ການຖອດປັກສຽບເຄື່ອງໃຊ້ໄຟຟ້າ ຊ່ວຍປະຢັດໄຟໄດ້ແທ້ບໍ່? ຜູ້ຊ່ຽວຊານໄດ້ອອກມາໃຫ້ຄຳຕອບວ່າ: ການຖອດປັກສຽບເຄື່ອງໃຊ້ໄຟຟ້າທີ່ບໍ່ໄດ້ໃຊ້ງານ ເປັນວິທີໜຶ່ງທີ່ຊ່ວຍປະຢັດຄ່າໄຟໄດ້, ແຕ່ກໍມີຂໍ້ຄວນລະວັງ ເພາະເຄື່ອງໃຊ້ໄຟຟ້າບາງຊະນິດກໍບໍ່ຄວນຖືກຖອດປັກອອກເລື້ອຍໆ ເພາະອາດເຮັດໃຫ້ເຄື່ອງເສຍຫາຍ ແລະ ເສຍເງິນຄ່າສ້ອມແປງແພງກວ່າຄ່າໄຟທີ່ປະຢັດໄດ້.
ຫາກຕ້ອງການປະຢັດໄຟດ້ວຍວິທີນີ້ແທ້ໆ, ຄວນເລີ່ມຈາກ 3 ເຄື່ອງໃຊ້ໄຟຟ້ານີ້ ຄື: ໂທລະພາບ, ຄອມພິວເຕີ ແລະ ເຄື່ອງປັບອາກາດ.
ເຄື່ອງໃຊ້ໄຟຟ້າທີ່ກິນໄຟໃນໂໝດສະແຕນບາຍ (Standby Mode): ສື່ຍີ່ປຸ່ນ FINANCIAL FIELD ລາຍງານວ່າ ເຄື່ອງໃຊ້ໄຟຟ້າຫຼາຍຊະນິດ ເຖິງແມ່ນວ່າຈະປິດເຄື່ອງແລ້ວ ແຕ່ຫາກຍັງສຽບປັກຢູ່ ກໍຍັງມີການໃຊ້ພະລັງງານໄຟຟ້າໃນໂໝດສະແຕນບາຍ. ການຖອດປັກອອກຈະຊ່ວຍຕັດກະແສໄຟສ່ວນນີ້ ແລະ ຊ່ວຍຫຼຸດຄ່າໄຟໄດ້ໃນລະດັບໜຶ່ງ.
ອີງຕາມສະຖິຕິຂອງສຳນັກງານພະລັງງານ ແລະ ຊັບພະຍາກອນຂອງຍີ່ປຸ່ນ, ເຄື່ອງໃຊ້ໄຟຟ້າທີ່ກິນໄຟໃນໂໝດສະແຕນບາຍຫຼາຍທີ່ສຸດ ແມ່ນ:
ເຄື່ອງເຮັດນ້ຳອຸ່ນ (19%).
ໂທລະພາບ (10%).
ເຄື່ອງປັບອາກາດ (8%).
ໂທລະສັບບ້ານ (8%).
ຄຳແນະນຳໃນການຖອດກເຄື່ອງໃຊ້ໄຟຟ້າ
– ໂທລະພາບ: ເປັນໜຶ່ງໃນເຄື່ອງໃຊ້ໄຟຟ້າທີ່ກິນໄຟໃນໂໝດສະແຕນບາຍສູງ. ຫາກບໍ່ໄດ້ເບິ່ງໂທລະພາບ ຫຼື ອອກໄປນອກ, ຄວນປິດສະວິດຫຼັກ ແລະ ຖອດປັກສຽບອອກ ເພື່ອຊ່ວຍປະຢັດຄ່າໄຟ.
– ຄອມພິວເຕີ (Computer): ກໍເປັນອີກໜຶ່ງເຄື່ອງໃຊ້ໄຟຟ້າທີ່ກິນໄຟໃນໂໝດສະແຕນບາຍ. ຫາກຕ້ອງການປະຢັດໄຟ, ຄວນປິດເຄື່ອງ (Shut down) ແລະ ຖອດປັກສຽບອອກ. ແຕ່ຖ້າບໍ່ສະດວກທີ່ຈະຖອດປັກສຽບທຸກຄັ້ງ, ແນະນຳໃຫ້ເປີດໂໝດນອນ (Sleep Mode) ເພື່ອຫຼຸດຜ່ອນການໃຊ້ພະລັງງານ.
– ເຄື່ອງປັບອາກາດ (Air Conditioner): ໃນຊ່ວງລະດູໜາວທີ່ບໍ່ໄດ້ໃຊ້ງານ, ສາມາດຖອດປັກສຽບໄຟອອກໄດ້ເລີຍ.
ແຕ່ມີຂໍ້ຄວນລະວັງ! ຫາກຈະກັບມາໃຊ້ງານອີກຄັ້ງໃນລະດູຮ້ອນ, ຄວນສຽບປັກສຽບຖິ້ມໄວ້ລ່ວງໜ້າປະມານ 4-8 ຊົ່ວໂມງ ກ່ອນເປີດໃຊ້ງານ ເພື່ອປ້ອງກັນບໍ່ໃຫ້ເຄື່ອງຂັດຂ້ອງ ຫຼື ເສຍຫາຍ.
ເຄື່ອງໃຊ້ໄຟຟ້າທີ່ບໍ່ຄວນຖອດປັກສຽບ: ເຖິງແມ່ນວ່າການຖອດປັກສຽບຈະຊ່ວຍປະຢັດພະລັງງານໄດ້ກໍຈິງ, ແຕ່ກໍມີເຄື່ອງໃຊ້ໄຟຟ້າບາງຊະນິດ ທີ່ ບໍ່ຄວນຖອດປັກສຽບເລີຍ ຄື:
– ຕູ້ເຢັນ (Refrigerator): ຄວນສຽບປັກສຽບໄວ້ຕະຫຼອດເວລາ ເພື່ອຮັກສາຄວາມສົດໃໝ່ຂອງອາຫານ.
– ເຣົາເຕີວາຍຟາຍ (Wi-Fi Router): ຫາກຖອດປັກສຽບອອກຈະເຮັດໃຫ້ບໍ່ສາມາດເຊື່ອມຕໍ່ອິນເຕີເນັດໄດ້. ແຕ່ຖ້ໄດ້ເດີນທາງໄກ ແລະ ບໍ່ມີຄົນຢູ່ເຮືອນເປັນເວລາດົນ, ກໍຄວນຖອດປັກສຽບອອກ.
– ໄມໂຄຣເວບ (Microwave): ເມື່ອປິດເຄື່ອງແລ້ວ ຈະບໍ່ກິນໄຟໃນໂໝດສະແຕນບາຍ, ຈຶ່ງບໍ່ຈຳເປັນຕ້ອງຖອດປັກສຽບອອກເພື່ອປະຢັດໄຟ.
ຄັດຈາກ: sanook

