31.2 C
Vientiane
Tuesday, May 13, 2025

ເຄີຍສົງໄສບໍ່? “ຫຼັງ” ກັບ “ຮັກ” ແຕກຕ່າງກັນແນວໃດ?

ຫຼາຍຄົນອາດເຄີຍສັບສົນ ຫຼື ບາງທີກໍບໍ່ທັນແຍກອອກ ລະຫວ່າງ “ຄວາມຫຼົງໄຫຼ” ກັບ “ຄວາມຮັກ” ເຊິ່ງສອງຄຳນີ້ເບິ່ງຄືວ່າຈະມາພ້ອມກັນເລື້ອຍໆ ໂດຍສະເພາະໃນຄວາມສຳພັນຂອງຄົນສອງຄົນ, ແຕ່ຄວາມຈິງແລ້ວມັນແຕກຕ່າງກັນຫຼາຍເລີຍ.

1. ຄວາມຫຼົງໄຫຼ (Lust)

ເປັນຄວາມຮູ້ສຶກທີ່ເກີດຈາກແຮງດຶງດູດທາງເພດ, ຄວາມຕ້ອງການທາງກາຍ, ຄວາມເລົ້າໃຈ ຫຼື ຄວາມຫຼົງໄຫຼໃນຮູບຮ່າງໜ້າຕາ, ກິ່ນ, ສຽງ, ການສຳຜັດ ຫຼື ອັນໃດກໍຕາມທີ່ເຮັດໃຫ້ເຮົາຮູ້ສຶກ “ຢາກໄດ້”.

ເວົ້າງ່າຍໆກໍຄື: ຄວາມຫຼົງໄຫຼ ເເມ່ນສິ່ງທີ່ເກີດຂຶ້ນກັບຮ່າງກາຍແລະສະໝອງໄລຍະສັ້ນໆ, ມັນເລົ້າໂລມ, ຮຸນແຮງ, ແຕ່ກໍ່ຈາງຫາຍໄດ້ໄວເຊັ່ນກັນ ເຊິ່ງມັກຈະເກີດໃນໄລຍະທໍາອິດທີ່ຮູ້ຈັກກັນ ຫຼື ພົບກັນໃໝ່ໆ.

2. ຄວາມຮັກ (Love)

ຄວາມຮັກ ເເມ່ນສິ່ງທີ່ເລິກເຊິ່ງກວ່າ, ເປັນຄວາມຜູກພັນ, ຄວາມຫ່ວງໃຍ, ຄວາມເຂົ້າໃຈ, ການຍອມຮັບໃນຕົນຕົວຂອງກັນ ແລະ ກັນແມ່ນໃນມື້ທີ່ເຮົາບໍ່ສົມບູນເເບບ ເຊິ່ງມັນເປັນຄວາມຮູ້ສຶກທີ່ຄ່ອຍໆເຕີບໂຕເມື່ອເຮົາໄດ້ຮູ້ຈັກກັນຫຼາຍຂຶ້ນ, ຊ່ວຍເຫຼືອກັນ, ຮັບຟັງກັນ ແລະ ຜ່ານເລື່ອງຕ່າງໆມາດ້ວຍກັນ. ຄວາມຮັກບໍ່ໄດ້ຂຶ້ນຢູ່ກັບໜ້າຕາ ຫຼື ຮູບຮ່າງລັກສະນະພາຍນອກ, ແຕ່ມັນຄືການເລືອກທີ່ຈະຢູ່ຄຽງຂ້າງກັນ ເຖິງວ່າມື້ນັ້ນຈະແມ່ນມື້ທີ່ທຸກຢ່າງບໍ່ລຽບງ່າຍເລີຍ.

ແລ້ວເຮົາຈະຮູ້ໄດ້ແນວໃດວ່າອັນໃດຄືຮັກ, ອັນໃດຄືຄວາມຫຼົງໄຫຼ?

ລອງຖາມຕົວເອງເບິ່ງວ່າ:

– ທ່ານຍັງຢາກຢູ່ກັບລາວບໍ່ ແມ່ນແຕ່ໃນມື້ໜຶ່ງທີ່ລາວເຈັບປ່ວຍ ຫຼື ບໍ່ງາມຄືເກົ່າ?

– ທ່ານຄິດຮອດລາວແຕ່ຕອນຢາກກອດ ຫຼື ຄິດຮອດລາວເວລາເຫັນຫຍັງກໍຢາກເລົ່າໃຫ້ລາວຟັງ?

– ທ່ານຮູ້ສຶກປອດໄພ ເເລະ ສະບາຍໃຈເວລາມີລາວຢູ່ນຳບໍ່?

ເຊິ່ງຄຳຖາມເຫຼົ່ານີ້ຈະຊ່ວຍແຍກໃຫ້ເຮົາພໍຮູ້ວ່າເຮົາຮັກ ຫຼື ພຽງເເຕ່ຫຼົງໄຫຼ.

ທັງນີ້ທັງນັ້ນ “ຄວາມຫຼົງ” ກໍ່ບໍ່ແມ່ນເລື່ອງຜິດ ເເຕ່ມັນເປັນທຳມະຊາດຂອງມະນຸດ, ແຕ່ສິ່ງສຳຄັນຄືຢ່າໃຫ້ມັນປະສານກັບສຽງຂອງຫົວໃຈ ຈົນຫຼົງຄິດວ່າເປັນ “ຄວາມຮັກ” ທັງທີ່ຈິງມັນເປັນພຽງເເຕ່ “ຄວາມຕ້ອງການ”.

ສະຫຼຸບງ່າຍໆ:

– ຄວາມຫຼົງໄຫຼ = ແຮງດຶງດູດທາງເພດ, ຄວາມເລົ້າໂລມໃຈ ເເລະ ຈະຢູ່ພຽງຊົ່ວຄາວ

– ຄວາມຮັກ = ຄວາມຫ່ວງໃຍ, ຄວາມເຂົ້າໃຈ ເເລະ ຈະຢູ່ຍາວນານ.

ທີ່ມາ: postjung

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles