13 ກຸມພາ ວັນວິທະຍຸໂລກ

ອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງສະຫະປະຊາຊາດ ຫຼື UNESCO ໄດ້ກໍານົດເອົາວັນທີ 13 ກຸມພາຂອງທຸກປີເປັນວັນວິທະຍຸໂລກ ໂດຍໄດ້ຮັບຮອງຈາກສະມັດຊາໃຫຍ່ອົງການສະຫະປະຊາຊາດ ຫຼັງຈາກກອງປະຊຸມສະມັດຊາ ຄັ້ງທີ 36 ຂອງຢູເນສໂກ ໃນວັນທີ 3 ພະຈິກ 2012.

ຍ້ອນເຫັນວ່າ ວິທະຍຸກະຈາຍສຽງເປັນຊ່ອງທາງສໍາຄັນໃນການເຂົ້າເຖິງປະຊາຊົນໄດ້ຢ່າງກ້ວາງຂວາງ, ເປັນສື່ມີປະສິດທິພາບທີ່ໃຫ້ຂໍ້ມູນຂ່າວສານ, ຄວາມບັນເທີງ, ການສຶກສາຮຽນຮູ້ ແລະ ເປັນເຄື່ອງມືທີ່ມີປະສິດທິພາບໃນການພັດທະນາສັງຄົມ ໂດຍໄດ້ເລີ່ມຈັດກິດຈະກໍາເພື່ອສະເຫລີມສະຫລອງວັນວິທະຍຸໂລກຢ່າງເປັນທາງການໃນປີ 2012 ເປັນຕົ້ນມາ ແລະ ມີຫົວຂໍ້ການສະເຫລີມສະຫລອງແຕກຕ່າງກັນໄປໃນແຕ່ລະປີ.

ສະເພາະປີ 2026 ຫົວຂໍ້ຂອງວັນແມ່ນ: Radio and Artificial Intelligence ຫຼື ວິທະຍຸ ແລະ ປັນຍາປະດິດ

ສ່ວນຄໍາຂວັນ ປີນີ້ແມ່ນ: ປັນຍາປະດິດ ແມ່ນເຄື່ອງມື, ບໍ່ແມ່ນສຽງ “AI is a tool, not a voice”

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles