ຫຼາຍຄົນຮູ້ບໍ່ວ່າ… ພາຍໃຕ້ຄີບອັນໃຫຍ່ໂຕຂອງ “ວາລ” ຍັກໃຫຍ່ແຫ່ງທ້ອງທະເລ ມັນມີຫຍັງຊ້ອນຢູ່? ຫຼາຍຄົນອາດຈະຄິດວ່າ ມັນເປັນພຽງແຕ່ກະດູກ ທຳມະດາ ແຕ່ຄວາມຈິງແລ້ວ ຖ້າເຮົາເອົາຄີບຂອງພວກມັນໄປເຂົ້າເຄື່ອງເອກສະເລ (X-ray) ພາບທີ່ປາກົດຈະເຮັດໃຫ້ທຸກຄົນຕ້ອງຕົກໃຈ.
ເພາະສິ່ງທີ່ຊ້ອນຢູ່ພາຍໃນກໍຄື “ໂຄງຮ່າງກະດູກທ່ອນແຂນ, ກະດູກມື ແລະ ກະດູກນິ້ວທັງ 5 ນິ້ວ”ທີ່ຮຽງໂຕກັນເກືອບຈະຄືກັນກັບ “ມືຂອງມະນຸດ”ເຮົາເລີຍ.
ໂຄງສ້າງ 5 ນິ້ວ ເຊິ່ງຖືເປັນຫຼັກຖານຊິ້ນສໍາຄັນທີ່ເອີ້ນວ່າ ໂຄງສ້າງກຳເນີດຮ່ວມກັນ ນີ້ຄືສິ່ງທີ່ຊ່ວຍຢືນຢັນວ່າ ຍັກໃຫຍ່ໃນທ້ອງທະເລໂຕນີ້ ແທ້ຈິງແລ້ວ ເຄີຍມີບັນພະບຸລຸດຮ່ວມກັນກັບມະນຸດຢ່າງພວກ ເຮົາໃນອະດີດ.
ເມື່ອລອງຍ້ອນອະດີດຖອຍຫຼັງໄປ ມັນເລີ່ມຕົ້ນຂຶ້ນເມື່ອປະມານ 50 ລ້ານປີກ່ອນ ບັນພະບຸລຸດຂອງວາລທີ່ມີຊື່ວ່າ “ປາກີຊີຕັສ”ຍັງເປັນສັດ 4 ຂາ ທີ່ຍ່າງ ແລະ ຫາກິນຢູ່ເທິງບົກ ເມື່ອສະພາບແວດລ້ອມປ່ຽນແປງໄປ ພວກມັນຈຶ່ງຄ່ອຍໆ ຍ້າຍລົງໄປໃຊ້ຊີວິດຢູ່ໃນນ້ຳ.
ແຕ່ທຳມະຊາດບໍ່ໄດ້ເສກ “ຄີບ” ຂຶ້ນມາໃໝ່ທັນທີທັນໃດ ພວກມັນໃຊ້ວິວັດທະນາການ ໂດຍການດັດແປງໂຄງສ້າງແຂນ ແລະ ມືເດີມທີ່ມີຢູ່ແລ້ວ ຜ່ານການເຮັດວຽກຂອງກຸ່ມຢີນທີ່ຄວບຄຸມການສ້າງອະໄວຍະວະ ທີ່ມີຊື່ວ່າ “ຢີນຮອກຊ໌” (Hox genes)
1. ກະດູກແຂນ: ຫົດສັ້ນລົງ ແລະ ໜາຂຶ້ນ ເພື່ອຮັບແຮງຕ້ານຂອງນ້ຳ.
2. ກະດູກມື: ເພີ່ມຈຳນວນ ແລະ ຢືດຍາວອອກ ເຊິ່ງທາງວິທະຍາສາດເອີ້ນວ່າ hyperphalangy.
3. ຈາກນັ້ນ, ເນື້ອເຍື່ອ ແລະ ຜິວໜັງກໍຈະຄ່ອຍໆ ເຕີບໂຕຂຶ້ນມາຫຸ້ມໂຕກະດູກມືທັງໝົດໄວ້ ຈົນກາຍເປັນຄີບດັ່ງໃນພາບທີ່ເຮົາເຫັນໃນປັດຈຸບັນ.
ວິວັດທະນາການສັດນ້ຳນີ້ ໄດ້ຮັບການຢືນຢັນຈາກການສຶກສາຕົວອ່ອນຂອງ “ໂລມາລາຍຈຸດ” ເມື່ອປີ 2006 ໂດຍນັກວິທະຍາສາດພົບວ່າ:
ໃນຊ່ວງທຳອິດຂອງການເຕີບໂຕ, ຕົວອ່ອນຂອງໂລມານັ້ນມີການສ້າງ “ຂາ”ແລະ ມີຮ່ອງຮອຍຂອງ “ນິ້ວມື”ທີ່ແຍກອອກຈາກກັນຢ່າງຊັດເຈນ ເກືອບບໍ່ຕ່າງຫຍັງກັບຕົວອ່ອນຂອງມະນຸດເຮົາເລີຍ.
ແຕ່ກ່ອນທີ່ຈະຄອດອອກມາ, ເນື້ອເຍື່ອຝັງຜືນກໍຈະຈະເລີນເຕີບໂຕຂຶ້ນມາເຊື່ອມປະສານນິ້ວເຫຼົ່ານັ້ນເຂົ້າກັນຈົນກາຍເປັນຄີບທີ່ສົມບູນ.
ແຫຼ່ງຂໍ້ມູນອ້າງອີງ
The Embryo Project Encyclopedia
National Geographic & Nature Journal (2006)
University of California Museum of Paleontology (UCMP)




