ເປັນຫຍັງໄວ 40-50 ປີ ຈຶ່ງຖືກຂະນານນາມວ່າ “ຊ່ວງອາຍຸທີ່ເມື່ອຍທີ່ສຸດໃນຊີວິດ”?

ໃນໂລກທີ່ທຸກຄົນຕ່າງກໍສູ້ຊົນ, ຫຼາຍຄົນອາດຄິດວ່າໄວເຮັດວຽກໃໝ່ໆນັ້ນເມື່ອຍທີ່ສຸດ. ແຕ່ໃນຄວາມເປັນຈິງແລ້ວ ຜົນວິໄຈ ແລະ ສຽງສະທ້ອນຈາກທົ່ວໂລກຕ່າງກໍ່ເຫັນກົງກັນວ່າ “ໄວ 40+” ນີ້ແຫຼະ ຄືບົດທົດສອບທີ່ໂຫດຫີນທີ່ສຸດຂອງມະນຸດ

ທັງທີ່ເປັນໄວທີ່ມີເງິນເດືອນສູງ ໜ້າທີ່ການງານໝັ້ນຄົງ ແລະ ຊີວິດຄອບຄົວລົງຕົວ… ແຕ່ເປັນຫຍັງເຮົາຍັງຮູ້ສຶກ “ເມື່ອຍ” ຈົນແທບຫາຍໃຈບໍ່ທັນ? ນີ້ຄືເຫດຜົນ:

1. Sandwich Generation: ຖືກບີບຈາກສອງທາງ

ຄົນໄວນີ້ປຽບດັ່ງ “ໄສ້ແຊນວິດ” ທີ່ຖືກປະກົບດ້ວຍພາລະອັນໜັກໜ່ວງ:

1. ດ້ານເທິງ: ພໍ່ແມ່ທີ່ເລີ່ມແກ່ເຖົ້າ, ສຸຂະພາບຖອຍລົງ ແລະ ຕ້ອງການການເບິ່ງແຍງຢ່າງໃກ້ຊິດແບບທີ່ບໍ່ເຄີຍເປັນມາກ່ອນ

2. ດ້ານລຸ່ມ: ລູກທີ່ກຳລັງກາຍເປັນໄວລຸ້ນ ເຊິ່ງມາພ້ອມກັບຄວາມປວດຫົວໃນທຸກມິຕິ ຫຼື ບາງຄົນມີລູກຊ້າ ກໍຕ້ອງໃຊ້ແຮງກາຍລ້ຽງລູກນ້ອຍໃນວັນທີ່ຮ່າງກາຍເລີ່ມລ້າ

2. ຮ່າງກາຍທີ່ “ປະທ້ວງ” ຢ່າງບໍ່ຢຸດຢັ້ງ

ມັນບໍ່ແມ່ນແຕ່ພາລະທາງສັງຄົມ ແຕ່ແມ່ນ “ສັງຂານ” ທີ່ເລີ່ມເສື່ອມຖອຍແບບເຫັນໄດ້ຊັດ:

1. ສາຍຕາຍາວ: ອາການປວດຫົວແບບບໍ່ມີສາເຫດ ທີ່ບົ່ງບອກວ່າເຈົ້າ “ແກ່ແລ້ວ”.

2. ລະບົບເຜົາຜານພັງ: ກິນເທົ່າເດີມແຕ່ອ້ວນຂຶ້ນ ກ້າມຊີ້ນລຸດລົງ.

3. ພະຍາດປະຈຳຕົວ: ເລີ່ມມີ “ໝູ່ສະນິດ” ທີ່ຊື່ວ່າ ຄວາມດັນ, ຄໍເລດເຕີຣໍ ຫຼື ເບົາຫວານ ມາຢ້ຽມຢາມ.

3. ວິກິດຮໍໂມນ ແລະ ຈິດໃຈ

1. ຜູ້ຊາຍ: ຜົນຈາກການໃຊ້ຊີວິດໜັກໃນໄວໜຸ່ມເລີ່ມສະແດງຜົນ ອົດນອນຄືເກົ່າບໍ່ໄດ້ອີກຕໍ່ໄປ.

2. ຜູ້ຍິງ: ເລີ່ມເຂົ້າສູ່ຊ່ວງປ່ຽນຜ່ານຂອງຮໍໂມນກ່ອນໄວໝົດປະຈຳເດືອນ ອາລົມ ແລະ ຮ່າງກາຍປ່ຽນແປງຮຸນແຮງຈົນຍາກຈະຮັບມື.

4. “ຫາຍຍະນະ” ທີ່ມາໄດ້ທຸກທິດທາງ

ໄວນີ້ຄືໄວທີ່ “ເລື່ອງໃຫຍ່” ມັກເກີດຂຶ້ນພ້ອມກັນໂດຍບໍ່ນັດໝາຍ. ເຈົ້າອາດຈະວຽກດີ ແຕ່ພໍ່ແມ່ຜ່າຕັດດ່ວນ ຫຼື ຄອບຄົວມີຄວາມສຸກ ແຕ່ຢູ່ໆກໍກວດພົບພະຍາດຮ້າຍ. ມັນຄືໄວທີ່ຊີວິດຖືກສັ່ນສະເທືອນໄດ້ງ່າຍທີ່ສຸດ

ຂ່າວດີ: ມັນເປັນພຽງ “ລະດູການ” ໜຶ່ງຂອງຊີວິດ

ຄວາມເມື່ອຍນີ້ຈະເລີ່ມເບົາບາງລົງເມື່ອເຂົ້າສູ່ໄວ 50 ປີ ເພາະເຮົາຈະເລີ່ມ “ຍອມຮັບ” ແລະ ປັບຕົວໄດ້. ພາລະຕ່າງໆຈະຄ່ອຍໆຫຼຸດລົງ ລູກເຕີບໃຫຍ່ ແລະ ເຮົາຈະກັບມາຮູ້ສຶກສະບາຍໄດ້ອີກຄັ້ງໃນໄວ 60 ປີ.

ທີ່ມາ: NBER (National Bureau of Economic Research), Sandwich Generation

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles