ຮູ້ ຫຼື ບໍ່? ໃນແຕ່ລະປີ ທົ່ວໂລກມີອາຫານທີ່ຖືກຖິ້ມໄປແບບໜ້າເສຍດາຍຫຼາຍພັນລ້ານໂຕນ ແຕ່ທີ່ປະເທດຝຣັ່ງ ເຂົາເຈົ້າມີວິທີຈັດການທີ່ເດັດຂາດ ແລະ ກາຍເປັນຕົ້ນແບບໃຫ້ກັບທົ່ວໂລກ.
ຢຸດຖິ້ມ ຖ້າເຫຼືອຕ້ອງ “ແບ່ງປັນ”
ຍ້ອນເຫັນຄວາມສຳຄັນຂອງອາຫານ ໃນປີ 2016 ຝຣັ່ງໄດ້ສ້າງປະຫວັດສາດດ້ວຍການຜ່ານກົດໝາຍ ບັງຄັບໃຫ້ຊຸບເປີມາເກັດຂະໜາດໃຫຍ່ (400 ຕາແມັດຂຶ້ນໄປ) ຫ້າມຖິ້ມອາຫານທີ່ຍັງກິນໄດ້ຢ່າງເດັດຂາດ.
ແຕ່ກ່ອນ, ອາຫານທີ່ໃກ້ໝົດອາຍຸ ຫຼື ມີຕຳໜິເລັກນ້ອຍ ມັກຈະຖືກເທຖິ້ມລົງຖັງຂີ້ເຫຍື້ອ. ແຕ່ກົດໝາຍໃໝ່ນີ້ບັງຄັບໃຫ້:
1. ຕ້ອງເຊັນສັນຍາບໍລິຈາກ: ສົ່ງມອບອາຫານໃຫ້ກັບອົງການການກຸສົນ ຫຼື ທະນາຄານອາຫານ.
2. ຫ້າມທຳລາຍອາຫານ: ຫ້າມບໍ່ໃຫ້ສີດນ້ຳຢາຂ້າເຊື້ອ ຫຼື ທຳລາຍອາຫານເພື່ອບໍ່ໃຫ້ຄົນມາເກັບໄປກິນ (ໃຜເຮັດຖືວ່າຜິດກົດໝາຍ).
ບົດລົງໂທດທີ່ເຮັດໃຫ້ຕ້ອງຄິດໜັກ
ຖ້າຊຸບເປີມາເກັດໃດຝ່າຝືນ ແລ້ວລັກເອົາອາຫານໄປຖິ້ມແບບຊື່ໆ ຈະຕ້ອງຖືກປັບໄໝສູງເຖິງ 3,750 ເອີໂຣ (ປະມານ 90 ລ້ານກວ່າກີບ) ຕໍ່ຄັ້ງ. ເອີ້ນວ່າ… ປັບແທ້ ເຈັບແທ້.
ຜົນລັບທີ່ຫຼາຍກວ່າການປະຢັດ
1. ຊ່ວຍຄົນຫິວໂຫຍ: ມີອາຫານຄຸນນະພາບດີ ໄປຮອດມືຜູ້ທຸກຍາກ ແລະ ຄົນບໍ່ມີທີ່ຢູ່ອາໄສຫຼາຍລ້ານຄາບຕໍ່ປີ.
2. ຮັກສາໂລກ: ຫຼຸດປະລິມານຂີ້ເຫຍື້ອທີ່ເຮັດໃຫ້ເກີດກ໊າຊເຮືອນແກ້ວ.
3. ສ້າງຈິດສຳນຶກ: ເຮັດໃຫ້ທຸກຄົນເຫັນຄຸນຄ່າຂອງອາຫານຕັ້ງແຕ່ຕົ້ນທາງຈົນຮອດປາຍທາງ.
“ອາຫານບໍ່ແມ່ນຂີ້ເຫຍື້ອ ແຕ່ຄືຊີວິດ” ນີ້ຄືຂໍ້ຄວາມທີ່ຝຣັ່ງຢາກບອກກັບໂລກ. ແລ້ວທ່ານເດ… ຄິດວ່າປະເທດອື່ນໆຄວນເອົາແບບຢ່າງນີ້ໄປໃຊ້ບໍ່?
ທີ່ມາ: The Guardian, BBC News

