ຊົມເຊີຍ ຈາກເດັກນ້ອຍດິນແດນພູສູງສູ່ເວທີລະດັບຊາດ: “ຄຳພະສິດ ຈອມແກ້ວ” ຕົ້ນແບບແຫ່ງຄວາມພະຍາຍາມທີ່ບໍ່ມີວັນສິ້ນສຸດ

“ໄຊຊະນະທີ່ແທ້ຈິງ ບໍ່ໄດ້ວັດກັນທີ່ຫຼຽນຄຳ… ແຕ່ວັດກັນທີ່ວ່າ ເຮົາລຸກຂຶ້ນສູ້ຈັກຄັ້ງໃນວັນທີ່ເຮົາຜິດຫວັງ”

ມື້ນີ້ ແອັດມິນມີເລື່ອງລາວສຸດພິເສດຂອງ ນ້ອງ ຄຳພະສິດ ຈອມແກ້ວ ນັກຮຽນເກັ່ງຈາກ ມສ ສັນຕິພາບ (ນັກຮຽນພອນສະຫວັນພາກເໜືອ) ແຂວງຫຼວງພະບາງ ເຈົ້າຂອງລາງວັນຊົມເຊີຍ ອັນດັບທີ 5 ລະດັບຊາດ ວິຊາ ພາສາລາວ-ວັນນະຄະດີ ຊັ້ນ ມ.7 ປະຈຳປີ 2025-2026 ມາຝາກທຸກຄົນ. ແຕ່ກວ່າຈະມີມື້ນີ້, ເສັ້ນທາງຂອງນ້ອງບໍ່ໄດ້ໂຮຍດ້ວຍກີບດອກກຸຫຼາບເລີຍ.

ຈຸດເລີ່ມຕົ້ນຈາກ “ຄວາມຜິດຫວັງ”

ນ້ອງຄຳພະສິດ ເປັນລູກຫຼານຈາກບ້ານໂພນແກ້ວ, ເມືອງຜົ້ງສາລີ. ຄວາມຊົງຈຳໃນໄວເດັກທີ່ຝັງໃຈຄືການເສັງນັກຮຽນເກັ່ງຕອນ ປ.5 ທີ່ໄດ້ພຽງອັນດັບທີ 4 ຂອງເມືອງ. ຄວາມເສຍໃຈໃນມື້ນັ້ນບໍ່ໄດ້ເຮັດໃຫ້ນ້ອງທໍ້ຖອຍ ແຕ່ມັນກາຍເປັນ “ແຮງຜັກດັນ” ມະຫາສານທີ່ເຮັດໃຫ້ນ້ອງຕັ້ງເປົ້າໝາຍວ່າ: “ມ.4 ຂ້ອຍຕ້ອງເຮັດໃຫ້ດີກວ່າເກົ່າ”

ອ່ານໜັງສືກາງໄຮ່ ແລະ ຄວາມອົດທົນທີ່ກິນໃຈ

ພາບທີ່ໜ້າປະທັບໃຈທີ່ສຸດຄື ເວລາທີ່ນ້ອງໄປຊ່ວຍພໍ່ແມ່ເຮັດໄຮ່ເຮັດສວນ ໃນລະຫວ່າງທາງຍ່າງ ນ້ອງຈະຈັບໜັງສືຂຶ້ນມາອ່ານຕະຫຼອດ. ແມ່ນແຕ່ຕອນເຊົ້າມືດທີ່ຕ້ອງຕື່ນມາໜຶ້ງເຂົ້າ ຄົວກິນໃຫ້ຄອບຄົວ, ມືຂ້າງໜຶ່ງຈັບຟືນ ອີກມືໜຶ່ງກໍຈັບປຶ້ມ “ບົດອະທິບາຍ-ພິສູດ” ຂຶ້ນມາທົບທວນ. ຄວາມພະຍາຍາມນີ້ສົ່ງຜົນໃຫ້ນ້ອງຄ້ວາໄຊຊະນະຕັ້ງແຕ່ຂັ້ນໂຮງຮຽນ, ຂັ້ນເມືອງ, ຂັ້ນແຂວງ ຈົນກ້າວໄປຮອດ ອັນດັບທີ 6 ຂອງປະເທດ ໃນຊັ້ນ ມ.4.

