ລາວກ້າວໃກ້ເປົ້າໝາຍກຳຈັດໄຂ້ຍຸງ ຫຼັງຈຳນວນຜູ້ປ່ວຍຫຼຸດລົງກວ່າ 97%

ສປປ ລາວ ສືບຕໍ່ບັນລຸຜົນສຳເລັດສຳຄັນໃນການຄວບຄຸມ ແລະ ປ້ອງກັນໂລກໄຂ້ຍຸງ ຫຼັງຈາກສາມາດຫຼຸດຈຳນວນຜູ້ຕິດເຊື້ອໄດ້ຢ່າງຕໍ່ເນື່ອງໃນຮອບຫຼາຍປີຜ່ານມາ ພ້ອມກ້າວເຂົ້າໃກ້ເປົ້າໝາຍການກຳຈັດໄຂ້ຍຸງທົ່ວປະເທດພາຍໃນປີ 2030.

ຂໍ້ມູນຈາກແຜນຍຸດທະສາດແຫ່ງຊາດດ້ານການກຳຈັດໄຂ້ຍຸງ ປີ 2021-2025 ລະບຸວ່າ ຈຳນວນຜູ້ປ່ວຍໄຂ້ຍຸງໃນລາວໄດ້ຫຼຸດລົງຈາກ 279,903 ກໍລະນີ ໃນປີ 2001 ເຫຼືອພຽງ 6,593 ກໍລະນີ ໃນປີ 2019 ຫຼື ຫຼຸດລົງຫຼາຍກວ່າ 97% ສະແດງໃຫ້ເຫັນຄວາມກ້າວໜ້າຢ່າງຊັດເຈນໃນການຄວບຄຸມພະຍາດ.

ອັດຕາເສຍຊີວິດຫຼຸດລົງຈົນບໍ່ພົບກໍລະນີ ຄຽງຄູ່ກັບການຫຼຸດລົງຂອງຈຳນວນຜູ້ປ່ວຍ ຈຳນວນຜູ້ເສຍຊີວິດຈາກໄຂ້ຍຸງກໍຫຼຸດລົງຢ່າງໜ້າສັງເກດ. ຈາກ 44 ຄົນ ໃນປີ 2012 ຫຼຸດລົງເຫຼືອ 6 ຄົນ ໃນປີ 2018 ແລະ ໃນປີ 2019 ບໍ່ພົບກໍລະນີເສຍຊີວິດຈາກພະຍາດນີ້. ຜົນສຳເລັດດັ່ງກ່າວສະທ້ອນເຖິງປະສິດທິຜົນຂອງລະບົບການວິນິດໄສ ແລະ ປິ່ນປົວຂອງຂະແໜງສາທາລະນະສຸກ.

ພາກໃຕ້ຍັງເປັນພື້ນທີ່ສ່ຽງສູງ ເຖິງວ່າສະຖານະການໂດຍລວມຈະດີຂຶ້ນຫຼາຍ ແຕ່ການລະບາດຂອງໄຂ້ຍຸງຍັງຄົງກະຈຸກຕົວຢູ່ໃນ 5 ແຂວງພາກໃຕ້ ປະກອບມີ ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື ເຊິ່ງກວມເອົາປະມານ 95% ຂອງກໍລະນີທັງໝົດໃນປະເທດ.

ສາເຫດຫຼັກມາຈາກສະພາບພູມສັນຖານທີ່ເປັນປ່າໄມ້ ແລະ ການດຳລົງຊີວິດຂອງປະຊາຊົນບາງກຸ່ມທີ່ຕ້ອງເຂົ້າປ່າເປັນປະຈຳ ເຊັ່ນ ການຫາຂອງປ່າ, ເຮັດໄຮ່ ແລະ ການເຄື່ອນຍ້າຍແຮງງານ ເຊິ່ງເປັນກຸ່ມສ່ຽງຕໍ່ການຕິດເຊື້ອ.

