ຢ່າພາດຊົມ “ຈັນທະຄາດເຕັມດວງ” ປາກົດການທາງດາລາສາດເດັ່ນຂອງປີນີ້ !

ສາມາດເບິ່ງເຫັນດ້ວຍຕາເປົ່າໄດ້ຈາກທົ່ວ ສປປ ລາວ ໃນຕອນແລງຂອງວັນທີ 3 ມີນານີ້

ຊ່ວງເວລາສຳຄັນຂອງປາກົດການຄັ້ງນີ້:

1. 18:04:34: ດວງຈັນເຂົ້າສູ່ເງົາມືດ (ເລີ່ມເຫັນເປັນສີແດງ ແຕ່ດວງຈັນຍັງບໍ່ທັນຂຶ້ນເທິງຂອບຟ້າຢູ່ບາງພື້ນທີ່)

2. 18:23: ດວງຈັນຂຶ້ນສູ່ຂອບຟ້າ

3. 18:33:46: ເຄິ່ງກາງຄາດ (ຊ່ວງທີ່ມືດທີ່ສຸດ)

4. 19:02:49: ສິ້ນສຸດຈັນທະຄາດເຕັມດວງ (ເລີ່ມເຫັນແສງສີຂາວປາກົດຄືນມາ)

5. 20:17:15: ສິ້ນສຸດຈັນທະຄາດບາງສ່ວນ

6. 21:23:06: ສິ້ນສຸດປາກົດການ (ດວງຈັນກັບຄືນສູ່ສະພາບປົກກະຕິ)

ຈັນທະຄາດເຕັມດວງເກີດຂຶ້ນໄດ້ແນວໃດ?

ເກີດຂຶ້ນເມື່ອດວງຈັນທັງດວງໂຄຈອນເຂົ້າໄປຢູ່ໃນເງົາມືດຂອງໂລກ ທີ່ບັງແສງຈາກດວງອາທິດ. ແຕ່ທີ່ເຮົາເບິ່ງເຫັນເປັນສີສົ້ມແດງ ກໍເພາະແສງບາງສ່ວນທີ່ສ່ອງຜ່ານຊັ້ນບັນຍາກາດຂອງໂລກໄດ້ຖືກຫັກເຫໄປ ເຮັດໃຫ້ແສງສີແດງ ແລະ ສີສົ້ມບ່ຽງທິດທາງເຂົ້າຫາໃຈກາງເງົາມືດ ແລ້ວໄປຕົກກະທົບໃສ່ດວງຈັນ

ຂໍ້ຄວນຮູ້:

ປາກົດການນີ້ ບໍ່ໄດ້ມີຜົນຮ້າຍ ຫຼື ກໍໃຫ້ເກີດອັນຕະລາຍໃດໆໃນທາງດາລາສາດ. ຖືເປັນໜຶ່ງໃນປາກົດການທາງດາລາສາດທີ່ບໍ່ໄດ້ເກີດຂຶ້ນເລື້ອຍໆ ເຊິ່ງຫາກພາດຮອບນີ້ໄປ ແມ່ນຕ້ອງໄດ້ລໍຖ້າເບິ່ງອີກຄັ້ງໃນວັນທີ 31 ທັນວາ 2028 ພຸ້ນເລີຍ

ທີ່ມາ: NASA

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles