ອີງຕາມການລາຍງານຂ່າວຂອງ ໜັງສືພິມວຽງຈັນທາຍ ໃຫ້ຮູ້ວ່າ: ໃນເດືອນເມສາ 2025 ສປປ ລາວ ສາມາດສົ່ງອອກສິນຄ້າໄປຕ່າງປະເທດບັນລຸໄດ້ 813,111,377 ໂດລາສະຫະລັດ ເພີ່ມຂຶ້ນ 6.14% ທຽບກັບເດືອນດຽວກັນຂອງປີກາຍ. ອີງຕາມໂຕເລກຈາກກົມການຄ້າຕ່າງປະເທດ.
ໂດຍ ມູນຄ່າການຄ້າສອງສົ້ນ ຂອງ ສປປ ລາວ ໃນເດືອນເມສາ ສາມາດບັນລຸໄດ້ທັງໝົດ 1,570,320,267 ໂດລາສະຫະລັດ, ໃນນັ້ນ ສປປ ລາວ ນຳເຂົ້າສິນຄ້າ ປະມານ 757,208,891 ໂດລາສະລັດ. ເຮັດໃຫ້ການຄ້າຕ່າງປະເທດ ຂອງ ສປປ ລາວ ໄດ້ດຸນການຄ້າຢູ່ທີ່ 55,902,486 ໂດລາ.
ໃນໄລຍະ 4 ເດືອນທຳອິດຂອງປີ 2025 ມູນຄ່າການຄ້າຕ່າງປະເທດ ທັງໝົດ ບັນລຸຢູ່ທີ່ 6,195,320,039 ໂດລາສະຫະລັດ, ເພີ່ມຂຶ້ນ 1.37% ຈາກໄລຍະດຽວກັນຂອງປີ 2024.
ສິນຄ້າ ສປປ ລາວ ສົ່ງອອກຫຼາຍທີ່ສຸດໃນເດືອນເມສາທີ່ຜ່ານມາ ແມ່ນເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ ບັນລຸຢູ່ທີ່ 150,741,000 ໂດລາ, ຮອງລົງມາແມ່ນ ຄຳແທ່ງ ແລະ ຄຳປະສົມ ມູນຄ່າ 66,533,103 ໂດລາ, ມັນຕົ້ນ ມູນຄ່າ 48,205,903; ນອກຈາກນີ້ຍັງມີເກືອກາລີ ແລະ ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ.
ສ່ວນ ສິນຄ້າ ທີ່ ສປປ ລາວ ນຳເຂົ້າຫຼາຍທີ່ສຸດໄດ້ແກ່ ຜະລິດຕະພັນເຄມີປະສົມສໍາເລັດຮູບ ມູນຄ່າ 91,268,292; ນ້ຳມັນກາຊວນ ມູນຄ່າ 83,822,981 ໂດລາ; ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) ມູນຄ່າ 67,884,311 ໂດລາ; ນອກຈາກນີ້ຍັງມີ ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ແລະ ອື່ນໆ.
ປະເທດທີ່ ສປປ ລາວ ສົ່ງອອກສິນຄ້າຫຼາຍທີ່ສຸດໄດ້ແກ່ ຈີນ ດ້ວຍມູນຄ່າ 278,648,313, ໂດລາ; ເຊັ່ນດຽວກັບການນຳເຂົ້າ ທີ່ມີມູນຄ່າ 297,651,702 ໂດລາ ໃນສະເພາະເດືອນເມສາທີ່ຜ່ານມາ.