ຫຼາຍກວ່າ 80% ຂອງເມືອງທົ່ວປະເທດເຂົ້າສູ່ໄລຍະກຳຈັດໄຂ້ຍຸງ ຜົນການປະເມີນຄວາມສ່ຽງໃນປີ 2019 ພົບວ່າ ໃນຈຳນວນ 148 ເມືອງທົ່ວປະເທດ ມີ 121 ເມືອງ ຫຼື 82% ທີ່ສາມາດກ້າວເຂົ້າສູ່ໄລຍະການກຳຈັດໄຂ້ຍຸງໄດ້ແລ້ວ. ຂະນະທີ່ອີກ 27 ເມືອງ ຫຼື 18% ຍັງຄົງຕ້ອງສຸມໃສ່ມາດຕະການຫຼຸດຜ່ອນການລະບາດ.

ໃນນັ້ນ ແຂວງອັດຕະປື ຍັງເປັນແຂວງທີ່ມີຄວາມສ່ຽງສູງທີ່ສຸດ ເນື່ອງຈາກທຸກເມືອງໃນແຂວງຍັງຖືກຈັດຢູ່ໃນກຸ່ມພື້ນທີ່ຕ້ອງຫຼຸດຜ່ອນພາລະພະຍາດ.

ຕັ້ງເປົ້າໝາຍກຳຈັດໄຂ້ຍຸງທົ່ວປະເທດໃນປີ 2030

ລັດຖະບານລາວ ໄດ້ກຳນົດວິໄສທັດ “ລາວປອດໄຂ້ຍຸງພາຍໃນປີ 2030” ໂດຍເນັ້ນໃສ່ການກວດພົບຜູ້ປ່ວຍໃຫ້ໄວ, ປິ່ນປົວໃຫ້ທັນເວລາ, ຂະຫຍາຍການໃຊ້ມຸ້ງຊຸບຢາກັນຍຸງ, ພັດທະນາລະບົບເຝົ້າລະວັງ ແລະ ເພີ່ມການເຂົ້າເຖິງກຸ່ມປະຊາກອນສ່ຽງສູງ.

ພ້ອມກັນນັ້ນ ຍັງມຸ່ງໝັ້ນກຳຈັດເຊື້ອໄຂ້ຍຸງຊະນິດ Plasmodium falciparum ທົ່ວປະເທດ ແລະ ກຳຈັດໄຂ້ຍຸງທຸກຊະນິດໃນ 13 ແຂວງພາກເໜືອ ກ່ອນຂະຫຍາຍຜົນໄປສູ່ການກຳຈັດໄຂ້ຍຸງທົ່ວປະເທດໃນອະນາຄົດ.

ການຫຼຸດຈຳນວນຜູ້ປ່ວຍໄຂ້ຍຸງໄດ້ຫຼາຍກວ່າ 97% ແລະ ການຫຼຸດອັດຕາການເສຍຊີວິດຈົນບໍ່ພົບກໍລະນີໃນປີ 2019 ຖືເປັນຄວາມສຳເລັດສຳຄັນຂອງ ສປປ ລາວ ໃນການຕໍ່ສູ້ກັບໂລກໄຂ້ຍຸງ. ແມ່ນແຕ່ຢ່າງໃດກໍຕາມ ການລະບາດໃນບາງພື້ນທີ່ພາກໃຕ້ ແລະ ກຸ່ມປະຊາກອນສ່ຽງສູງ ຍັງຄົງເປັນຄວາມທ້າທາຍສຳຄັນ ທີ່ທຸກພາກສ່ວນຈະຕ້ອງຮ່ວມມືກັນສືບຕໍ່ດຳເນີນງານ ເພື່ອໃຫ້ບັນລຸເປົ້າໝາຍ “ລາວປອດໄຂ້ຍຸງໃນປີ 2030” ຕາມທີ່ວາງໄວ້.

ອ້າງອີງຈາກ: Lao PDR National Strategic Plan for Malaria 2021-2025

ຮຽບຮຽງ: Lao Youth Radio

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles