ງານວິໄຈຫລ້າສຸດໄດ້ພົບວ່າ ການຍ່າງຫລາຍກວ່າ 100 ນາທີຕໍ່ມື້ ສາມາດຊ່ວຍຫລຸດຄວາມສ່ຽງໃນການປວດຫລັງຊໍ້າເຮື້ອໄດ້ຢ່າງຊັດເຈນ

ຈາກການສຶກສາຄັ້ງໃຫຍ່ຈາກມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີແຫ່ງນອກແວ ວິເຄາະຂໍ້ມູນຈາກຜູ້ເຂົ້າຮ່ວມຫລາຍກວ່າ 11,000 ຄົນໃນໂຄງການ Trøndelag health study ແລະ ພົບວ່າຄົນທີ່ຍ່າງເກີນ 100 ນາທີຕໍ່ມື້ ມີຄວາມສ່ຽງປວດຫລັງຊໍ້າເຮື້ອໜ້ອຍລົງ 23% ເມື່ອທຽບກັບຄົນທີ່ຍ່າງໜ້ອຍກວ່າ 78 ນາທີຕໍ່ມື້.

ສິ່ງທີ່ໜ້າສົນໃຈກໍຄື ຄວາມໄວບໍ່ສຳຄັນເທົ່າໄລຍະເວລາ ແມ່ນແຕ່ການຍ່າງຊ້າໆສະບາຍໆກໍຍັງຊ່ວຍຫລຸດຄວາມສ່ຽງໄດ້. ນີ້ເປັນຄັ້ງທຳອິດທີ່ນັກວິໄຈສາມາດວັດພຶດຕິກຳການຍ່າງຢ່າງລະອຽດ ໂດຍໃຊ້ Sensors ຕິດໄວ້ທີ່ຕົ້ນຂາ ແລະ ຫລັງຂອງຜູ້ເຂົ້າຮ່ວມເພື່ອຕິດຕັ້ງຄວາມເຂັ້ມຂຸ້ນ ແລະ ໄລຍະເວລາຂອງການຍ່າງຕະຫລອດຫລາຍມື້.

ຜົນລັບນີ້ຢືນຢັນວ່າກິດຈະກຳເບົາໆດັ່ງການຍ່າງສາມາດສ້າງຜົນລັບຍິ່ງໃຫຍ່ຕໍ່ສຸຂະພາບກ້າມເນື້ອ ແລະ ກະດູກ ແລະ ອາດກາຍເປັນແນວທາງສຸຂະພາບສາທາລະນະໃນອະນາຄົດ. ເນື່ອງຈາກອາການປວດຫລັງພົບເຫັນຫລາຍ ແລະ ມີຄ່າໃຊ້ຈ່າຍຫລາຍທີ່ສຸດໃນໂລກ ການຍ່າງທຸກມື້ບໍ່ພຽງແຕ່ຊ່ວຍຫລຸດພາລະໃຫ້ລະບົບສາທາລະນະສຸກ ແຕ່ຍັງຊ່ວຍໃຫ້ຜູ້ຄົນນັບລ້ານມີຄຸນນະພາບຊີວິດທີ່ດີຂຶ້ນ.

ທີ່ມາ: Daily knowledge

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles