ້ ຂໍ້ມູນຂອງ Meta ລະບຸວ່າ ຜູ້ຊາຍມີສັດສ່ວນ 53,2% ຂອງກຸ່ມຜູ້ໃຊ້ Facebook ໃນລາວ ຂະນະທີ່ຜູ້ຍິງມີສັດສ່ວນ 46,8%.
ຢ່າງໃດກໍຕາມ Meta ຊີ້ແຈງວ່າ ຕົວເລກດັ່ງກ່າວເປັນຂໍ້ມູນການເຂົ້າເຖິງຜ່ານລະບົບໂຄສະນາ ບໍ່ແມ່ນຈຳນວນຜູ້ໃຊ້ງານຈິງໃນແຕ່ລະວັນ ຫຼື ແຕ່ລະເດືອນ ເນື່ອງຈາກຜູ້ໃຊ້ບາງຄົນອາດມີຫຼາຍບັນຊີ ຫຼື ມີປັດໃຈອື່ນໆ ທີ່ສົ່ງຜົນຕໍ່ການຄຳນວນຂໍ້ມູນ.
ເຖິງແມ່ນຕົວເລກນີ້ຈະບໍ່ໄດ້ສະທ້ອນຈຳນວນຜູ້ໃຊ້ງານຈິງທັງໝົດ ແຕ່ກໍຊີ້ໃຫ້ເຫັນວ່າ Facebook ຍັງຄົງມີບົດບາດສຳຄັນຕໍ່ການສື່ສານ, ການຕະຫຼາດ ແລະ ການໃຊ້ຊີວິດປະຈຳວັນຂອງປະຊາຊົນລາວໃນຍຸກດິຈິຕອນ.
ທີ່ມາ: DATAREPORTAL
ຮຽບຮຽງ: Lao Youth Radio