ບົດທົດສອບໃໝ່ໃນ “ຫ້ອງພອນສະຫວັນ”

ເມື່ອໄດ້ທຶນມາຮຽນຕໍ່ ມ.5 ທີ່ ມສ ສັນຕິພາບ ແຂວງຫຼວງພະບາງ ນ້ອງຕ້ອງພົບເຈີກັບຄວາມກົດດັນອີກຄັ້ງ. ໃນການສອບເສັງວັດລະດັບແຕ່ລະຄັ້ງ ນ້ອງມັກຈະຕິດອັນດັບສຸດທ້າຍຂອງຫ້ອງ. ນ້ອງຍອມຮັບວ່າ “ທໍ້ ແລະ ກົດດັນຫຼາຍ” ແຕ່ຄຳວ່າ ຢຸດພະຍາຍາມບໍ່ມີຢູ່ໃນຫົວຂອງເດັກຊາຍຄົນນີ້. ນ້ອງຝຶກຝົນການຂຽນ ຈົນປັບຕົວໜັງສືໃຫ້ງາມເປັນເອກະລັກຕາມແບບສະບັບ “ນັກຮຽນພອນສະຫວັນ” ແລະ ສູ້ຕໍ່ໄປຢ່າງມິດງຽບ.

ເຮັດວຽກຫາເງິນ ເພື່ອຊື້ໂອກາດໃຫ້ຕົນເອງ

ໃນຊ່ວງພັກແລ້ງ ມ.6, ຄຳພະສິດ ບໍ່ໄດ້ພັກຜ່ອນຄືເດັກທົ່ວໄປ ແຕ່ນ້ອງໄປເຮັດວຽກຮັບຈ້າງຫາເງິນເພື່ອກຸ້ມຄ່າຮຽນເພີ່ມ ແລະ ຊື້ໂທລະສັບມາໄວ້ຮຽນອອນໄລນ໌ດ້ວຍຕົນເອງ. ທຸກໆຄືນຫຼັງເລີກວຽກ, ໃນຂະນະທີ່ໂລກກຳລັງຫຼັບໄຫຼ ແຕ່ແສງໄຟໃນຫ້ອງຂອງນ້ອງຍັງສະຫວ່າງ ເພາະນ້ອງກຳລັງ “ຕິວເຂັ້ມ” ເພື່ອຄວາມຝັນໃນຊັ້ນ ມ.7.

ອັນດັບທີ 5 ລະດັບຊາດ: ລາງວັນຂອງ “ຫົວໃຈທີ່ແຂງແກ່ນ”

ໃນທີ່ສຸດ, ຄວາມທຸ່ມເທຕະຫຼອດ 3 ປີກໍເກີດດອກອອກຜົນ ນ້ອງສາມາດຄ້ວາ ອັນດັບທີ 5 ລາງວັນຊົມເຊີຍລະດັບຊາດ ມາຄອງໄດ້ສຳເລັດ. ເຖິງວ່າຈະບໍ່ແມ່ນອັນດັບທີ 1 ແຕ່ມັນຄືອັນດັບ 5 ທີ່ແລກມາດ້ວຍຢາດເຫື່ອ, ນ້ຳຕາ ແລະ ປຶ້ມ ບິກ ທີ່ເປັນຮ້ອຍເຫຼັ້ມພັນກ້ານ.

ຂໍ້ຄວາມຈາກ… ຄຳພະສິດ ຈອມແກ້ວ:

“ຈົ່ງຍືດໝັ້ນພູມໃຈໃນຜົນສຳເລັດນີ້ ເພາະເຈົ້າໄດ້ເອົາຊະນະສິ່ງທີ່ຍາກທີ່ສຸດ ນັ້ນຄື “ການເອົາຊະນະໃຈຕົນເອງ”. ເຈົ້າບໍ່ແມ່ນແຕ່ຄວາມພາກພູມໃຈຂອງຄອບຄົວ ຫຼື ໂຮງຮຽນ ແຕ່ເຈົ້າຄືແຮງບັນດານໃຈໃຫ້ແກ່ເດັກນ້ອຍລາວທົ່ວປະເທດ ໃຫ້ກ້າທີ່ຈະຝັນ ແລະ ບໍ່ຢຸດທີ່ຈະຍ່າງ.”

#ນັກຮຽນເກັ່ງລະດັບຊາດ

ນໍາສະເໜີຂ່າວໂດຍ: Lao youth radio FM90.0 MHz

ຮູບພາບຈາກ: ຄູຕ້າ ສອນພາສາລາວ-ວັນນະຄະດີ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles