ອີງຕາມບົດລາຍງານຈາກພະແນກສືບສວນ-ສອບສວນ ຄະດີອຸບັດຕິເຫດ, ກົມຕຳຫຼວດຈາລະຈອນ ໄດ້ເປີດເຜີຍຕົວເລກສະຖິຕິອຸບັດຕິເຫດທາງບົກທີ່ເກີດຂຶ້ນໃນທົ່ວປະເທດ ໄລຍະ 3 ວັນທຳອິດຂອງເດືອນພຶດສະພາ (ວັນທີ 1, 2 ແລະ 3), ເຊິ່ງມີລາຍລະອຽດທີ່ໜ້າສົນໃຈດັ່ງນີ້:
ທົ່ວປະເທດມີອຸັດເຫດເກີດຂຶ້ນທັງໝົດ 60 ກໍລະນີ.
ພາຫະນະເປ່ເພທັງໝົດ: 110 ຄັນ (ໃນນີ້ ເປ່ເພເລັກນ້ອຍ 45 ຄັນ, ເປ່ເພສົມຄວນ 63 ຄັນ ແລະ ເປ່ເພໃຊ້ການບໍ່ໄດ້ 2 ຄັນ).
ຈຳນວນຜູ້ໄດ້ຮັບບາດເຈັບ: 101 ຄົນ (ບາດເຈັບເລັກນ້ອຍ 48 ຄົນ, ບາດເຈັບສົມຄວນ 43 ຄົນ ແລະ ບາດເຈັບສາຫັດ 10 ຄົນ).
ຈຳນວນຜູ້ເສຍຊີວິດ: 07 ສົບ
ແຂວງທີ່ມີຕົວເລກເກີດເຫດສູງ ແລະ ມີຜູ້ເສຍຊີວິດ:
ນະຄອນຫຼວງວຽງຈັນ: ເກີດເຫດລວມ 12 ລາຍ (ວັນທີ 1-3).
ແຂວງ ວຽງຈັນ: ເກີດເຫດ 8 ລາຍ, ເສຍຊີວິດ 1 ສົບ (ລົດໃຫຍ່ຕຳລົດສາມລໍ້ໄຟຟ້າ).
ແຂວງ ອັດຕະປື: ເກີດເຫດ 8 ລາຍ, ເສຍຊີວິດ 1 ສົບ (ລົດໃຫຍ່ຕຳຄົນຍ່າງ).
ແຂວງ ສະຫວັນນະເຂດ: ເກີດເຫດ 8 ລາຍ, ເສຍຊີວິດ 2 ສົບ (ລົດຈັກຕຳລົດຈັກ).
ແຂວງ ບໍລິຄຳໄຊ: ເສຍຊີວິດ 1 ສົບ (ລົດໃຫຍ່ຕຳຄົນຍ່າງ).
ແຂວງ ໄຊສົມບູນ: ເສຍຊີວິດ 1 ສົບ (ລົດໃຫຍ່ຕຳຄົນຍ່າງ).
ແຂວງ ບໍ່ແກ້ວ: ເກີດເຫດ 2 ລາຍ, ເສຍຊີວິດ 1 ສົບ (ລົດຈັກລົ້ມເອງ).
ນອກຈາກນີ້ ຍັງມີຫຼາຍແຂວງທີ່ເກີດອຸບັດຕິເຫດ ເຊັ່ນ: ຫຼວງພະບາງ (7 ລາຍ), ຫຼວງນ້ຳທາ (5 ລາຍ), ຈຳປາສັກ (2 ລາຍ), ຜົ້ງສາລີ, ເຊກອງ ແລະ ແຂວງອື່ນໆ ທີ່ມີລາຍງານການເກີດເຫດເລັກນ້ອຍ.
ຈາກຕົວເລກດັ່ງກ່າວ ເຫັນໄດ້ວ່າອຸບັດຕິເຫດສ່ວນໃຫຍ່ເຮັດໃຫ້ເກີດຄວາມສູນເສຍທັງຊີວິດ ແລະ ຊັບສິນຢ່າງຫຼວງຫຼາຍ. ຂໍໃຫ້ຜູ້ໃຊ້ລົດໃຊ້ຖະໜົນທຸກທ່ານ ຈົ່ງມີສະຕິໃນການຂັບຂີ່, ເຄົາລົບກົດລະບຽບຈາລະຈອນຢ່າງເຄັ່ງຄັດ, ດື່ມບໍ່ຂັບ ແລະ ກວດເຊັກສະພາບເຕັກນິກລົດກ່ອນອອກເດີນທາງ ເພື່ອຄວາມປອດໄພຂອງຕົວທ່ານເອງ ແລະ ເພື່ອນຮ່ວມທາງ.
ແຫຼ່ງຂໍ້ມູນ: ພະແນກສືບສວນ-ສອບສວນ ຄະດີອຸບັດຕິເຫດ, ກົມຕຳຫຼວດຈາລະຈອນ.
Lao Youth Radio FM90MHz

