ງົດໃຊ້ໂທລະສັບ 3 ມື້ ຈະເຮັດໃຫ້ຮູ້ສຶກຢາກຫຼິ້ນໂທລະສັບໜ້ອຍລົງ ແລະ ມີສະມາທິກັບວຽກຫຼາຍຂຶ້ນ

ການງົດໃຊ້ໂທລະສັບມືຖືເປັນເວລາ 3 ມື້ ສາມາດຊ່ວຍຫຼຸດຜ່ອນພຶດຕິກຳການຕິດໂທລະສັບ ແລະ ເຮັດໃຫ້ສະມາທິດີຂຶ້ນຢ່າງເຫັນໄດ້ຊັດ. ຜົນການສຶກສາຈາກ University of Heidelberg ແລະ King’s College London ຊີ້ໃຫ້ເຫັນວ່າ ການຢຸດພັກຈາກໂລກດິຈິຕອນໃນໄລຍະສັ້ນໆ ຊ່ວຍຫຼຸດຜ່ອນອາການ “ຢາກກວດເບິ່ງໂທລະສັບຕະຫຼອດເວລາ” ແລະ ເຮັດໃຫ້ເຮົາມີສະມາທິຈົດຈໍ່ກັບວຽກງານໃນຊີວິດປະຈຳວັນໄດ້ດີຂຶ້ນ.

ເປັນຫຍັງຕ້ອງແມ່ນ 3 ມື້ (72 ຊົ່ວໂມງ)?

ນັກວິໄຈໄດ້ອະທິບາຍເຖິງກົນໄກການເຮັດວຽກຂອງສະໝອງ ແລະ ຮ່າງກາຍໄວ້ດັ່ງນີ້:

1. ການປັບສົມດຸນ Dopamine: ການແຈ້ງເຕືອນທີ່ດັງຂຶ້ນຕະຫຼອດເວລາ ເຮັດໃຫ້ສະໝອງຫຼັ່ງສານໂດປາມີນແບບຜິດປົກກະຕິ ເຊິ່ງເປັນສານແຫ່ງຄວາມພຶງພໍໃຈໄລຍະສັ້ນ. ເມື່ອເຮົາຢຸດໃຊ້ໂທລະສັບ ສະໝອງຈະຫຼຸດການກະຕຸ້ນທີ່ເກີນຂອບເຂດນີ້ລົງເຮັດໃຫ້ລະບົບປະສາດກັບຄືນສູ່ສະພາວະປົກກະຕິ.

2. ການຟື້ນຟູການຄວບຄຸມຕົນເອງ: ຫຼັງຈາກຜ່ານພົ້ນ 72 ຊົ່ວໂມງໄປແລ້ວ ຜູ້ເຂົ້າຮ່ວມການທົດລອງສ່ວນໃຫຍ່ລາຍງານວ່າ ເຂົາເຈົ້າມີສະມາທິທີ່ເຂັ້ມແຂງຂຶ້ນ ແລະ ຄວາມຮູ້ສຶກ “ຢາກຫຼິ້ນໂທລະສັບ” ກໍຫຼຸດໜ້ອຍລົງ.

3. ສະໝອງສ່ວນການຄວບຄຸມ: ຜົນການວິໄຈດ້ານສະໝອງພົບວ່າ ພື້ນທີ່ສະໝອງສ່ວນທີ່ກ່ຽວຂ້ອງກັບ “ລາງວັນ” ແລະ “ການຄວບຄຸມຕົນເອງ” ເລີ່ມມີຄວາມສົມດຸນກັນຫຼາຍຂຶ້ນ.

ການພັກຜ່ອນໄລຍະສັ້ນນີ້ ປຽບເໝືອນການ “ຣີເຊັດ (Reset)” ສາຍສຳພັນລະຫວ່າງຕົວເຮົາກັບເຕັກໂນໂລຊີ:

1. ເອົາຊະນະນິດໄສ: ຊ່ວຍໃຫ້ເຮົາຫຼຸດພົ້ນຈາກວົງຈອນການເລື່ອນໜ້າຈໍແບບບໍ່ມີຈຸດໝາຍ ເຊິ່ງຖືກອອກແບບມາເພື່ອດຶງດູດຄວາມສົນໃຈຂອງເຮົາຕະຫຼອດເວລາ.

2. ມີສະຕິໃນການໃຊ້: ເມື່ອກັບມາໃຊ້ໂທລະສັບຄືນໃໝ່ ເຮົາຈະເລີ່ມໃຊ້ວຽກມັນໃນສິ່ງທີ່ຈຳເປັນແທ້ໆ ຫຼາຍກວ່າການໃຊ້ຕາມຄວາມຊິນເຄີຍ.

3. ເພີ່ມຄຸນນະພາບຊີວິດ: ເມື່ອສະມາທິດີຂຶ້ນ ປະສິດທິພາບໃນການເຮັດວຽກ ແລະ ການໃຊ້ເວລາກັບຄົນອ້ອມຂ້າງກໍຈະມີຄຸນນະພາບຫຼາຍຂຶ້ນ.

ສະຫຼຸບ: ການເຮັດ Digital Detox ພຽງ 3 ມື້ ບໍ່ແມ່ນການປະຕິເສດເຕັກໂນໂລຊີ ແຕ່ແມ່ນການຝຶກໃຫ້ສະໝອງກັບມາເປັນນາຍຂອງເຕັກໂນໂລຊີອີກຄັ້ງ.

ທີ່ມາ: baptisthealth

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles