ຫຼາຍຄົນບອກວ່າໄວ 30-40 ປີ ຄືຊ່ວງຈຸດທີ່ລົງຕົວທີ່ສຸດຂອງຊີວິດ. ເຮົາບໍ່ແມ່ນເດັກນ້ອຍທີ່ຫຼົງທາງອີກຕໍ່ໄປ ແລະ ກໍຍັງບໍ່ທັນເຖົ້າເກີນໄປ. ແຕ່ເປັນຫຍັງ… ທັງທີ່ວຽກງານກໍໝັ້ນຄົງ, ຄວາມຮັກກໍຮາບລື່ນ, ແຕ່ໃນໃຈພັດເຕັມໄປດ້ວຍຄວາມຢ້ານວ່າ “ເຮົາຈະເຮັດຜິດພາດ”.
ມາໄຂປິດສະໜາທາງຈິດວິທະຍາ ແລະ ວິທີດຶງຄວາມໝັ້ນໃຈກັບຄືນມານຳກັນ! ![]()
ເມື່ອ “ບັນທັດຖານສັງຄົມ” ກາຍເປັນເສັ້ນຕາຍ
ຄຣິສເຕນ ເຈຄອບເຊນ (Kristen Jacobsen) ຜູ້ຊ່ຽວຊານດ້ານຈິດວິທະຍາ ອະທິບາຍວ່າ ໄວນີ້ຖືກສັງຄົມຂີດເສັ້ນໄວ້ວ່າ “ຕ້ອງພ້ອມ” ທຸກຢ່າງ:
1. ຕ້ອງມີຕຳແໜ່ງງານທີ່ຊັດເຈນ
2. ຕ້ອງແຕ່ງງານມີຄອບຄົວ
3. ຕ້ອງມີລູກ
ຖ້າອາຍຸຮອດ 40 ແລ້ວຍັງຕັ້ງຄຳຖາມວ່າ “ຂ້ອຍແມ່ນໃຜ?” ຫຼື ຍັງເຮັດບໍ່ໄດ້ຕາມລາຍການຂ້າງເທິງ ເຮົາຈະຮູ້ສຶກຄືກັບວ່າກຳລັງ “ແລ່ນໄລ່ຕາມຄົນອື່ນ” ຢູ່ຕະຫຼອດເວລາ.
ເດີມພັນທີ່ສູງຂຶ້ນ… ບ່ອນວ່າງໃຫ້ “ລົ້ມ” ທີ່ໜ້ອຍລົງ
ໃນໄວ 20 ເຮົາອາດຈະກ້າລອງຜິດລອງຖືກ. ແຕ່ໃນໄວ 30 ທຸກການຕັດສິນໃຈໃຫ້ຄວາມຮູ້ສຶກວ່າ “ຖາວອນ”. ເຮົາຮູ້ສຶກວ່າມີພື້ນທີ່ໃຫ້ລົ້ມໜ້ອຍລົງ ປ່ຽນທິດທາງຊີວິດຍາກຂຶ້ນ ເຮັດໃຫ້ຄວາມກັງວົນກາຍເປັນເງົາຕາມຕົວ.
ໃບໜ້າທີ່ສວຍງາມໃນໂຊຊຽວ… ກັບຄວາມຈິງທີ່ເຮົາແບກໄວ້
ໂລກໂຊຊຽວມີເດຍມັກສະແດງແຕ່ພາບຄວາມສຳເລັດຂອງຄົນອື່ນ ເຮັດໃຫ້ເຮົາເຜີ “ຕັດສິນຕົວເອງ” ວ່າເປັນຫຍັງເຮົາຄືຍັງຕິດຫຼົ່ມຢູ່ບ່ອນເກົ່າ ທັງທີ່ຄວາມຈິງທຸກຄົນກໍມີບັນຫາຂອງໃຜລາວ.
3 ວິທີ ຄືນອຳນາດໃຫ້ “ໃຈ” ຂອງເຮົາເອງ
1. ແຍກຄວາມຕ້ອງການ “ແທ້” ອອກຈາກຄວາມ “ເບິ່ງດີ” ລອງຖາມຕົວເອງວ່າ: ເປົ້າໝາຍທີ່ກຳລັງໄລ່ຕາມຢູ່ນັ້ນ ເຮົາເຮັດເພື່ອຄວາມສຸກຂອງເຮົາແທ້ໆ ຫຼື ພຽງເຮັດເພື່ອໃຫ້ “ເບິ່ງດີ” ໃນສາຍຕາຄົນອື່ນ ເພື່ອບໍ່ໃຫ້ຮູ້ສຶກລ້າຫຼັງ?
2. ບັນທຶກຄວາມກ້າວໜ້າ (ຂອບໃຈຕົວເອງແດ່) ຄວາມກັງວົນມັກເຮັດໃຫ້ເຮົາມືດໜາຕາບອດ ແລະ ແນມເຫັນແຕ່ອະນາຄົດທີ່ຍັງມາບໍ່ຮອດ. ລອງທົບທວນເບິ່ງວ່າ ຈາກໄວ 20 ມາຮອດຕອນນີ້ ເຮົາເຕີບໃຫຍ່ຂຶ້ນຫຼາຍປານໃດ? ການທີ່ເຈົ້າກ້າຈົບຄວາມສຳພັນທີ່ບໍ່ດີ ຫຼື ກ້າເລີ່ມວຽກໃໝ່ ນັ້ນຄືໄຊຊະນະທີ່ຍິ່ງໃຫຍ່ແລ້ວ.
3. ຕັດປັດໄຈກະຕຸ້ນ (ສຸຂະພາບຈິດ) ຖ້າການເບິ່ງໂພສໃຜບາງຄົນ ຫຼື ການລົມກັບບາງຄົນແລ້ວເຮັດໃຫ້ເຮົາເສຍຄວາມໝັ້ນໃຈ… ການກົດ Unfollow ຫຼື ການປະຕິເສດ ບໍ່ແມ່ນເລື່ອງຜິດ ແຕ່ມັນຄືການຮັກສາໃຈທີ່ດີທີ່ສຸດ.
ແຫຼ່ງຂໍ້ມູນ: Journal of Adult Development

